ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງເສນາທິການຕຳຫຼວດປະຊາຊົນ
ຕອນເຊົ້າວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງເສນາທິການຕຳຫຼວດປະຊາຊົນ (ວັນທີ 18 ເມສາ 1946 / ວັນທີ 18 ເມສາ 2026) ແລະ ປະດັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ຫ້ອງວ່າການກະຊວງຕຳຫຼວດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນຳທີ່ພິທີ.
ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕາງໜ້າໃຫ້ການນຳພັກ, ລັດ ປະດັບນາມມະຍົດ “ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ” ທີ່ມອບໃຫ້ຫ້ອງວ່າການກະຊວງຕຳຫຼວດ - ອົງການເສນາທິການສູງສຸດຂອງກຳລັງຕຳຫຼວດປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກເຖິງບົດບາດ, ຄວາມໝາຍ ແລະຄວາມສຳຄັນເປັນພິເສດຕໍ່ກັບທຸກການເຄື່ອນໄຫວຂອງກຳລັງຕໍາຫຼວດ, ທັງເປັນເສນາທິການດ້ານຍຸດທະສາດ, ທັງເປັນເສນາທິການດ້ານການສູ້ຮົບ; ພ້ອມທັງແມ່ນສູນຂໍ້ມູນຂ່າວສານ ຮັບໃຊ້ໃຫ້ການເຄື່ອນໄຫວນຳພາ, ບັນຊາ, ຊີ້ນໍາ ແລະຄຸ້ມຄອງບໍລິຫານ, ແມ່ນສູນທີ່ເຕົ້າໂຮມສະຕິປັນຍາຂອງຄະນະພັກ, ການນໍາ ແລະກອງບັນຊາການຕໍາຫຼວດທຸກຂັ້ນ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະດັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ຫ້ອງວ່າການກະຊວງຕຳຫຼວດ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ວຽກງານເສນາທິການຕຳຫຼວດປະຊາຊົນ ຕ້ອງແມ່ນພື້ນຖານ ເພື່ອຊຸກຍູ້ການປະຕິບັດບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບຄວາມໝັ້ນຄົງ, ການປົກປ້ອງຄວາມໝັ້ນຄົງແຫ່ງຊາດ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ກຳນົດໄວ້ຢ່າງມີໄຊ, ມານະພະຍາຍາມກໍ່ສ້າງກຳລັງເສນາທິການຕໍາຫຼວດປະຊາຊົນປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝໃຫ້ໄດ້ໂດຍໄວກ່ອນປີ 2030. “ຍິ່ງກວ່າໃດໝົດ, ກຳລັງເສນາທິການຕຳຫຼວດປະຊາຊົນ ຕ້ອງແມ່ນກຳລັງແບບຢ່າງນຳໜ້າ ແລະ ແຜ່ກະຈາຍຢ່າງແຮງ, ຊຸກຍູ້ກຳລັງຕຳຫຼວດນຳໜ້າມໃນການປະຕິບັດຈິດໃຈການກະທຳ, ລະບຽບວິໄນ, ເຮັດວຽກງານຢ່າງເຖິງຖອງ, ສູ້ຊົນສ້າງບັນດາຂີດໝາຍ, ຜົນງານໃໝ່ເພື່ອພັກ, ເພື່ອປະຊາຊົນ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ