ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຊົມເຊີຍຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ກປ.ອອນໄລ - ຕອນບ່າຍວັນທີ 8 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເລຮວ່າຍຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະ ໄປສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ປະທານປະເທດ ແຫ່ງ ສປປ ລາວ.
ທີ່ການພົບປະ, ທ່ານ ເລຮວ່າຍຈຸງ ໄດ້ສົ່ງຄໍາອວຍພອນໄຊ ແລະຊົມເຊີຍຢ່າງສຸດອົກສຸດໃຈຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ມາຍັງທ່ານ ທອງລຸນ ສີສຸລິດ ແລະການນໍາຂັ້ນສູງຂອງພັກ, ລັດລາວ; ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເຫດການເປັນຂີດໝາຍການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍທີ່ສໍາຄັນພິເສດຕໍ່ພາລະກິດປະຕິວັດຂອງປະເທດລາວ ອ້າຍນ້ອງ.
    |
 |
|
ທ່ານ ເລຮວ່າຍຈຸງ ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເລຮວ່າຍຈຸງ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ໂຕເລິມ ມາຍັງທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນເວລາທີ່ເໝາະສົມ.
* ຕອນບ່າຍວັນດຽວກັນ, ທ່ານ ເລຮວ່າຍຈຸງ ໄດ້ເຂົ້າພົບປະສະແດງຄວາມຊົມເຊີຍຕໍ່ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສະໄໝທີ XII.
ໂດຍ: ຈາງຫງວຽນ