ທີ່ການຕ້ອນຮັບທ່ານ Fukuda Tomikazu, ທ່ານ ຟ້າມມິງຈິ໊ງ ຊົມເຊີຍການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືລະຫວ່າງແຂວງ Tochigi ແລະບັນດາທ້ອງຖິ່ນຫວຽດນາມ, ໃນນັ້ນມີເລື່ອງເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກັບແຂວງຫວິງຟຸກ ໃນການຢ້ຽມຢາມຄັ້ງນີ້, ຜ່ານນັ້ນປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາຢ່າງແຮງ, ເລິກເຊິ່ງກວ້າງຂວາງ ແລະແທດຈິງໃນທຸກຂົງເຂດຂອງການພົວພັນຮ່ວມມືມິດຕະພາບຫວຽດນາມ - ຍີ່ປຸ່ນ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕ້ອນຮັບທ່ານ Fukuda Tomikazu ເຈົ້າແຂວງໆ Tochigi. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ເຈົ້າແຂວງໆ Tochigi ເປີດກວ້າງການພົບປະແລກປ່ຽນ, ການຮ່ວມມືລົງທຶນກັບຫຼາຍທ້ອງຖິ່ນຂອງຫວຽດນາມ; ສະໜັບສະໜູນວິສາຫະກິດຂອງແຂວງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບຫວຽດນາມ, ພິເສດໃນບັນດາຂົງເຂດເຊິ່ງແຂວງມີທ່າແຮງ. ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຂອງແຂວງ Tochigi ລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ປະສົບຜົນສໍາເລັດ, ພິເສດແມ່ນການຟ້ືນຟູພັດທະນາເສດຖະກິດ-ສັງຄົມ ຫຼັງພະຍາດໂຄວິດ-19.

ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Fukuda Tomikazu  ເຈົ້າແຂວງໆ Tochigi ໄດ້ເປັນສັກຂີພິຍານພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງແຂວງຫວິງຟຸກ ແລະແຂວງ Tochigi.

ໂດຍ: ແສງເດືອນ