ຮັດແໜ້ນນໍ້າໃຈມິດຕະພາບຜ່ານການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ລາວ - ກໍາປູເຈຍ
ກປ.ອອນໄລ - ວັນທີ 8 ເມສາ, ຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານພົບປະຕ້ອນຮັບບຸນປີໃໝ່ລາວ ແລະບຸນປີໃໝ່ Chol Chnam Thmay ຂອງ ກໍາປູເຈຍ ແລະວັນບຸນວັດທະນະທໍາມິດຕະພາບ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ແກ່ນັກສຶກສາລາວ, ກໍາປູເຈຍ ທີ່ພວມສຶກສາຮໍ່າຮຽນຢູ່ທີ່ບັນດາມະຫາວິທະຍາໄລ, ວິທະຍາໄລຂອງແຂວງ.
    |
 |
|
ນັກສຶກສາລາວ ແລະກໍາປູເຈຍ ພວມຮໍ່າຮຽນຢູ່ແຂວງດົ່ງນາຍ ປະຕິບັດພິທີອວຍພອນປີໃໝ່ໃຫ້ຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Chan Sorykan ຫົວໜ້າກົງສູນໃຫຍ່ ກໍາປູເຈຍ ປະຈໍາ ນະຄອນ ໂຮ່ຈີມິນ ແລະທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ ລາວ ປະຈໍາ ນະຄອນ ໂຮ່ຈີມິນ ສະແດງຄວາມຂອບໃຈມາຍັງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງດົ່ງນາຍ ແລະບັນດາພະແນກ, ຂະແໜງການ, ມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງດົ່ງນາຍ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ນັກສຶກສາລາວ ແລະກໍາປູເຈຍ ຮໍ່າຮຽນ, ເຂົ້າຮ່ວມກິດຈະກໍາຕ່າງໆ, ໂດຍສະເພາະແມ່ນຈັດຕັ້ງໃຫ້ນັກສຶກສາໄດ້ຕ້ອນຮັບບຸນປີໃໝ່ປະຈໍາຊາດ; ຫວັງວ່າ ການພົວພັນມິດຕະພາບແບບພິເສດລະຫວ່າງ 3 ປະເທດ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
    |
 |
|
ນັກສຶກສາລາວ ແລະກໍາປູເຈຍ ປະຕິບັດພິທີຜູກແຂນ ເພື່ອຂໍອວຍພອນໄຊສິ່ງທີ່ດີງາມໃນປີໃໝ່. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາງ ຫງວຽນທິຮວ່າງ ຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ເນັ້ນໜັກວ່າ ໃນປີຜ່ານມາ, ທຸກຂະແໜງການ, ທຸກຂັ້ນຂອງແຂວງດົ່ງນາຍ ໄດ້ມີການເຄື່ອນໄຫວຮ່ວມມືກັບບັນດາທ້ອງຖິ່ນ, ຄູ່ຮ່ວມມືຂອງລາວ, ກໍາປູເຈຍ ຢ່າງເປັນຂະບວນຟົດຟື້ນ; ສ້າງເງື່ອນໄຂ ເພື່ອໃຫ້ນັກສຶກສາ ລາວ, ກໍາປູເຈຍ ມາສຶກສາຮໍ່າຮຽນຢູ່ແຂວງຜ່ານການໜູນຊ່ວຍບໍາລຸງສ້າງ. ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາລາວ, ກໍາປູເຈຍ ໄດ້ຕ້ອນຮັບບຸນປີໃໝ່ປະຈໍາຊາດ, ໃນແຕ່ລະປີແຂວງດົ່ງນາຍ ລ້ວນແຕ່ຈັດຕັ້ງການພົບປະນັກສຶກສາ ລາວ ແລະກໍາປູເຈຍ ທີ່ພວມສຶກສາຮໍ່າຮຽນຢູ່ໃນແຂວງ ຄືດັ່ງຄໍາອວຍພອນປີໃໝ່ ເຖິງນັກສຶກສາທີ່ພວມຮໍ່າຮຽນຢູ່ໄກຈາກບ້ານເກີດເມືອງນອນ. ທ່ານນາງ ຫງວຽນທິຮວ່າງ ຫວັງວ່າ ນັກສຶກສາລາວ ແລະກໍາປູເຈຍ ຈະພະຍາຍາມຕັ້ງໃຈຮຽນ ເພື່ອໃຫ້ພາຍພາກໜ້າກັບຄືນປະເທດ ຈະປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດ; ເປັນປັດໄຈຕັ້ງໜ້າປະກອບສ່ວນຮັດແໜ້ນກວ່າອີກນໍ້າໃຈສາມັກຄີມິດຕະພາບລະຫວ່າງ 3 ປະເທດ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສັນຕິພາບ, ຮ່ວມມື ແລະພັດທະນາ.
    |
 |
|
ການນໍາແຂວງດົ່ງນາຍ ມອບຂອງຂວັນໃຫ້ນັກສຶກສາລາວ ແລະກໍາປູເຈຍ ທີ່ພວມສຶກສາຮໍ່າຮຽນທີ່ມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງດົ່ງນາຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ. ພາບ: ສໍານັກຂ່າວສານຫວຽດນາມ. |
ໂອກາດນີ້, ການນໍາແຂວງດົ່ງນາຍ ໄດ້ມອບຊໍ່ດອກໄມ້, ຂອງຂວັນໃຫ້ຫົວໜ້າກົງສູນໃຫຍ່ ກໍາປູເຈຍ ແລະຫົວໜ້າກົງສູນໃຫຍ່ ລາວ ປະຈໍາ ນະຄອນ ໂຮ່ຈີມິນ; ມອບຂອງຂວັນໃຫ້ຜູ້ຕາງໜ້ານັກສຶກສາລາວ ແລະກໍາປູເຈຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ. ນັກສຶກສາລາວ ແລະກໍາປູເຈຍ ໄດ້ປະຕິບັດພິທີອວຍພອນປີໃໝ່ເຖິງບັນດາຜູ້ແທນ; ຮັບຊົມລາຍການສະແດງສິລະປະ...
ໂດຍ: ໄຊຊະນະ