ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ
ກປ.ອອນໄລ - ຕອນບ່າຍວັນທີ 8 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນພິທີປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ດ້ວຍຜົນສໍາເລັດຢ່າງຈົບງາມ.
ພາຍຫຼັງ 3 ວັນເຮັດວຽກຢ່າງຈິງຈັງ, ເລັ່ງດ່ວນ, ປະຊາທິປະໄຕ ແລະດ້ວຍຄວາມຮັບຜິດຊອບສູງ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI; ໂຄງການການເມືອງ ສະບັບທີ 3 ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030; ກົດລະບຽບຂອງພັກ ສະບັບປັບປຸງ ແລະມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
    |
 |
|
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII. ພາບ: nhandan.vn |
ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ດໍາເນີນການເລືອກຕັ້ງຕຳແໜ່ງການນໍາທີ່ຫຼັກແຫຼ່ງຂອງພັກ. ສະຫາຍ ທອງລຸນ ສີສຸລິດ ສືບຕໍ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ອາຍຸການ 2026-2030.
ກໍທີ່ກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ເລືອກຕັ້ງກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ຄົນ ແລະຄະນະເລຂາທິການສູນກາງພັກ ສະໄໝທີ XII ຈໍານວນ 11 ຄົນ.
ໂດຍ: ຈາງຫງວຽນ