ນີ້ແມ່ນກິດຈະກຳເຄື່ອນໄຫວປະຈຳປີ ທີ່ມີຄວາມໝາຍແທດຈິງ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ- ລາວ ເວົ້າລວມ, ກໍ່ຄືລະຫວ່າງແຂວງເຊີນລາ - ແຂວງຫົວພັນ ເວົ້າສະເພາະ.

ໃນບັນຍາກາດອັນສະໜິດສະໜົມ ແລະເຕັມໄປດ້ວຍນ້ຳໃຈສາມັກຄີ, ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງເຊີນລາ ກ່າວຄໍາເຫັນສະແດງໃຫ້ເຫັນອາລົມຈິດອັນສະໜິດແໜ້ນ, ພ້ອມທັງສົ່ງຄຳອວຍພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບ ແລະປະຊາຊົນແຂວງຫົວພັນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

leftcenterrightdel
ຄະນະປະຕິບັດງານ ກອງບັນຊາການທະຫານຊາຍແດນແຂວງເຊີນລາ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຫົວພັນ ເນື່ອງໃນໂອກາດບຸນປີໃໝ່. ພາບ: bienphong.com.vn

ເນື່ອງໃນໂອກາດນີ້, ຄະນະ ໄດ້ມອບຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການແບ່ງປັນ ແລະສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງຝ່າຍ.

ໃນການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການລາດຕະເວນສອງຝ່າຍ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຢາເສບຕິດ ແລະການເຂົ້າ-ອອກເມືອງຜິດກົດໝາຍ.

ໂດຍ: ທູຈາງ