leftcenterrightdel
ທ່ານ ດັ້ງຫງອັກເຮົ້າ ຮອງປະທານຄະນະກໍາມະການປະຊາຊົນແຂວງເຊີນລາ ກ່າວຄໍາເຫັນອວຍພອນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ງານພົບປະ, ທ່ານ ດັ້ງຫງອັກເຮົ້າ ຮອງປະທານຄະນະກໍາມະການປະຊາຊົນແຂວງເຊີນລາ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ແຂວງເຊີນລາ ໄດ້ຮັກສາການພົວພັນຮ່ວມມືຮອບດ້ານກັບບັນດາແຂວງພາກເໜືອຂອງລາວ ຜ່ານການແລກປ່ຽນຄະນະຜູ້ແທນ, ການຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນບັນດາຂົງເຂດເສດຖະກິດ, ສັງຄົມ, ວັດທະນະທໍາ, ການສຶກສາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ ດັ້ງຫງອັກເຮົ້າ ຫວັງວ່າ ນັກສຶກສາລາວ ຈະສືບຕໍ່ມານະພະຍາຍາມສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມບັນລຸໄດ້ໝາກຜົນສູງ ເພື່ອໃຫ້ພາຍພາກໜ້າປະກອບສ່ວນຕັ້ງໜ້າໃຫ້ແກ່ບ້ານເກີດເມືອງນອນ, ປະເທດ; ສືບຕໍ່ເພີ່ມພູນຄູນສ້າງການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະແຂວງເຊີນລາ ເວົ້າສະເພາະ.

leftcenterrightdel
ນ້ອງ ຕຸຍຊົງ ເຍຍເນັງ ຕາງໜ້າໃຫ້ນັກສຶກສາລາວ ທີ່ພວມສຶກສາຮໍ່າຮຽນຢູ່ເຊີນລາ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າໃຫ້ນັກສຶກສາລາວ ທີ່ພວມສຶກສາຮໍ່າຮຽນຢູ່ ເຊີນລາ ກ່າວຄໍາເຫັນທີ່ລາຍການ, ນ້ອງ ຕຸຍຊົງ ເຍຍເນັງ (ນັກສຶກສາ ເຊື່ອມຕໍ່ມະຫາວິທະຍາ ໄລສ້າງຄູ ເຄມີສາດ K64, ມະຫາວິທະຍາໄລ ໄຕບັກ) ແບ່ງປັນວ່າ ໃນບັນຍາກາດອັນເບີກບານມ່ວນຊື່ນ, ອົບອຸ່ນຂອງບຸນປີໃໝ່ ລາວ 2026, ນ້ອງ ຮູ້ສຶກສະເທືອນໃຈ, ເປັນກຽດເມື່ອໄດ້ຮັບການເອົາໃຈໃສ່, ເບິ່ງແຍງດູແລຢ່າງຮອບຄອບຖີ່ຖ້ວນຈາກການນໍາທຸກຂັ້ນ ກໍຄືບັນດາອົງການ, ກົມກອງ ແລະບັນດາໂຮງຮຽນຂອງແຂວງເຊີນລາ.

leftcenterrightdel
ການນໍາຄະນະກໍາມະການປະຊາຊົນແຂວງ ແລະການນໍາຄະນະຊາວໜຸ່ມແຂວງເຊີນລາ ມອບໃບຍ້ອງຍໍໃຫ້ນັກສຶກສາລາວ ທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ ແລະຕັ້ງໜ້າເຂົ້າຮ່ວມບັນດາກິດຈະກໍາເຄື່ອນໄຫວຂອງການຈັດຕັ້ງຊາວໜຸ່ມ. ພາບ: ສໍານັກຂ່າວສານຫວຽດນາມ.

leftcenterrightdel
ການນໍາຄະນະກໍາມະການປະຊາຊົນແຂວງ ແລະຄະນະຈັດຕັ້ງ ມອບຂອງຂວັນປີໃໝ່ໃຫ້ຜູ້ຕາງໜ້ານັກສຶກສາລາວ ທີ່ພວມຮໍ່າຮຽນ ຢູ່ບັນດາໂຮງຮຽນ ໃນແຂວງເຊີນລາ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ການນໍາແຂວງເຊີນລາ ແລະຄະນະຈັດຕັ້ງ ໄດ້ມອບຂອງຂວັນປີໃໝ່ ໃຫ້ຜູ້ຕາງໜ້ານັກສຶກສາ ລາວ ທີ່ພວມສຶກສາຮໍ່າຮຽນທີ່ບັນດາໂຮງຮຽນຂອງແຂວງເຊີນລາ. ຄະນະປະຈໍາຄະນະຊາວໜຸ່ມແຂວງເຊີນລາ ໄດ້ຍ້ອງຍໍສັນລະເສີນ, ມອບໃບຍ້ອງຍໍໃຫ້ນັກສຶກສາລາວ ຈໍານວນ 37 ຄົນ ທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ ແລະຕັ້ງໜ້າເຂົ້າຮ່ວມບັນດາກິດຈະກໍາເຄື່ອນໄຫວຂອງການຈັດຕັ້ງຊາວໜຸ່ມ, ສະມາຄົມ.

leftcenterrightdel
ລາຍການຟ້ອນຂອງນັກສຶກສາລາວ ທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ພິທີຜູກແຂນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະໄດ້ດໍາເນີນລາຍການສະແດງສິລະປະດ້ວຍຫົວຂໍ້ “ເຕັມໄປດ້ວຍນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ” ສະແດງໂດຍລວມໝູ່ຍິງຊາຍນັກສະແດງ ໂຮງລະຄອນຟ້ອນລຳທຳເພງແຂວງເຊີນລາ ແລະນັກສຶກສາ ລາວ ພ້ອມກັບນັກສຶກສາມະຫາວິທະຍາໄລ ໄຕບັກ; ປະຕິບັດພິທີຜູກແຂນ ແລະຫົດນໍ້າ - ສັນຍາລັກໃຫ້ແກ່ຄໍາອວຍພອນປີໃໝ່ ຢູ່ດີມີແຮງ, ມີພະລານາໄມສົມບູນ, ໂຊກດີ, ຜາສຸກ. 

ໂດຍ: ໄຊຊະນະ