ບໍລິເວນທີ່ພິເສດ, ໜ້າທີ່ອັນໜັກໜ່ວງ
ຄ້າຍທະຫານຊາຍແດນ ຣາມາຍ ໄດ້ຮັບມອບໝາຍໃຫ້ຄຸ້ມຄອງເສັ້ນຊາຍແດນຍາວ 26,4 ກວ່າກິໂລແມັດ, ຮັບຜິດຊອບບໍລິເວນສອງຕາແສງ ເຢິນຮວ໊າ ແລະຕວຽນເລິມ, ບ່ອນທີ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍດຳລົງຊີວິດກວມເອົາອັດຕາສ່ວນຫຼາຍ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຍັງປະສົບຄວາມຫຍຸ້ງຍາກ. ຢູ່ດິນແດນແຫ່ງນີ້, ການຮັກສາຊາຍແດນ ບໍ່ພຽງແຕ່ເປັນໜ້າທີ່ທາງການທະຫານພຽງແຕ່ຢ່າງດຽວເທົ່ານັ້ນ, ຫາກຍັງເປັນເລື່ອງລາວຂອງຊີວິດ, ຂອງສະຖຽນລະພາບທາງສັງຄົມ, ຂອງຄວາມເຊື່ອໝັ້ນ ອີກດ້ວຍ.
    |
 |
|
ພະນັກງານ, ນັກຮົບໃນກົມກອງຍາມໃດກໍເປັນເຈົ້າການລົງໄປຮອດບ້ານ, ທັງເຮັດວຽກງານຂົນຂວາຍປະຊາຊົນ, ທັງໂຄສະນາເຜີຍແຜ່ກົດໝາຍ. ພາບ: qdnd.vn |
ທ່ານພັນໂທ ຫງວຽນວັນຕ່າຍ ຮອງຫົວໜ້າຄ້າຍທະຫານຊາຍແດນ ຣາມາຍ ໃຫ້ຮູ້ວ່າ: “ໜ້າທີ່ຫຼັກແມ່ນການລາດຕະເວນຄວບຄຸມຊາຍແດນ, ກຽມພ້ອມສູ້ຮົບ, ປາບປາມອາດຊະຍາກໍາທີ່ລະເມີດອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ. ຍາມໃດພວກຂ້າພະເຈົ້າ ກໍກໍານົດວ່າ ຕ້ອງໃກ້ຊິດຕິດແທດກັບຮາກຖານ, ກໍາແໜ້ນສະພາບການແຕ່ຫົວທີ, ແຕ່ໄກ. ຢູ່ທີ່ນີ້, ເງື່ອນໄຂດ້ານເສດຖະກິດຂອງພໍ່ແມ່ປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ສະນັ້ນ ຖ້າເຮັດແຕ່ວຽກງານລາດຕະເວນ, ຄວບຄຸມເຂດຊາຍແດນເປັນຢ່າງດີນັ້ນ ແມ່ນຍັງບໍ່ທັນຄົບຖ້ວນເທື່ອ. ສະນັ້ນ, ພະນັກງານ, ນັກຮົບໃນກົມກອງຍາມໃດກໍເປັນເຈົ້າການລົງຮອດບ້ານ, ທັງເຮັດວຽກງານຂົນຂວາຍປະຊາຊົນ, ທັງໂຄສະນາເຜີຍແຜ່, ແນະນໍາພໍ່ແມ່ປະຊາຊົນປະຕິບັດກົດໝາຍ. ເມື່ອປະຊາຊົນມີຄວາມເຊື່ອໝັ້ນ, ຮ່ວມເດີນທາງນຳນັ້ນ, ວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ຈະມີຄວາມສະດວກ ແລະໝັ້ນຄົງຂຶ້ນກວ່າເກົ່າຫຼາຍເທົ່າ”.
ໃນເງື່ອນໄຂບໍລິເວນຍັງສັບສົນ, ການຄົມມະນາຄົມຫຍຸ້ງຍາກ, ສະພາບດິນຟ້າອາກາດຮ້າຍກາດ, ທາງກົມກອງຍັງປະຕິບັດວຽກງານກໍາແໜ້ນສະພາບການເປັນຢ່າງດີ, ເປັນເຈົ້າການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ແຕ່ຮາກຖານ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ສ້າງທ່າເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນເທື່ອລະກ້າວ.
ເຂັ້ມແຂງຈາກພາຍໃນສູ່ພາຍນອກ, ຢຶດໝັ້ນປົກປັກຮັກສາເຂດຊາຍແດນ
ມື້ໜຶ່ງຂອງນັກຮົບຢູ່ ຣາມາຍ ໄດ້ເລີ່ມຂຶ້ນແຕ່ຕອນເຊົ້າໆ, ແຕ່ສິ່ງທີ່ເປັນຕາເວົ້າບໍ່ແມ່ນຈັງຫວະດໍາເນີນຊີວິດ, ແຕ່ແມ່ນວິທີທີ່ເຂົາເຈົ້າ ກະກຽມໃຫ້ແກ່ໜ້າທີ່ຂອງຕົນຈາກໃຈຈິງ. ທາງກົມກອງ ໄດ້ກໍານົດຢ່າງຈະແຈ້ງວ່າ ຢາກເຮັດສໍາເລັດໜ້າທີ່ໃຫ້ເປັນຢ່າງດີນັ້ນກ່ອນອື່ນໝົດແມ່ນຕ້ອງສ້າງຄົນໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງທາງດ້ານດ້ານແນວຄິດ, ມີລະບຽບວິໄນ, ມີຄວາມຮັບຜິດຊອບ. ວຽກງານສຶກສາອົບຮົມການເມືອງ ໄດ້ປະຕິບັດຢ່າງເຂັ້ມງວດ, ເຮັດແທ້ທຳຈິງບໍ່ໄດ້ເປັນຮູບການ, ເນື້ອໃນບໍ່ໄດ້ຫ່າງເຫີນຈາກຕົວຈິງ ແຕ່ຍັງຕິດແໜ້ນກັບໜ້າທີ່ໃນແຕ່ລະວັນ, ຊ່ວຍໃຫ້ພະນັກງານ, ນັກຮົບແຕ່ລະຄົນ ເຂົ້າໃຈຕົນເອງຢ່າງຈະແຈ້ງວ່າ ພວມເຮັດຫຍັງຢູ່, ເຮັດເພື່ອໃຜ ແລະເພື່ອສິ່ງໃດ.
    |
 |
|
ສ້າງທ່າສະໜາມຮົບໃນໃຈປະຊາຊົນຢູ່ເຂດຊາຍແດນ. ພາບ: qdnd.vn |
ທ່ານ ພັນໂທ ຫງວຽນກວກຕ໊ວນ, ຫົວໜ້າການເມືອງ ຄ້າຍທະຫານຊາຍແດນ ຣາມາຍ ແບ່ງປັນວ່າ: “ພວກຂ້າພະເຈົ້າ ກໍານົດການສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ ຕ້ອງເລີ່ມມາຈາກວຽກງານກໍ່ສ້າງພັກ ແລະສຶກສາອົບຮົບການເມືອງແນວຄິດໃຫ້ແກ່ພະນັກງານ, ນັກຮົບ. ເມື່ອແຕ່ລະຄົນ ມີຄຸນທາດອັນໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດດີ, ມີຄວາມຮັບຜິດຊອບສູງນັ້ນ ຈະເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ຄຽງຂ້າງນັ້ນ, ວຽກງານຂົນຂວາຍປະຊາຊົນ ຍາມໃດທາງກົມກອງ ກໍເອົາໃຈໃສ່ເປັນພິເສດ, ຍ້ອນວ່າ ນີ້ແມ່ນຂົວຕໍ່ອັນສໍາຄັນລະຫວ່າງທະຫານກັບປະຊາຊົນ. ເມື່ອທະຫານ ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຊ່ວຍປະຊາຊົນ ດ້ວຍໜ້າວຽກທີ່ລະອຽດ, ແທດຈິງນັ້ນຄວາມເຊື່ອໝັ້ນຈະໄດ້ຮັບການປັບປຸງ. ແລະຍ້ອນຄວາມເຊື່ອໝັ້ນນັ້ນເປັນພື້ນຖານເພື່ອສ້າງທ່າສະໜາມຮົບໃນໃຈປະຊາຊົນອັນໜັກແໜ້ນ, ປະກອບສ່ວນປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດອັນຍາວນານ”.
ຍາມໃດທາງກົມກອງ ກໍເປັນເຈົ້າການສົມທົບກັບກໍາລັງຕ່າງໆ ເພື່ອກໍາແໜ້ນສະພາບການ, ແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ, ບໍ່ໃຫ້ກາຍເປັນຈຸດເຄັ່ງຮ້ອນ, ຍ້ອນເຫດນັ້ນຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ບໍລິເວນຍາມໃດກໍໄດ້ຮັບການຮັກສາໄວ້.
ສ້າງທ່າສະໜາມຮົບໃນໃຈປະຊາຊົນຢູ່ເຂດຊາຍແດນ
ຖ້າເບິ່ງແຕ່ການເຄື່ອນໄຫວລາດຕະເວນ ຫຼືຕົວເລກທີ່ຢູ່ໃນບົດລາຍງານ, ແມ່ນຍາກຈະທີ່ເຫັນໄດ້ໝົດບົດບາດຂອງວຽກງານຂົນຂວາຍປະຊາຊົນຢູ່ ຣາມາຍ, ຍ້ອນວ່າ ສ່ວນສໍາຄັນທີ່ສຸດແມ່ນຢູ່ທີ່ການປ່ຽນແປງທັດສະນະຄະຕິຂອງປະຊາຊົນ.
ທ່ານ ໂຮ່ຊວນ ອາໄສຢູ່ບ້ານ ຣາມາຍ, ຕາແສງເຢິນຮວ໊າ ແບ່ງປັນວ່າ: “ພວກອາວທະຫານ ບໍ່ພຽງແຕ່ຊ່ວຍທາງດ້ານວັດຖຸເທົ່ານັ້ນ, ຫາກຍັງລົງມາຢ້ຽມຢາມຖາມຂ່າວ, ກ່າວເຕືອນພໍ່ແມ່ປະຊາຊົນເປັນປະຈໍາວ່າ ຕ້ອງປະຕິບັດຕາມກົດໝາຍ, ບໍ່ຟັງຄວາມພວກຄົນບໍ່ດີ. ລູກຂອງຂ້າພະເຈົ້າ ພວກອາວທະຫານ ກໍເອົາໃຈໃສ່ເບິ່ງແຍງ, ສະນັ້ນຫຼານ ຈຶ່ງຕັ້ງໃຈຮຽນກວ່າ. ພໍ່ແມ່ປະຊາຊົນໃນບ້ານໃຜກໍຮັກແພງ ແລະເຊື່ອໝັ້ນທະຫານຊາຍແດນ ຣາມາຍ”.
ທ່ານ ດິງຊວນເທືອງ, ປະທານຄະນະກໍາມະການປະຊາຊົນຕາແສງ, ທັງເປັນເລຂາພັກຕາແສງ ຕວຽນເລິມ ໃຫ້ຮູ້ວ່າ: ພວກອາວທະຫານຊາຍແດນ ຣາມາຍ ໄດ້ໃກ້ຊິດຕິດແທດກັບປະຊາຊົນຍ້ອນເຫດນັ້ນ ປະຊາຊົນຈຶ່ງເຊື່ອໝັ້ນ ແລະພ້ອມກັນເຂົ້າຮ່ວມຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ. ທະຫານຊາຍແດນ ຣາມາຍ ໄດ້ສະແດງອອກໃຫ້ເຫັນຜ່ານໜ້າວຽກທີ່ລະອຽດ, ນັບແຕ່ການຊ່ວຍເຫຼືອຊາວບ້ານມຸງຫຼັງຄາເຮືອນຄືນໃໝ່ຈົນເຖິງການດໍານາ, ເກັບກ່ຽວເຂົ້າ, ປູກຕົ້ນໄມ້, ອະນາໄມເສັ້ນທາງໃນບ້ານ, ຈັດພາເຂົ້າພານ້ຳ, ມອບເສື້ອກັນໜາວ, ຕັດຜົມໃຫ້ຊາວບ້ານ. ເວົ້າລວມແລ້ວ, ຈາກການໂຄສະນາເຜີຍແຜ່ກົດໝາຍ ຈົນເຖິງເລື່ອງພ້ອມກັບປະຊາຊົນ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການດຳລົງຊີວິດ ຍາມໃດກໍມີການຊ່ວຍເຫຼືອຂອງພວກອາວທະຫານຊາຍແດນ”.
ຊາຍແດນ ຢູ່ຣາມາຍ ບໍ່ພຽງແຕ່ເປັນເສັ້ນບາງໆໃນແຜນທີ່ເທົ່ານັ້ນ, ຫາກຍັງເປັນບ່ອນທີ່ທະຫານ ແລະປະຊາຊົນຢືນຢູ່ນໍາກັນ, ພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ພ້ອມກັນຮັກສາຄວາມສະຫງົບສຸກ ແລະຍິ່ງກວ່າສິ່ງໃດໝົດ ແມ່ນພ້ອມກັນຮັກສາຄວາມເຊື່ອໝັ້ນໃນການປົກປັກຮັກສາຊາຍແດນຂອງປະເທດຊາດໄວ້ ຢ່າງໝັ້ນຄົງ.
ໂດຍ: ໄຊຊະນະ