ນີ້ແມ່ນການປະຕິບັດງານຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ການບູລະນະ, ປັບປຸງກົງຈັກລັດຂອງ ສສ ຫວຽດນາມ ໃນອາຍຸການໃໝ່.

ກອງປະຊຸມສະມັດຊາໃຫຍ່ IPU-152 ມີຫົວຂໍ້ຫຼັກແມ່ນ “ລໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະປົກປ້ອງຄວາມຍຸຕິທຳໃຫ້ແກ່ຄົນລຸ້ນຫຼັງ.” ນັບແຕ່ໄດ້ເປັນສະມາຊິກທາງການຂອງ IPU ໃນເດືອນເມສາ 1979, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວຂອງ IPU. ຜ່ານ IPU, ສະພາແຫ່ງຊາດຫວຽດນາມ ໄດ້ຊຸກຍູ້ການເຄື່ອນໄຫວການທູດລັດຖະສະພາ, ສ້າງຕັ້ງ ແລະປັບປຸງການພົວພັນຮ່ວມມືກັບລັດຖະສະພາບັນດາປະເທດ, ໂຄສະນາເຜີຍແຜ່ຮູບພາບ, ຍົກສູງຖານະບົດບາດສາກົນຂອງຫວຽດນາມ;  ພ້ອມທັງຕັ້ງໜ້າຊຸກຍູ້ບາງຂໍ້ລິເລີ່ມຢູ່ IPU, ເປັນຕົ້ນແມ່ນກ່ຽວກັບການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ສິດທິຂອງແມ່ຍິງ, ເດັກນ້ອຍ, ການຫັນປ່ຽນດີຈີຕອນ...

ສ້າງຕັ້ງການພົວພັນທາງການທູດໃນວັນທີ 7 ມິຖຸນາ 1978, ຫວຽດນາມ ແລະຕວກກີ ໄດ້ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານໃນຫຼາຍຂົງເຂດ. ການພົວພັນຜ່ານຊ່ອງທາງພັກ, ທ້ອງຖິ່ນໄດ້ຮັບການປັງປຸງ. ຜ່ານຊ່ອງທາງສະພາແຫ່ງຊາດ, ສອງຝ່າຍໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ຕວກກີ, ສະມາຄົມມິດຕະພາບ ແລະການຮ່ວມມື ຫວຽດນາມ-ຕວກກີ. ເປັນເວລາຫຼາຍປີແລ້ວ ທີ່ຕວກກີ ເປັນຄູ່ຮ່ວມມືດ້ານການຄ້າທີ່ບໍ່ແມ່ນນ້ຳມັນລາຍໃຫຍ່ອັນດັບສອງຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ ດ້ວຍວົງເງິນການຄ້າສອງຝ່າຍບັນລຸ 2,3 ຕື້ໂດລາສະຫະລັດໃນປີ 2025.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມ IPU-152 ທີ່ Istanbul, ຕວກກີ, ດຳເນີນການເຄື່ອນໄຫວສອງຝ່າຍຢູ່ປະເທດຕວກກີ ແລະຢ້ຽມຢາມ ສາທາລະນະລັດ ອີຕາລີ ຢ່າງເປັນທາງການ. ພາບ: ຢຸຍລິນ

ຫວຽດນາມ ແລະອີຕາລີ ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄູ່ຮ່ວມມືຍຸດທະສາດໃນເດືອນກໍລະກົດ 2023. ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາອີຕາລີ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັກສາ ແລະພັດທະນາຢ່າງດີງາມ. ອີຕາລີ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບສາມຂອງຫວຽດນາມ ໃນສະຫະພາບເອີຣົບ (ອີຢູ), ເປັນນັກລົງທຶນ FDI ອັນດັບທີ 32/151 ຢູ່ຫວຽດນາມ. ວົງເງິນການຄ້າສອງສົ້ນໃນປີ 2025 ບັນລຸ 7,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ ປີ 2024. ອີຕາລີ ມີຄວາມເອົາໃຈໃສ່ຕໍ່ການຊຸກຍູ້ການຮ່ວມມືດ້ານການບິນອະວະກາດ, ປັນຍາປະດິດ (AI), ຂໍ້ມູນ, ພະລັງງານນິວເຄຼຍ, ວິທະຍາສາດ-ເຕັກໂນໂລຊີ...

ການປະຕິບັດງານຢູ່ຕ່າງປະເທດຂອງທ່ານ ເຈິ່ນແທັງເໝິນ ໃນຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະການພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ຍູ້ແຮງການພົວພັນຕ່າງປະເທດໃນສັງກາດໃໝ່, ໃຫ້ສົມກັບປະຫວັດສາດ, ວັດທະນະທຳ ແລະຖານະບົດບາດຂອງປະເທດ; ຍູ້ແຮງການພົວພັນຕ່າງປະເທດ, ການເຊື່ອມໂຍງສາກົນ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສົ່ງສານໃຫ້ປະຊາຄົມສາກົນກ່ຽວກັບແຜນນະໂຍບາຍ, ແນວທາງຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ແບ່ງປັນຜົນຂອງການພັດທະນາເສດຖະກິດ-ສັງຄົມ ພາຍຫຼັງ 40 ປີຂອງການປ່ຽນແປງໃໝ່ ແລະເປົ້າໝາຍ, ຄວາມຄາດຫວັງພັດທະນາໃນສັງກາດໃໝ່, ມຸ່ງໄປເຖິງສອງເປົ້າໝາຍຍຸດທະສາດ 100 ປີ.

ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາອີຕາລີ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ມຸ່ງໄປເຖິງການສ້າງຕັ້ງຄູ່ຮ່ວມມືຍຸດທະສາດຮອບດ້ານ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ... ພ້ອມດຽວກັນນັ້ນ, ການຢ້ຽມຢາມຄັ້ງນີ້ ກໍ່ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະຕວກກີ ເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດເຊັ່ນ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, Halal, ສາທາລະນະສຸກ, ກະສິກຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຊີ...

ດ້ວຍແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ປັບປຸງ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືທີ່ສຳຄັນ, ໃນນັ້ນ ມີອີຕາລີ ແລະຕວກກີ, ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຜ່ານການປະຕິບັດງານຂອງທ່ານ ເຈິ່ນແທັງເໝິນ, ຫວຽດນາມ ຫວັງວ່າຈະສືບຕໍ່ຢືນຢັນຖານະບົດບາດ, ທີ່ຕັ້ງ, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງ, ມີຄວາມຮັບຜິດຊອບຢູ່ IPU ແລະໃນຂອບເຂດຂອງກອງປະຊຸມສະມັດຊາໃຫຍ່ IPU-152; ຢືນຢັນການສະໜັບສະໜູນລັດທິຫຼາຍຝ່າຍ ແລະລະບຽບຫຼາຍຝ່າຍ; ພ້ອມທັງຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດ, ລັດຖະສະພາສະມາຊິກ IPU, ເພື່ອຄວາມມານະພະຍາຍາມລວມແນໃສ່ປັບປຸງສັນຕິພາບ, ການຮ່ວມມື ແລະການພັດທະນາ.

ໂດຍ: ຈາງຫງວຽນ