ການຢ້ຽມຢາມດຳເນີນໄປພາຍຫຼັງການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ (ເດືອນ ສິງຫາ 2024) ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ມາຢ້ຽມຢາມຫວຽດນາມ (ເດືອນ ເມສາ 2025); ແລະປີ 2026 ສອງປະເທດໄດ້ກໍານົດໃຫ້ເປັນ “ປີແຫ່ງການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ-ຈີນ 2026-2027”.

ການຢ້ຽມຢາມຄັ້ງນີ້ ແມ່ນສືບຕໍ່ການຢ້ຽມຢາມຄັ້ງປະຫວັດສາດຂອງການນໍາຂັ້ນສູງຂອງສອງພັກ, ສອງລັດໄດ້ປະກອບສ່ວນຢືນຢັນການຕັດສິນໃຈຂອງທັງສອງຝ່າຍໃນການນໍາເອົາການພົວພັນສອງຝ່າຍໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ໃຫ້ໝັ້ນແກ່ນ, ມີສະຖຽນລະພາບຢ່າງແທ້ຈິງ ແລະມີຄວາມໝັ້ນຄົງກວ່າ. ຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງສອງປະເທດໃນຂອບເຂດການຢ້ຽມຢາມຄັ້ງນີ້ຈະມີບົດບາດກໍານົດທິດຍຸດທະສາດອັນເລິກເຊິ່ງຕໍ່ກັບທ່າອ່ຽງພັດທະນາຂອງການພົວພັນສອງພັກ, ສອງລັດໃນໄລຍະຈະມາເຖິງ, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກວ່າອີກ, ປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ.

leftcenterrightdel
ພາບປະກອບຈາກ: qdnd.vn

ການຢ້ຽມຢາມໄດ້ດໍາເນີນໄປໃນສະພາບການພົວພັນລະຫວ່າງຫວຽດນາມ-ຈີນ ໃນໄລຍະຜ່ານມາພັດທະນາຢ່າງສະດວກກວ່າ, ມີບາດກ້າວໃໝ່ຢ່າງຈະແຈ້ງ ແລະຮອບດ້ານພໍສົມຄວນ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສືບຕໍ່ໄດ້ຮັບການປັບປຸງ, ຫຼາຍກົນໄກຮ່ວມມືໃໝ່ໄດ້ສ້າງຕັ້ງ, ບູລະນະ, ຍົກສູງ, ສ້າງຂອບເຂດການຮ່ວມມືໃຫ້ແກ່ການພົວພັນສອງຝ່າຍຢ່າງໝັ້້ນແກ່ນ. ການນໍາຂັ້ນສູງສຸດຂອງສອງພັກໄດ້ມີການໂອ້ລົມທາງໂທລະສັບສໍາຄັນໃນທ້າຍເດືອນ ມັງກອນ 2026. ສອງຝ່າຍຫາກໍ່ຈັດຕັ້ງກອງປະຊຸມ ຄັ້ງທີ 17 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ-ຈີນ ປະສົບຜົນສໍາເລັດ. ພິເສດ, ສອງຝ່າຍໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 1 ກົນໄກການເຈລະຈາຍຸດທະສາດ “3+3” ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດຫວຽດນາມ-ຈີນ ໃນເດືອນມີນາ 2026 ປະສົບຜົນສໍາເລັດ, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນຄວາມໄວ້ເນື້ອເຊື່ອໃຈ ແລະສົມທົບຍຸດທະສາດລະຫວ່າງສອງຝ່າຍ.

ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີການຫັນປ່ຽນຕາມທິດແທດຈິງກວ່າ. ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່ພື້ນຖານໂຄງລ່າງມີການເຕີບໂຕຢ່າງແຂງແຮງ, ມີຫຼາຍບາດກ້າວບຸກທະລຸໃໝ່, ໂດຍສະເພາະແມ່ນກ່ຽວກັບການຮ່ວມມືເຊື່ອມຕໍ່ທາງລົດໄຟ. ການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນໄດ້ດໍາເນີນໄປຢ່າງເປັນຂະບວນຟົດຟື້ນ. ການສົມທົບຫຼາຍຝ່າຍນັບມື້ນັບແໜ້ນແຟ້ນ. ຈີນ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນການພົວພັນກັບຫວຽດນາມ ຢ່າງຈະແຈ້ງຢູ່ຂັ້ນສູງສຸດ, ຖືຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດບ້ານໃກ້ເຮືອນຄຽງ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພາຍຫຼັງທີ່ຫວຽດນາມ ບູລະນະ, ປັບປຸງຕໍາແໜ່ງການນໍາລັດຢູ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຊຸດທີ XVI; ການຢ້ຽມຢາມ ສປ ຈີນ ຄັ້ງທໍາອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ສິ່ງເຫຼົ່ານີ້ໄດ້ຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິເລກທີ 34-NQ/TW ຂອງກົມການເມືອງວ່າດ້ວຍເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,  ຫັນການພົວພັນການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ໃນນັ້ນຍາມໃດກໍ່ໃຫ້ບຸລິມະສິດແຖວໜ້າຕໍ່ກັບການພົວພັນກັບຈີນ; ພ້ອມກັບ ຈີນ ຮ່ວມເດີນທາງຕາມເສັ້ນທາງກໍ່ສ້າງສັງຄົມນິຍົມ, ຫຸ້ນສ່ວນຍຸດທະສາດອັນເລິກເຊິ່ງກວ່າ, ພ້ອມກັນພັດທະນາຢ່າງໝັ້ນຄົງ.

ໃນສະພາບການສາກົນ, ພາກພື້ນພວມຢູ່ໃນໄລຍະສໍາຄັນໃນການສ້າງລະບຽບໂລກກັບຄຸນລັກສະນະບໍ່ສະຫງົບ, ບໍ່ຄົງທີ່ເພີ່ມຂຶ້ນ; ພາກພື້ນອາຊີ-ປາຊີຟິກ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງການແກ່ງແຍ້ງຂອງປະເທດໃຫຍ່, ການຢ້ຽມຢາມ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ມີຄວາມໝາຍສໍາຄັນພິເສດ, ເປີດຫຼາຍໂອກາດຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນ, ຊຸກຍູ້ຄວາມສາມາດບົ່ມຊ້ອນໃນການພົວພັນຮ່ວມມືຫວຽດນາມ-ຈີນ, ນໍາເອົາການພົວພັນສອງພັກ, ສອງລັດສືບຕໍ່ພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະໝັ້ນຄົງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ດ້ວຍຫຼາຍລາຍການເຄື່ອນໄຫວທີ່ອຸດົມສົບບູນ, ມີຄວາມໝາຍທີ່ແທດຈິງໃນໂອກາດ, ໝາກຜົນຂອງການຢ້ຽມຢາມໄດ້ຕັ້ງຄວາມຫວັງໄວ້ວ່າຈະປະກອບສ່ວນໃຫ້ແກ່ການພົວພັນຫວຽດນາມ-ຈີນ ຕາມກໍານົດທິດ “6 ກວ່າ”; ພ້ອມທັງສ້າງພື້ນຖານສໍາຄັນເພື່ອຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ຫັນຂໍ້ຕົກລົງທີ່ໄດ້ລົງນາມຜ່ານໂຄງການ ແລະລາຍການຮ່ວມມືລະອຽດໃຫ້ປະກົດຜົນເປັນຈິງ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ການພັດທະນາຂອງແຕ່ລະປະເທດ ແລະໃຫ້ການພົວພັນສອງຝ່າຍ.

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະປະສົບຜົນສໍາເລັດຢ່າງດີງາມ, ສ້າງຂີດໝາຍໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ.

ໂດຍ: ໄຊນີດາ