ຍົກສູງຄວາມສາມາດດ້ານພາສາຕ່າງປະເທດ ແລະພາສາຊົນເຜົ່າໃຫ້ແກ່ພະນັກງານຢູ່ທະຫານເຂດ 5
ກປ.ອອນໄລ - ຕອນບ່າຍວັນທີ 6 ເມສາ, ທີ່ນະຄອນດ່ານັງ, ທະຫານເຂດ 5 ຈັດຕັ້ງກອງປະຊຸມຕີລາຄາໝາກຜົນການຜັນຂະຫຍາຍປະຕິບັດຄໍາສັ່ງເລກທີ 67 ຂອງຜູ້ບັນຊາການທະຫານເຂດກ່ຽວກັບການເພີ່ມທະວີການບໍາລຸງສຶກສາດ້ານພາສາຕ່າງປະເທດ ແລະເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນປ່ຽນດີຈີຕອນຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງກໍາລັງປະກອບອາວຸດທະຫານເຂດໃນສະພາບການໃໝ່.