ກ່າວຄຳເຫັນທີ່ກອງປະຊຸມການຮ່ວມມືກັບທ້ອງຖິ່ນຫວຽດນາມ-ຍີ່ປຸ່ນ ຢູ່ແຂວງ Tochigi, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ກໍ່ຄືບັນດາ ປະເທດພວມພັດທະນາ, ຫວຽດນາມ ພວມສຸມໃສ່ແກ້ໄຂສິ່ງທ້າທາຍຫຼາຍຢ່າງ, ຄື: ຟ້ືນຖານໂຄງລ່າງ; ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເປີດກວ້າງຕະຫຼາດ; ປະຕິຮູບລະບຽບການບໍລິຫານ; ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້... ແຕ່ວ່າກາລະໂອກາດ ແລະຄວາມສະດວກຍັງຄົງເປັນປັດໄຈພື້ນຖານ. ເພາະສະນັ້ນ, ທ່ານ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ ດ້ວຍທິດນຳ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ວິສາຫະກິດຫວຽດນາມ ເວົ້າລວມ ແລະວິສາຫະກິດຍີ່ປຸ່ນ ທີ່ລົງທຶນຢູ່ຫວຽດນາມເວົ້າສະເພາະຈະສືບຕໍ່ພັດທະນາກ້າວຂຶ້ນ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ສະແດງຄວາມຂອບອົກຂອບໃຈວິສາຫະກິດລົງທຶນຢູ່ຫວຽດນາມ ໃນໄລຍະຜ່ານມາທີ່ໄດ້ຮ່ວມເດີນທາງ, ແບ່ງປັນ, ເຂົ້າໃຈຫວຽດນາມ, ພ້ອມທັງສືບຕໍ່ຢຶດໝັ້ນເປີດກວ້າງການລົງທຶນ, ຍູ້ແຮງການຄ້າຫວຽດນາມ-ຍີ່ປຸ່ນ. ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນຄວາມເສຍຫາຍຍ້ອນໄພທຳມະຊາດ, ໂລກລະບາດ... ເຊິ່ງວິສາຫະກິດຍີ່ປຸ່ນ ຕ້ອງປະເຊີນໜ້າ, ໃນນັ້ນມີຄວາມເສຍຫາຍເມື່ອລົງທຶນຢູ່ຫວຽດນາມ ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ.

ໂດຍ: ແສງເດືອນ