ທີ່ສຳນັກງານຂອງຄະນະຜູ້ຕາງໜ້າລາວ ປະຈຳ ສປຊ, ທ່ານ ໂດຮຸ່ງຫວຽດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນສຳຄັນ ທີ່ປະຊາຊົນລາວອ້າຍນ້ອງ ບັນລຸໄດ້ໃນປີຜ່ານມາ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ; ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ. ໃນໂອກາດນີ້, ທ່ານ ໂດຮຸ່ງຫວຽດ ໄດ້ແຈ້ງໃຫ້ຊາບຜົນກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI, ຂອບໃຈການນຳພັກ ແລະລັດລາວ ທີ່ໄດ້ສົ່ງໂທລະເລກອວຍພອນມາຍັງຄະນະການນຳຂອງຫວຽດນາມ ອາຍຸການ 2026 - 2031.

leftcenterrightdel
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ແລະພັນລະຍາ ອວຍພອນທ່ານເອກອັກຄະລັດຖະທູດ ທອງຜ່ານ ສະຫວັນເພັດ ແລະ ພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳ ສປຊ  ຕີລາຄາສູງມູນເຊື້ອການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະການສະໜັບສະໜູນເຊິ່ງກັນ ແລະກັນ ລະຫວ່າງສອງຄະນະຜູ້ຕາງໜ້າ ໃນໄລຍະຜ່ານມາຢູ່ ສປຊ. ທ່ານ ທອງຜ່ານ ສະຫວັນເພັດ ໄດ້ແຈ້ງໃຫ້ຊາບຜົນຂອງການເລືອກຕັ້ງການນຳຫຼັກແຫຼ່ງ ໃນກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດລາວ ຊຸດທີ X; ພ້ອມທັງປາດຖະໜາຢາກໃຫ້ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອຮັກສາການເຕີບໂຕ ແລະຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ໃນສະພາບການສາກົນທີ່ຜັນແປໄປຢ່າງສັບສົນ.

ທີ່ສໍານັັງານຂອງຄະນະຜູ້ຕາງໜ້າກຳປູເຈຍ ປະຈໍາ ສປຊ, ທ່ານ ໂດຮຸ່ງຫວຽດ ໄດ້ອວຍພອນທ່ານ Chhea Keo, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າກຳປູເຈຍ ປະຈໍາ ສປຊ ພ້ອມດ້ວຍພະນັກງານ, ພາລະກອນໃນຄະນະຜູ້ຕາງໜ້າກຳປູເຈຍ ປະຈໍາ ສປຊ ທຸກຖ້ວນໜ້າ; ຕີລາຄາສູງຜົນງານໃນທຸກດ້ານ ທີ່ປະຊາຊົນກໍາປູເຈຍ ລັນລຸໄດ້ໃນໄລຍະຜ່ານມາ ແລະສະແດງຄວາມເຊື່ອໝັ້ນວ່າ ລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ວັດທະນາຖາວອນ. ທ່ານ ໂດຮຸ່ງຫວຽດ ປາດຖະໜາຢາກໃຫ້ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ ກໍ່ຄືສົມທົບກັນຢ່າງຕັ້ງໜ້າທີ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນລະຫວ່າງສອງຄະນະຜູ້ຕາງໜ້າ ຢູ່ ນິວຢອກ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ອວຍພອນທ່ານເອກອັກຄະລັດຖະທູດ Chhea Keo. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເອກອັກຄະລັດຖະທູດ Chhea Keo ໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມຂອງສາຍພົວພັນຖານບ້ານໃກ້ເຮືີອນຄຽງ, ນໍ້າໃຈມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານລະຫວ່າງກຳປູເຈຍ-ຫວຽດນາມ ໃນໄລຍະຜ່ານມາ, ເຊື່ອໝັ້ນວ່າ ສາຍພົວພັນສອງຝ່າຍຈະສືບຕໍ່ໄດ້ຮັບການປັບປຸງກວ່າອີກ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ຫົວໜ້າຄະນະຜູ້ຕາງງໜ້າກຳປູເຈຍ  ປະຈໍາ ສປຊ ເຫັນດີຈະສົມທົບກັນຊຸກຍູ້ການຮ່ວມມືໃຫ້ຫຼາຍກວ່າເກົ່າ ລະຫວ່າງສອງປະເທດໃນບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນ ສປຊ ແລະໃນຂອບເຂດຄະນະກຳມະການອາຊຽນ ປະຈຳ ນິວຢອກ ໃນໄລຍະຈະມາເຖິງ.

ໂດຍ: ທູຈາງ