ຕອບສໍາພາດກ່ອນການຢ້ຽມຢາມ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານ ສຈ Mi Liang, ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້, ສັງກັດມະຫາວິທະຍາໄລພາສາຕ່າງປະເທດ ປັກກິ່ງ (ຈີນ), ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມມີຄວາມໝາຍສໍາຄັນເປັນພິເສດຕໍ່ກັບການພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ ໃນໄລຍະຈະມາເຖິງ.
ຕາມທ່ານ ສຈ Mi Liang ແລ້ວ, ນີ້ແມ່ນການຢ້ຽມຢາມຄັ້ງທໍາອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຖິງ ຈີນ ໃນຖານະຕໍາແໜ່ງໃໝ່, ໄດ້ດໍາເນີນພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຫາກໍ່ປິດລົງຢ່າງຈົບງາມ ແລະ ຈີນ ກໍ່ຫາກໍ່ຈັດຕັ້ງກອງປະຊຸມສອງສະພາ (ກອງປະຊຸມຄັ້ງທີສີ່ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະກອງປະຊຸມຄັ້ງທີສີ່ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ), ຜ່ານນັ້ນກໍານົດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ໃນໄລຍະຕໍ່ໜ້າ.
ໃນສະພາບການນັ້ນ, ເລື່ອງການນໍາຂັ້ນສູງສອງພັກ, ສອງລັດ ເພີ່ມທະວີການພົບປະ, ແລກປ່ຽນຈະປະກອບສ່ວນເຮັດແຈ້ງທິດທາງຮ່ວມມື, ກໍານົດບັນດາເປົ້າໝາຍ ແລະໜ້າທີ່ຈຸດສຸມໃນການພົວພັນສອງຝ່າຍ.
    |
 |
|
ທ່ານ ສຈ Mi Liang ຫົວໜ້າສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້, ສັງກັດມະຫາວິທະຍາໄລພາສາຕ່າງປະເທດ ປັກກິ່ງ (ຈີນ). ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ສຈ Mi Liang ໃຫ້ຂໍ້ສັງເກດວ່າ, ໃນຊຸມປີມໍ່ໆມານີ້, ພິເສດແມ່ນແຕ່ປີ 2024 ມາຮອດປັດຈຸບັນ, ການນໍາສອງພັກ, ສອງລັດ ໄດ້ຮັກສາການພົບປະທີ່ໃກ້ຊິດສະໜິດສະໜົມຜ່ານການຢ້ຽມຢາມຂັ້ນສູງ, ການໂອ້ລົມສົນທະນາຜ່ານທາງໂທລະສັບ ແລະການແລກປ່ຽນເປັນປົກກະຕິ ກ່ຽວກັບບັນດາບັນຫາຂອງສອງຝ່າຍ ກໍຄື ສາກົນ. ນີ້ແມ່ນພື້ນຖານອັນສໍາຄັນ ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມທັງສ້າງກໍາລັງໜູນຊຸກຍູ້ການພົວພັນ ຫວຽດນາມ-ຈີນ ໃຫ້ສືບຕໍ່ພັດທະນາຢ່າງມີສະຖຽນລະພາບ ແລະແທດຈິງ.
ບົນພື້ນຖານນັ້ນ, ທ່ານ ສຈ Mi Liang ກໍ່ຖືວ່າ ການຢ້ຽມຢາມຄັ້ງນີ້ ອາດຈະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ລວມມີເລື່ອງສອງຝ່າຍສືບຕໍ່ບັນລຸຄວາມຮັບຮູ້ລວມກ່ຽວກັບບັນດາບັນຫາໃຫຍ່, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ແລະອາດຈະລົງນາມເອກະສານຮ່ວມມືສໍາຄັນຫຼາຍສະບັບ.
ເມື່ອເຕື້ອງເຖິງບົດບາດຂອງການແລກປ່ຽນຄະນະຜູ້ແທນຂັ້ນສູງ, ນັກຮຽນຮູ້ ຈີນ ເນັ້ນໜັກວ່າ ນີ້ແມ່ນປັດໄຈຫຼັກແຫຼ່ງໃນການພົວພັນ ຫວຽດນາມ-ຈີນ. ການພົວພັນສອງປະເທດ ໄດ້ຮັບການຊຸກຍູ້ໃນສອງເສົາຄໍ້າ ແມ່ນການພົວພັນລະຫວ່າງສອງພັກ ແລະການພົວພັນລະຫວ່າງສອງລັດ, ໃນນັ້ນ ການພົວພັນລະຫວ່າງສອງພັກ ມີບົດບາດກໍານົດທິດ.
ການຮັກສາການແລກປ່ຽນເປັນປົກກະຕິລະຫວ່າງການນໍາຂັ້ນສູງ ບໍ່ພຽງແຕ່ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເທົ່ານັ້ນ ຫາກຍັງສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍແລກປ່ຽນທັດສະນະຢ່າງທັນການ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງມີປະສິດທິຜົນ ແລະເປີດກວ້າງການຮ່ວມມື. ຕາມທ່ານ ສຈ Mi Liang ແລ້ວ, ການພົວພັນມິດຕະພາບ ແລະການພົວພັນທີ່ໃກ້ຊິດສະໜິດສະໜົມລະຫວ່າງການນໍາສອງປະເທດໃນໄລຍະຜ່ານມາແມ່ນສັນຍານທີ່ສະແດງໃຫ້ເຫັນການພົວພັນສອງຝ່າຍພວມພັດທະນາຢ່າງຕັ້ງໜ້າ ແລະມີພື້ນຖານອັນໜັກແໜ້ນ.
ກ່ຽວກັບແງ່ຫວັງໃນໄລຍະຈະມາເຖິງ, ທ່ານ ສຈ Mi Liang ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະປະກອບສ່ວນສ້າງກໍາລັງໜູນໃໝ່, ນໍາການພົວພັນດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການພົບປະແລກປ່ຽນມະນຸດສະທໍາລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ໃນສະພາບການພົວພັນ ຫວຽດນາມ-ຈີນ ພວມສືບຕໍ່ໄດ້ຮັບການປັບປຸງບົນພື້ນຖານຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະປະຊາຄົມແບ່ງປັນອະນາຄົດມີຄວາມໝາຍຍຸດທະສາດ, ທ່າອ່ຽງພັດທະນາອັນດີງາມຂອງການພົວພັນສອງຝ່າຍໄດ້ຮັບການຄາດຄະເນວ່າຈະສືບຕໍ່ໄດ້ຮັບການຮັກສາ ແລະເປີດກວ້າງ, ນໍາເອົາຜົນປະໂຫຍດທີ່ແທດຈິງມາສູ່ປະຊາຊົນສອງປະເທດ, ກໍຄືປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.
ໂດຍ: ໄຊຊະນະ