ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໄປໃນສະພາບການໂລກພວມຜັນແປຢ່າງວ່ອງໄວ, ຊຸກຍູ້ສະພາວະຂອງໂລກຫັນປ່ຽນໄປຕາມທິດຫຼາຍຂົ້ວອຳນາດ, ຫຼາຍຈຸດໃຈກາງ, ຫຼາຍຊັ້ນຫຼາຍຂັ້ນ. ໂດຍລວມແລ້ວ, ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງເປັນທ່າອ່ຽງທີ່ໃຫຍ່, ແຕ່ໂລກນັບມື້ນັບປະເຊີນກັບສິ່ງທ້າທາຍຫຼາຍຢ່າງດ້ວຍຄວາມບໍ່ໝັ້ນຄົງ, ຄວາມບໍ່ແນ່ນອນ ແລະບໍ່ສາມາດຄາດເດົາໄດ້ທີ່ເພີ່ມຂຶ້ນ...

ນັບຕັ້ງແຕ່ການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມັງກອນ 1950, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ໂຊວຽດ ແລະຕໍ່ມາແມ່ນສະຫະພັນລັດເຊຍ, ໄດ້ພັດທະນາຢ່າງດີງາມ. ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການສະໜັບສະໜູນ ແລະຊ່ວຍເຫຼືອອັນລ້ຳຄ່າຂອງປະຊາຊົນໂຊວຽດ ໃນເມື່ອກ່ອນ ແລະລັດເຊຍ ໃນປະຈຸບັນ, ໂດຍຖືວ່າ ລັດເຊຍ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈແຖວໜ້າຂອງຫວຽດນາມ ຢູ່ເອີລົບ. ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2012.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: tienphong.vn

ໃນໄລຍະທາງສາມສ່ວນສີ່ຂອງສະຕະວັດ, ການພົວພັນທາງດ້ານການເມືອງ-ການທູດ ດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງໂດຍສອງປະເທດ ຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງໃນຂອບເຂດຫຼາຍຝ່າຍ. ສອງຝ່າຍໄດ້ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນຢ່າງຕັ້ງໜ້າຢູ່ກົນໄກ, ເວທີປາໄສຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ, APEC, ASEM, ອາຊຽນ, EAEU, BRICS...

ພິເສດແມ່ນຫຼັງຈາກພັກກອມມູນິດຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ປະສົບຜົນສໍາເລັດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Vladimir Putin ປະທານາທິບໍດີລັດເຊຍ ໄດ້ໂອ້ລົມທາງໂທລະສັບ. ທ່ານ ເລຮວ່າຍຈູງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ, ທູດພິເສດຂອງທ່ານ ໂຕເລິມ ກໍໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ ແລະສົ່ງສານຂອງທ່ານ ໂຕເລິມ ເຖິງທ່ານ Vladimir Putin ປະທານາທິບໍດີລັດເຊຍ. ສອງປະເທດໄດ້ຕັດສິນໃຈສ້າງການພົວພັນ ແລະຍົກລະດັບການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດຄືນໃໝ່, ໂດຍອີງໃສ່ສາມເສົາຄ້ຳທີ່ໄດ້ຊີ້ອອກໃນຂໍ້ຕົກລົງຂັ້ນສູງ, ພິເສດແມ່ນໃນສານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ສົ່ງເຖິງທ່ານ Vladimir Putin ປະທານາທິບໍດີລັດເຊຍ.

ໃນຂົງເຂດເສດຖະກິດ, ການຮ່ວມມືລະຫວ່າງສອງຝ່າຍ, ເຖິງວ່າຈະມີຄວາມຫຍຸ້ງຍາກບາງຢ່າງ, ແຕ່ກໍສະແດງໃຫ້ເຫັນເຖິງທ່າອ່ຽງການພັດທະນາຢ່າງຕັ້ງໜ້າ, ດ້ວຍວົງເງິນການຄ້າສອງຝ່າຍບັນລຸ 4,77 ຕື້ໂດລາສະຫະລັດ ໃນປີ 2025 (ເພີ່ມຂຶ້ນ 4% ເມື່ອທຽບໃສ່ປີ 2024). ປະຈຸບັນ, ລັດເຊຍ ມີໂຄງການ 199 ແຫ່ງຢູ່ຫວຽດນາມ ດ້ວຍທຶນຈົດທະບຽນທັງໝົດ 990 ລ້ານໂດລາສະຫະລັດ, ຖືກຈັດຢູ່ອັນດັບທີ 26/147 ປະເທດ ແລະເຂດແຄວ້ນທີ່ລົງທຶນຢູ່ຫວຽດນາມ, ເຊິ່ງໄດ້ຮັບການຜັນຂະຫຍາຍໃນຂົງເຂດນ້ຳມັນອາຍແກັດທີ່ຢູ່ນອກຝັ່ງທະເລ, ການບໍລິການທີ່ພັກ ແລະກິນດື່ມ, ອຸດສາຫະກຳປຸງແຕ່ງ, ການຜະລິດ... ຫວຽດນາມ ມີໂຄງການລົງທຶນຢູ່ລັດເຊຍທີ່ມີຜົນສັກສິດ 16 ໂຄງການ ດ້ວຍທຶນຈົດທະບຽນທັງໝົດ 1,6 ຕື້ໂດລາສະຫະລັດ, ຖືກຈັດຢູ່ອັນດັບທີ 4/81 ປະເທດ ແລະເຂດແຄວ້ນທີ່ຫວຽດນາມ ລົງທຶນ. ຫວຽດນາມ ແລະບັນດາປະເທດໃນສະຫະພັນເສດຖະກິດອາຊີ-ເອີລົບ ທີ່ລັດເຊຍ ເປັນສະມາຊິກໄດ້ລົງນາມຢ່າງເປັນທາງການໃນສັນຍາການຄ້າເສລີ ໃນວັນທີ 29 ພຶດສະພາ 2015 ເຊິ່ງມີຜົນສັກສິດໃນວັນທີ 5 ຕຸລາ 2016.

ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ຮັບການເພີ່ມທະວີດ້ວຍເລື່ອງສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ຈັດກອງປະຊຸມກົນໄກການຮ່ວມມື ແລະການທາບທາມຄວາມເຫັນຢ່າງເປັນປະຈຳ. ການຮ່ວມມືດ້ານພະລັງງານ - ນ້ຳມັນອາຍແກັດ ສືບຕໍ່ໄດ້ຮັບການຊຸກຍູ້, ເປີດກວ້າງ. ສອງຝ່າຍໄດ້ລົງນາມ, ອະນຸມັດ ແລະກຳລັງຜັນຂະຫຍາຍບັນດາອະນຸສັນຍາ, ສັນຍາກ່ຽວກັບການຕໍ່ກຳນົດເວລາ ແລະເປີດກ້ວາງການເຄື່ອນໄຫວຂອງບໍລິສັດຮ່ວມທຶນ Vietsovpetro ແລະ Rusvietpetro.

ສອງຝ່າຍຍູ້ແຮງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ເປັນຕົ້ນແມ່ນໃນຂົງເຂດທີ່ລັດເຊຍມີທ່າແຮງ ຄື: ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຂໍ້ມູນຂ່າວສານ; ເພີ່ມທະວີວຽກງານຄົ້ນຄວ້າວິທະຍາສາດພາຍໃນຂອບເຂດຂອງສູນເຂດຮ້ອນ ຫວຽດນາມ-ລັດເຊຍ. ການຮ່ວມມືດ້ານການສຶກສາ-ບຳລຸງສ້າງໄດ້ຮັບການຊຸກຍູ້ຜ່ານການບໍາລຸງກໍສ້າງແຫຼ່ງຊັບພະຍາກອນມະນຸດ; ລັດເຊຍ ຮັກສາການສະໜອງທຶນການສຶກສາ 1.000 ທຶນຕໍ່ປີໃຫ້ແກ່ຫວຽດນາມ. ສອງຝ່າຍກຳລັງຜັນຂະຫຍາຍການເຄື່ອນໄຫວຢ່າງຕັ້ງໜ້າພາຍໃນຂອບເຂດປີຮ່ວມມື 2026 ກ່ຽວກັບວິທະຍາສາດ ແລະການສຶກສາ. ການຮ່ວມມືດ້ານການທ່ອງທ່ຽວໄດ້ມີການຟື້ນຟູຢ່າງແຮງຍ້ອນການເປີດກວ້າງສາຍການບິນໂດຍກົງລະຫວ່າງສອງປະເທດ. ຈຳນວນນັກທ່ອງທ່ຽວລັດເຊຍ ທີ່ມາຢ້ຽມຢາມຫວຽດນາມ ໃນປີ 2025 ຄາດວ່າ ບັນລຸ 690.000 ເທື່ອຄົນ, ເພີ່ມຂຶ້ນສອງເທົ່າຂອງຈຳນວນໃນປີ 2024 ແລະເກີນລະດັບກ່ອນພະຍາດໂຄວິດ-19.

ບົນພື້ນຖານໝາກຜົນທີ່ບັນລຸໄດ້, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຈະປະກອບສ່ວນເຂົ້າໃນການຍົກລະດັບຂົງເຂດຮ່ວມມືສອງຝ່າຍຢ່າງຮອບດ້ານ, ວາງພື້ນຖານໃຫ້ແກ່ການຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນຫຼາຍຂົງເຂດທີ່ສຳຄັນ, ສ້າງຄວາມກະໂດດຂັ້ນໃນສັງກາດພັດທະນາໃໝ່. ການຢ້ຽມຢາມຄັ້ງນີ້ກໍ່ເປັນໂອກາດເພື່ອໃຫ້ຫວຽດນາມ ຢືນຢັນແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ໃນນັ້ນຖືເປັນສໍາຄັນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ.

ໂດຍ: ຈາງຫງວຽນ