ກໍ່ສ້າງສາງນ້ໍາມັນດິບເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ
ກປ.ອອນໄລ - ຕອນເຊົ້າວັນທີ 1 ເມສາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບວຽກງານກະກຽມຜັນຂະຫຍາຍໂຄງການກໍ່ສ້າງສາງນ້ຳມັນດິບແຫ່ງຊາດ ຢູ່ຕາແສງ ຫງີເຊີນ (ແຂວງແທັງຮວ໋າ).
ຕາມການລາຍງານ, ຄໍາເຫັນປະກອບທີ່ກອງປະຊຸມແລ້ວ, ການກໍ່ສ້າງສາງນ້ຳມັນດິບຢູ່ຕາແສງ ຫງີເຊີນ ປະກອບສ່ວນເຂົ້າໃນການຫັນການວາງແຜນໂຄງລ່າງແຮໄວ້, ສະໜອງນ້ຳມັນເຊື້ອໄຟ ແລະອາຍແກັສ ແຫ່ງຊາດ ໄລຍະ 2021-2030 ເປັນລະອຽດ, ວິໄສທັດຮອດປີ 2050 ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງອັນຮີບດ່ວນທາງດ້ານໂຄງລ່າງພະລັງງານເທົ່ານັ້ນ ຫາກຍັງມີຄວາມໝາຍຍຸດທະສາດຕໍ່ກັບການພັດທະນາເສດຖະກິດ ແລະການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດອີກດ້ວຍ.
    |
 |
|
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ກອງປະຸມ. ພາບ: chinhphu.vn |
ທີ່ກອງປະຊຸມ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ການກໍ່ສ້າງສາງນ້ຳມັນດິບມີພື້ນຖານທາງດ້ານການເມືອງ, ນິຕິກຳ, ພຶດຕິກຳຕົວຈິງ, ມີແຜນຜັງຢ່າງພຽງພໍ, ສະນັ້ນມີແຕ່ປຶກສາຫາລືເຮັດ. ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ລະອຽດໃຫ້ແກ່ບັນດາກະຊວງ, ຂະແໜງ, ຫົວໜ່ວຍທີ່ກ່ຽວຂ້ອງ. ໃນນັ້ນ, Petrovietnam ສົມທົບກັບບັນດາອົງການກ່ຽວຂ້ອງ, ແຂວງແທັງຮວ໋າ, ໃນຕໍ່ໜ້າ, ກໍ່ສ້າງສາງນ້ຳມັນດິບຢູ່ ຫງີເຊີນ ໃນທັນທີ ເພື່ອຮັບໃຊ້ໂຮງງານກັ່ນນ້ຳມັນຫງີເຊີນ ໂດຍກົງ, ທັງຮັບໃຊ້ການແຮໄວ້. ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ສືບຕໍ່ຊີ້ນຳ, ຄົ້ນຄວ້າ, ຜັນຂະຫຍາຍການກໍ່ສ້າງບັນດາສາງນ້ຳມັນເຊື້ອໄຟ, ນ້ຳມັນດິບຢູ່ເຂດເສດຖະກິດຢຸງກວັດ (ແຂວງກວາງງາຍ), ຕາແສງລອງເຊີນ (ນະຄອນໂຮ່ຈີມິນ) ແລະເຂດອື່ນອີກ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: chinhphu.vn |
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ນັບທັງໃນກໍລະນີເກີດເຫດພິເສດ, ພ້ອມທັງຮັບປະກັນລັກສະນະປະສິດທິຜົນຂອງບັນດາໂຄງການ. ດ້ວຍຈິດໃຈສົ່ງເສີມສືບຕໍ່ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດ, Petrovietnam ເຮັດວຽກກັບບັນດາຄູ່ຮ່ວມມືແນໃສ່ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ເພື່ອກໍ່ສ້າງສາງນ້ຳມັນເຊື້ອໄຟ, ຮັບໃຊ້ການເຕີບໂຕດ້ານເສດຖະກິດເປັນສອງຕົວເລກ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນນໍາຫວຽດນາມ ໃຫ້ກາຍເປັນສູນພະລັງງານໃນພາກພື້ນ, ຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດ.
ໂດຍ: ທູຈາງ