ທ່ານ ຟ້າມມິງຈິ໊ງ ສະເໜີສະພາຕໍ່າຍີ່ປຸ່ນ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົບປະຂັ້ນສູງ ແລະທຸກຂັ້ນ, ບັນດາຂະແໜງການ, ທ້ອງຖິ່ນສອງປະເທດ; ເພີ່ມທະວີການຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງກໍາມາທິການຂອງສະພາແຫ່ງຊາດສອງປະເທດ; ສະໜັບສະໜູນສອງປະເທດເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດກໍ່ຄື ການຮ່ວມມືຫຼາຍດ້ານໃນໄລຍະຫຼັງພະຍາດໂຄວິດ-19, ໃນນັ້ນມີເລື່ອງລັດຖະບານຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດ-ສັງຄົມຜ່ານ ODA.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Hosoda Hiroyuki ປະທານສະພາຕໍ່າຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງປາດຖະໜາວ່າສອງຝ່າຍສືບຕໍ່ການຮ່ວມມື, ໂດຍສະເພາະ ແມ່ນບັນດາໂຄງການຮ່ວມມືຟື້ນຟູເສດຖະກິດຫຼັງພະຍາດໃນຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ, ໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການແພດ ແລະການຫັນປ່ຽນດີຈີຕອນ; ຊຸກຍູ້ການພົບປະແລກປ່ຽນດ້ານວັດທະນະທໍາ, ພົບປະແລກປ່ຽນປະຊາຊົນມຸ່ງເຖິງ 50 ປີແຫ່ງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດໃນປີ 2023; ສົມທົບຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ.

ທ່ານ Hosoda Hiroyuki ຢັ້ງຢືນວ່າ ສະພາຕໍ່າຍີ່ປຸ່ນ ຖືການພົວພັນກັບຫວຽດນາມ ເປັນສໍາຄັນ, ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງຍີ່ປຸ່ນ-ຫວຽດນາມ ໃນທຸກຂົງເຂດ, ສະໜັບສະໜູນນໍາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ ແລະປາດຖະໜາຢາກເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາຕໍ່າຍີ່ປຸ່ນກັບສະພາແຫ່ງຊາດຫວຽດນາມ; ຢັ້ງຢືນວ່າພ້ອມແລ້ວທີ່ຈະໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ.

ໂດຍ: ໄຊນີດາ