ດ້ວຍຈິດໃຈເຮັດວຽກຢ່າງຮີບດ່ວນ, ເຂັ້ມງວດ, ມີຄວາມຮັບຜິດຊອບ, ສູນກາງພັກ ໄດ້ສຸມໃສ່ລົງມະຕິຮັບຮອງເອົາບັນດາເນື້ອໃນຫຼັກແຫຼ່ງແກ່ນສານ, ມີລັກສະນະພື້ນຖານ ແລະຈຳເປັນ, ຄື: ວາລະເຮັດວຽກທົ່ວອາຍຸການ; ລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ; ຂໍ້ກຳນົດປະຕິບັດກົດລະບຽບພັກ; ຂໍ້ກໍານົດກ່ຽວກັບການກວດກາ, ຕິດຕາມກວດກາ, ການປະຕິບັດລະບຽບວິໄນຂອງພັກ; ລະບຽບການເຮັດວຽກຂອງຄະນະກໍາມະການກວດກາສູນກາງ; ຂໍ້ກໍານົດກ່ຽວກັບວຽກງານການເມືອງ, ແນວຄິດພາຍໃນພັກ; ສະຫຼຸບບັນດາມະຕິໃຫຍ່ກ່ຽວກັບການກວດກາ, ຕິດຕາມກວດກາ ແລະປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້; ພິຈາລະນາວຽກງານບຸກຄະລາກອນການນຳບັນດາອົງການລັດ ອາຍຸການ 2026-2031; ປະກອບຄຳເຫັນໃສ່ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2026-2031, ແຜນການການເງິນແຫ່ງຊາດ, ແຜນການລົງທຶນພາກລັດ ໄລຍະກາງ 2026-2031 ແລະຫຼາຍບັນຫາສຳຄັນອື່ນໆ. ນີ້ກໍ່ແມ່ນ “ໂຄງຮ່າງ” ເພື່ອໃຫ້ທົ່ວລະບົບການເມືອງເຄື່ອນໄຫວຢ່າງໂລ່ງລຽນ, ມີປະສິດທິຜົນ, ປະສິດທິພາບ, ສ້າງພື້ນຖານເພື່ອນຳປະເທດພັດທະນາຢ່າງວ່ອງໄວກວ່າ, ຍືນຍົງກວ່າ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລີມ ກ່າວຄຳເຫັນທີ່ກອງປະຊຸມ ຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີປິດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່  ໄດ້ເນັ້ນໜັກເຖິງການກຳນົດທິດໃຫຍ່, ມີລັກສະນະຊີ້ນຳລຸລ່ວງ, ຮຽກຮ້ອງໃຫ້ທົ່ວພັກ ຕ້ອງຫັນເປັນບາດກ້າວເດີນລະອຽດ, ເດັດດ່ຽວຂ້ຽວຂາດ ແລະມີປະສິດທິຜົນ.

ຈາກຜົນສຳເລັດຂອງກອງປະຊຸມ ຄັ້ງນີ້, ເປັນການຢັ້ງຢືນ ແລະແຜ່ຂະຫຍາຍສານສະບັບໜຶ່ງຢ່າງແຂງແຮງວ່າ: ຢາກພັດທະນາໄວ ແລະຍືນຍົງ, ກ່ອນອື່ນໝົດ ພັກຕ້ອງມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງແທ້ຈິງ; ກົງຈັກການຈັດຕັ້ງຕ້ອງກະທັດຮັດ, ໜັກແໜ້ນ; ລະບຽບວິໄນຕ້ອງເຂັ້ມງວດ; ການກະທຳຕ້ອງເດັດດ່ຽວຂ້ຽວຂາດ. ບໍ່ຊັກຊ້າ, ລັ່ງເລ, ບໍ່ພໍໃຈກັບໝາກຜົນທີ່ໄດ້ຮັບ.

ບົນເນື້ອໃນຈິດໃຈດັ່ງກ່າວ, ອົງຄະນະພັກກອງທັບ ແລະທົ່ວກອງທັບ ຕ້ອງນຳໜ້າໄປກ່ອນ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງພັກ ຄັ້ງທີ 2; ສືບຕໍ່ກໍ່ສ້າງກອງທັບປະຊາຊົນປະຕິວັດ, ມີແບບແຜນ, ຍອດຢ້ຽມ, ທັນສະໄໝ; ຖືເອົາຄວາມເຂັ້ມແຂງ ແລະໜັກແໜ້ນດ້ານການເມືອງ ເປັນພື້ນຖານ ເພື່ອຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງສູ້ຮົບ. ທົ່ວກອງທັບ ເຊີດຊູເຈດຈຳນົງຕັດສິນໃຈ, ເດັດດ່ຽວຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນ; ເປັນເຈົ້າການ, ມີຄວາມສະດຸ້ງໄວ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ກຽມພ້ອມຮັບ ແລະເຮັດສຳເລັດທຸກໜ້າທີ່ຢ່າງດີເລີດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດພັດທະນາ.

leftcenterrightdel
ບັນດາຜູ້ແທນລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຄັ້ງທີ 2 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: qdnd.vn

ເຊື່ອໝັ້ນຕໍ່ການນໍາພາອັນສະຫຼາດສ່ອງໃສຂອງພັກ, ຊາບຊຶມ, ປະຕິບັດມະຕິກອງປະຊຸມສູນກາງພັກ ຄັ້ງທີ 2, ພະນັກງານ, ສະມາຊິກພັກ ແຕ່ລະຄົນ ແລະທົ່ວປວງຊົນ ຈົ່ງເຮັດໃຫ້ການຕັດສິນໃຈດ້ານການເມືອງກາຍເປັນພຶດຕິກໍາ, ການກະທຳທີ່ລະອຽດ, ແທດຈິງ; ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈ, ຮ່ວມກຳລັງແຮງ, ແຂ່ງຂັນກັນກະທຳ, ຈັດຕັ້ງປະຕິບັດ, ອຸທິດຕົນເພື່ອເປົ້າໝາຍລວມ. ນັ້ນແມ່ນກໍາລັງແຮງ ເພື່ອໃຫ້ປະເທດຫວຽດນາມ ບືນຕົວຂຶ້ນຢ່າງບຸກທະລຸ, ກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໜັກແໜ້ນເຂັ້ມແຂງ-ສັງກາດຈະເລີນຮຸ່ງເຮືອງ, ສີລິໄລ, ຄວາມຜາສຸກ.

ໂດຍ: ແສງເດືອນ