ທ່ານພົນຈັດຕະວາ ເລແທ່ັງລອງ, ຮອງຫົວໜ້າການເມືອງວິທະຍາຄານພະລາທິການ ເປັນປະທານການພົບປະ. ເຂົ້າຮ່ວມມີ ທ່ານພົນຈັດຕະວາ Lengsovannara, ທີ່ປຶກສາທູດການທະຫານ ກໍາປູເຈຍ; ພັນເອກ ວຽງໄຊ ສຸລິວົງ, ທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ;  ຕາງໜ້າຜູ້ບັນຊາການບັນດາອົງການ, ກົມກອງ ພ້ອມກັບນັກຮຽນທະຫານລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ວິທະຍາຄານ.

leftcenterrightdel
ທ່ານພົນຈັດຕະວາ ເລແທ່ັງລອງ ຮອງຫົວໜ້າການເມືອງວິທະຍາຄານພະລາທິການ ກ່າວຄໍາເຫັນທີ່ເຫດການ. ພາບ: qdnd.vn

leftcenterrightdel
ຜູ້ແທນເຂົ້າຮ່ວມການພົບປະ. ພາບ: qdnd.vn

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຈັດຕະວາ ເລແທັ່ງລອງ ເນັ້ນໜັ້ກວ່າ ບຸນປີໃໝ່ຂອງປະຊາຊົນລາວ ແລະບຸນປີໃໝ່ Choul Chnam Thmey ຂອງປະຊາຊົນກໍາປູເຈຍ ແມ່ນເຫດການວັດທະນະທໍາພິເສດ, ມີສີສັນສະເພາະຂອງຊາດ, ແມ່ນໂອກາດ ເພື່ອໃຫ້ແຕ່ລະຄົນມຸ່ງເຖິງກົກເຄົ້າເຫງົ້າຕໍ, ໂຮມຢູ່ດ້ວຍກັນນໍາຄອບຄົວ, ຂໍໃຫ້ປີໃໝ່ຈົ່ງຢູ່ດີມີແຮງ, ຄວາມຜາສຸກ.

ເລື່ອງວິທະຍາຄານຈັດຕັ້ງການພົບປະ, ອວຍພອນບຸນປີໃໝ່ຂອງສອງປະເທດເພື່ອນ ບໍ່ພຽງແຕ່ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບຕໍ່ກັບນັກຮຽນທະຫານສາກົນເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນໍ້າໃຈສາມັກຄີ, ສະໜິດຕິດພັນກັນລະຫວ່າງພະນັກງານ, ອາຈານ, ນັກຮຽນທະຫານ, ນັກຮົບວິທະຍາຄານກັບນັກຮຽນທະຫານສອງປະເທດລາວ ແລະກໍາປູເຈຍ.

leftcenterrightdel
ລາຍການສະແດງສິລະປະທີ່ເຫດການ. ພາບ: qdnd.vn

ທ່ານຮອງຫົວໜ້າການເມືອງວິທະຍາຄານ ໃຫ້ຮູ້ວ່າ ນັບແຕ່ປີ 1962 ມາຮອດປະຈຸບັນ, ວິທະຍາຄານພະລາທິການ ໄດ້ບໍາລຸງກໍ່ສ້າງພະນັກງານພະລາທິການ, ການເງິນຫຼາຍພັນຄົນໃຫ້ແກ່ກອງທັບປະຊາຊົນລາວ ແລະກອງທັບລາຊະອານາຈັກກໍາປູເຈຍ; ຈັດສົ່ງພະນັກງານ, ອາຈານເປັນນັກຊ່ຽວຊານໄປຊ່ວຍເພື່ອນກໍ່ສ້າງຂະແໜງພະລາທິການການທະຫານ.

ຕາງໜ້າຄະນະພັກ, ຄະນະອໍານວຍການວິທະຍາຄານ, ທ່ານພົນຈັດຕະວາ ເລແທັ່ງລອງ ສົ່ງຄໍາອວຍພອນປີໃໝ່ທີ່ດີງາມທີ່ສຸດມາຍັງບັນດາສະຫາຍທີ່ປຶກສາທູດປ້ອງກັນຊາດ, ທີ່ປຶກສາທູດການທະຫານສອງປະເທດ, ພ້ອມກັບນັກຮຽນທະຫານລາວ ແລະກໍາປູເຈຍ ທຸກຖ້ວນໜ້າທີ່ພວມຮໍ່າຮຽນຢູ່ວິທະຍາຄານ ແລະຄອບຄົວ; ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ; ອວຍພອນໃຫ້ການພົວພັນສາມັກຄີ, ມິດຕະພາບພິເສດ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ການພົບປະ. ພາບ: qdnd.vn

ໃນໄລຍະຮໍ່າຮຽນຢູ່ວິທະຍາຄານ, ນັກຮຽນສາກົນ ບໍ່ພຽງແຕ່ໄດ້ປະກອບຄວາມຮູ້ວິຊາສະເພາະເທົ່ານັ້ນ ຫາກຍັງຮູ້ສຶກຢ່າງເລິກເຊິ່ງຕໍ່ນໍ້າໃຈສາມັກຄີມິດຕະພາບ, ມີຄວາມໄວ້ເນື້ຶອເຊື່ອໃຈລະຫວ່າງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ.

ໂດຍ: ໄຊນີດາ