ເອກະລັກສະເພາະພິທີຜູກແຂນຂອງຊາວລາວ ຢູ່ບວນດົນ
ກປ.ອອນໄລ - ວັນທີ 12 ເມສາ, ຢູ່ທີ່ຕາແສງ ບວນດົນ, ແຂວງດັກລັກ, ວັນບຸນປີໃໝ່ ລາວ 2026 ໄດ້ດໍາເນີນ ດ້ວຍຫຼາຍກິດຈະກໍາເຄື່ອນໄຫວທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາແບບດັ້ງເດີມ. ໃນບັນດາພິທີ, ຄື: ຂະບວນແຫ່ນາງສັນຂານ, ພິທີຕ້ອນຮັບປີໃໝ່, ພິທີສົງພະ, ສ້າງເຈດີຊາຍ, ປ່ອຍໂຄມໄຟລອຍ... ພິທີຜູກແຂນເປັນຈຸດເດັ່ນພິເສດ, ສະແດງໃຫ້ເຫັນຄຸນຄ່າວັດທະນະທໍາປະຊາຄົມຂອງຊາວລາວ ຢ່າງເລິກເຊິ່ງ.
ພິທີຜູກແຂນເປັນຮີດຄອງປະເພນີອັນດີງາມທີ່ມີມາແຕ່ດົນນານຂອງຊາວລາວ. ເສັ້ນດ້າຍສີຂາວຜູກໃສ່ຂໍ້ມື ເຊິ່ງເປັນສັນຍາລັກໃຫ້ແກ່ຄໍາອວຍພອນຢູ່ດີມີແຮງ, ໂຊກດີ ແລະຄວາມຜູກພັນອັນແໜ້ນແຟ້ນລະຫວ່າງບັນດາສະມາຊິກໃນປະຊາຄົມ. ໃນພື້ນທີ່ງານບຸນ, ຮູບພາບທຸກຄົນຢູ່ຮ່ວມກັນ, ຜູກແຂນໃຫ້ກັນ ແລະສົ່ງຄໍາອວຍພອນອັນດີງາມໃຫ້ກັນໄດ້ສ້າງບັນຍາກາດອັນອົບອຸ່ນ, ສາມັກຄີ, ແຜ່ຂະຫຍາຍຈິດໃຈມະນຸດສະທໍາອັນເລິກເຊິ່ງ.
    |
 |
|
ຄູບາອາຈານ ປະຕິບັດພິທີຜູກແຂນ, ຜ່ານນັ້ນສະແດງໃຫ້ເຫັນນໍ້າໃຈສາມັກຄີ, ຄວາມຮັກແຂກແພງຄົນກັບບັນດາຜູ້ແທນເຂົ້າຮ່ວມເຫດການ. ພາບ: qdnd.vn |
ໃນວັນບຸນປີໃໝ່ທີ່ບວນດົນ, ພິທີຜູກແຂນ ບໍ່ພຽງແຕ່ເປັນການເຄື່ອນໄຫວທາງດ້ານວັດທະນະທໍາ ເທົ່ານັ້ນ ຫາກຍັງເປັນການສະແດງໃຫ້ເຫັນຢ່າງມີຊີວິດຊີວາຂອງຄວາມຜູກພັນປະຊາຄົມ. ຍ້ອນຄວາມຜູກພັນດັ່ງກ່າວນີ້ເປັນພື້ນຖານອັນສໍາຄັນໃນການສ້າງ “ທ່າສະໜາມໃນໃຈປະຊາຊົນ” - ປັດໄຈຫຼັກແຫຼ່ງຂອງພື້ນຖານປ້ອງກັນຊາດທົ່ວປວງຊົນ.
    |
 |
|
ຕາງໜ້າການນໍາກອງບັນຊາການທະຫານແຂວງ ດັກລັກ ເຂົ້າຮ່ວມວັນບຸນປີໃໝ່ ລາວ 2026 ກັບປະຊາຊົນຕາແສງ ບວນດົນ. ພາບ: qdnd.vn |
    |
 |
|
ປະຊາຊົນ, ແຂກທ່ອງທ່ຽວຈໍານວນຫຼວງຫຼາຍ ເຂົ້າຮ່ວມວັນບຸນປີໃໝ່ ລາວ 2026. ພາບ: qdnd.vn |
    |
 |
|
ບັນດາພິທີໄດ້ຈັດຕັ້ງຢ່າງສົມກຽດ, ເຕັມໄປດ້ວຍຮີດຄອງປະເພນີອັນດີງາມຂອງປະຊາຊົນ ລາວ. ພາບ: qdnd.vn |
ການຮັກສາ ແລະເສີມຂະຫຍາຍພິທີຜູກແຂນໃນຂອບເຂດວັນບຸນວັດທະນະທໍາ ຈະປະກອບສ່ວນກໍານົດທິດຊີວິດທາງດ້ານວັດຖຸຂອງປະຊາຊົນຕາມທິດປອດໃສ, ກ້າວໜ້າ.
ໂດຍ: ໄຊຊະນະ