ໃນບັນຍາກາດທີ່ສາຍຈິດສາຍໃຈສາມັກຄີມິດຕະພາບແບບພິເສດ ລະຫວ່າງຫວຽດນາມ - ລາວ, ຄະນະປະຕິບັດງານໄດ້ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງ ແລະກຳລັງປະກອບອາວຸດທ້ອງຖິ່ນ ເພື່ອຜັນຂະຫຍາຍໂຄງການຢ້ຽມຢາມ, ມອບຂອງຂວັນ, ກວດປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ.

leftcenterrightdel
ຄະນະປະຕິບັດງານມອບຂອງຂວັນໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານ ມ່ວງ. ພາບ: baovanhoa.vn

ໃນໂຄງການ, ຖັນແຖວທ່ານໝໍທະຫານໄດ້ກວດສຸຂະພາບຢ່າງລະມັດລະວັງ, ໃຫ້ຄຳປຶກສາດ້ານການດູແລສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ພະຍາດຫຼາຍປະເພດ ເຊັ່ນ: ຫວັດ, ອາການເຈັບຂໍ້, ບັນຫາກ່ຽວກັບລະບົບຍ່ອຍອາຫານໄດ້ຮັບການກວດພົບໂດຍໄວ ແລະແນະນໍາການປິ່ນປົວຢ່າງທັນການ, ປະກອບສ່ວນເຂົ້າໃນການຍົກສູງຄວາມຮັບຮູ້ກ່ຽວກັບການດູແລສຸຂະພາບໃນຊຸມຊົນ.

ບັນດາການເຄື່ອນໄຫວທີ່ມີຄວາມໝາຍມະນຸດສະທຳເຫຼົ່ານີ້ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ, ຄວາມຮັກແພງຢ່າງເລິກເຊິ່ງຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງ ຕໍ່ປະຊາຊົນລາວ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຫວຽດນາມ ແລະ ລາວ.

ໂດຍ: ຈາງຫງວຽນ