ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ, ຄະນະປະຕິບັດງານ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງເຊກອງ ແລະແຂວງສາລະວັນ.

ພ້ອມທັງ, ຄະນະປະຕິບັດງານສະແດງຄວາມປາດຖະໜາຢາກ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບເວົ້າລວມ, ລະຫວ່າງກຳລັງປະກອບອາວຸດນະຄອນດ່າໜັງ ກັບກໍາລັງປະກອບອາວຸດທ້ອງຖິ່ນຂອງລາວ ເວົ້າສະເພາະຈະນັບມື້ນັບພັດທະນາຢ່າງແໜ້ນແຟ້ນ.

leftcenterrightdel
ຄະນະປະຕິບັດງານ ກອງບັນຊາການທະຫານນະຄອນດ່າໜັງ ຢ້ຽມຢາມ ແລະອວຍພອນປີໃໝ່ທີ່ກອງບັນຊາການທະຫານແຂວງເຊກອງ. ພາບ: baodanang.vn

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານນະຄອນດ່າໜັງ ໄດ້ມອບເງິນຈຳນວນ 1,5 ຕື້ດົ່ງ ໃຫ້ແກ່ກອງບັນຊາການທະຫານແຂວງເຊກອງ ແລະສາລະວັນ ເພື່ອສ້ອມແປງ ແລະກໍ່ສ້າງຄ້າຍທະຫານ, ປະກອບສ່ວນປັບປຸງເງື່ອນໄຂເຮັດວຽກ ແລະການດໍາເນີນຊີວິດຂອງພະນັກງານ, ນັກຮົບສອງກົມກອງ.

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ,  ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບ, ຄວາມສະໜິດຕິດພັນສັດຊື່ບໍລິສຸດຂອງກຳລັງປະກອບອາວຸດນະຄອນດ່າໜັງ ທີ່ມີຕໍ່ກັບບັນດາກົມກອງຂອງປະເທດເພື່ອນລາວ.

leftcenterrightdel
ກອງບັນຊາການທະຫານນະຄອນດ່າໜັງ ມອບ-ຮັບກິດຈະກໍາກໍ່ສ້າງຜາມໄຊ ຂອງໂຮງຮຽນການທະຫານແຂວງສາລະວັນ. ພາບ: baodanang.vn

ໃນຂອບເຂດການປະຕິບັດງານ, ຄະນະຜູ້ແທນ ໄດ້ລົງກວດກາກິດຈະກໍາກໍ່ສ້າງເຮືອນຢູ່ໃຫ້ພະນັກງານກອງບັນຊາການທະຫານແຂວງສາລະວັນ ແລະມອບ-ຮັບກິດຈະກໍາກໍ່ສ້າງຜາມໄຊໂຮງຮຽນການທະຫານແຂວງສາລະວັນ. ນີ້ແມ່ນບັນດາກິດຈະກໍາໂດຍກອງບັນຊາການທະຫານນະຄອນດ່າໜັງ ກໍ່ສ້າງໃນປີ 2025, ປະກອບສ່ວນຍົກສູງພື້ນຖານດ້ານວັດຖຸ, ຮັບໃຊ້ໜ້າທີ່ຝຶກແອບ, ປະຕິບັດງານຂອງກົມກອງ.

ໂດຍ: ທູຈາງ