ຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມຢູ່ນະຄອນຫຼວງພະນົມເປັນ ກ່ອນການຢ້ຽມຢາມ, ທ່ານ Suos Yara ຮອງຫົວໜ້າຜູ້ທີ່ໜຶ່ງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ ທັງເປັນໂຄສົກພັກປະຊາຊົນກຳປູເຈຍ (CPP) ຢືນຢັນວ່ານີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍທາງການທູດ ແລະການເມືອງຢ່າງເລິກເຊິ່ງ, ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ເພື່ອຜົນປະໂຫຍດຂອງພັກ, ລັດ ແລະປະຊາຊົນສອງປະເທດ.

ຕາມທ່ານ Suos Yara ແລ້ວ, ການຢ້ຽມຢາມລາຊະອານາຈັກກໍາປູເຈຍ ຢ່າງເປັນທາງການຂອງທ່ານ ເຈິ່ນເກິມຕູ໊, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນເຊິ່ງກັນ ແລະກັນລະຫວ່າງການນຳຂັ້ນສູງສອງປະເທດ, ທັງຢູ່ຂັ້ນພັກ ແລະລັດ, ສືບຕໍ່ປະຕິບັດເນື້ອໃນທີ່ໄດ້ຕົກລົງຢູ່ກອງປະຊຸມຂັ້ນສູງລະຫວ່າງການນຳສອງພັກ ເມື່ອເດືອນກຸມພາ ຜ່ານມາ. ໃນນັ້ນ, ໄລຍະ 2025-2027 ໄດ້ກຳນົດວ່າເປັນໄລຍະແຫ່ງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະມີລັກສະນະກໍານົດທິດທີ່ຖືກຕ້ອງລະຫວ່າງສອງພັກ, ສອງລັດ.

leftcenterrightdel
ທ່ານ Suos Yara ຮອງຫົວໜ້າຜູ້ທີ່ໜຶ່ງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ ທັງເປັນໂຄສົກພັກປະຊາຊົນກຳປູເຈຍ (CPP). ພາບ: ສໍານັກຂ່າວສານຫວຽດນາມ

ໃນສະພາບການທີ່ປະຊາຊົນກໍາປູເຈຍ ພວມກະກຽມຕ້ອນຮັບບຸນປີໃໝ່ Chol Chnam Thmay, ທ່ານ Suos Yara ຖືວ່າ ການຢ້ຽມຢາມຄັ້ງນີ້ຍັງມີຄວາມໝາຍ ແລະນຳມາເຊິ່ງສານກ່ຽວກັບວັດທະນະທໍາ, ປະກອບສ່ວນປັບປຸງ, ຍົກສູງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ສາຍພົວພັນອັນໃກ້ຊິດ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍ.

ຕາມທ່ານ Suos Yara ແລ້ວ, ພ້ອມກັບການຢ້ຽມຢາມລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ເມື່ອເດືອນກຸມພາ ຜ່ານມາ, ການຢ້ຽມຢາມຄັ້ງນີ້ຂອງທ່ານ ເຈິ່ນເກິມຕູ໊ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອ ໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນດີງາມຂຶ້ນຕື່ມເພື່ອຜົນປະໂຫຍດຂອງພັກ, ລັດ ແລະປະຊາຊົນສອງປະເທດ.

ຕາມທ່ານ Suos Yara ແລ້ວ, ການເລືອກເອົາ ກໍາປູເຈຍ ແລະລາວ ເປັນສະຖານທີ່ຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ເຈິ່ນເກິມຕູ໊ ເປັນພະຍານຫຼັກຖານທີ່ສະແດງໃຫ້ເຫັນການຖືເປັນສໍາຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ກໍາປູເຈຍ-ຫວຽດນາມ, ລະຫວ່າງ ຫວຽດນາມ ແລະລາວ ກໍ່ຄືລະຫວ່າງ 3 ພັກ, 3 ລັດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ 3 ພັກ ພວມພ້ອມກັນເຮັດວຽກ, ຮ່ວມເດີນທາງນຳກັນໃນລາຍການເຄື່ອນໄຫວຮ່ວມມືທີ່ເໝາະສົມ.

ເຈົ້າໜ້າທີ່ຂັ້ນສູງ CPP ຍັງໃສ່ໃຈວ່າ ການພົວພັນ ກໍາປູເຈຍ-ຫວຽດນາມ ແມ່ນສາຍພົວພັນມິດຕະພາບປະຫວັດສາດທີ່ມີມາແຕ່ດົນນານ, ພ້ອມກັບສາຍພົວພັນສະໜິດແໜ້ນກັບການນຳພັກ ແລະລັດຖະບານຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ, ໄດ້ເຮັດວຽກຮ່ວມກັນນຳຫຼາຍລຸ້ນຄົນ. ທ່ານ Suos Yara ເນັ້ນໜັກວ່າ: “ພາຍໃຕ້ການນໍາພາຂອງທ່ານ Samdech Techo Hun Sen ແລະທ່ານ Samdech Thipadei Hun Manet, ກໍາປູເຈຍ ຍາມໃດກໍ່ເອົາໃຈໃສ່ ແລະຖືຫວຽດນາມ ເປັນເພື່ອນມິດບ້ານໃກ້ເຮືອນຄຽງທີ່ດີ ແລະຈິງໃຈ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນເປັນປະຈໍາ”.

ເມື່ອເຕື້ອງເຖິງຫຼັກໝາຍຊາຍແດນ ກໍາປູເຈຍ-ຫວຽດນາມ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2027, ທ່ານ Suos Yara ຊີ້ແຈ້ງວ່າ: ນີ້ແມ່ນການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍສຳຄັນທີ່ສຸດ, ຢືນຢັນຄວາມຈິງຂອງປະຫວັດສາດທີ່ບໍ່ອາດລືມໄດ້ໃນຂະບວນການຕິດພັນກັບສາຍພົວພັນອັນດີງາມລະຫວ່າງລຸ້ນພໍ່, ລຸ້ນອ້າຍ ແລະລຸ້ນໜຸ່ມສືບທອດ, ຕາມທິດນຳບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”.

ໃນນາມເປັນໂຄສົກ CPP, ທ່ານ Suos Yara ໃສ່ໃຈວ່າ,  ຄວາມເຊື່ອໝັ້ນ ແລະນໍ້າໃຈມິດຕະພາບທີ່ເປັນມູນເຊື້ອໃນອະດີດຄວນມຸ່ງໄປສູ່ອະນາຄົດ, ພ້ອມກັບຄວາມມານະພະຍາຍາມຮັກສາ ແລະເປີດກວ້າງສາຍພົວພັນນີ້, ສ້າງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເປັນລະບົບ.

ເຈົ້າໜ້າທີ່ຂັ້ນສູງ CPP ແບ່ງປັນວ່າ: “ພວກເຮົາຄວນຊອກຫາວິທີເພື່ອນຳທັນການຜັນແປຂອງສະພາບການໂລກ, ສົມທົບກັນເຮັດວຽກຢູ່ທຸກຂັ້ນ, ນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນ, ກໍ່ຄືບັນດາແຂວງເຂດຊາຍແດນ, ສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມ. ຜ່ານນັ້ນ, ລຸ້ນໜຸ່ມສອງປະເທດສືບຕໍ່ຮ່ວມມື, ຮ່ວມເດີນທາງ, ພ້ອມກັບການຊອກຫາສາຍພົວພັນ ແລະການເຄື່ອນໄຫວຮ່ວມມື ເພື່ອນໍາຜົນປະໂຫຍດແທດຈິງມາໃຫ້ພື້ນຖານເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ”.

ເນື່ອງໃນໂອກາດນີ້, ທ່ານ Suos Yara ໄດ້ຊົມເຊີຍຫວຽດນາມ ທີ່ຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ໃນວັນທີ 15 ມີນາ ຜ່ານມາສໍາເລັດ; ພ້ອມທັງສົ່ງຄໍາອວຍພອນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ XVI ປະສົບຜົນສຳເລັດຢ່າງຈົບງາມ.

ຢືນຢັນວ່ານີ້ແມ່ນຄໍາອວຍພອນຈາກສ່ວນເລິກຂອງຫົວໃຈຂອງປະຊາຊົນ, ຖັນແຖວລັດຖະກອນ ແລະສະມາຊິກພັກ CPP, ຈາກການນຳສະພາສູງ, ລັດຖະບານລາຊະອານາຈັກ ແລະສະພາແຫ່ງຊາດກໍາປູເຈຍ, ທ່ານ Suos Yara ສະແດງຄວາມເຊື່ອໝັ້ນ ແລະຕັ້ງຄວາມຫວັງຫຼາຍຕໍ່ການພົວພັນສອງຝ່າຍ ຫວຽດນາມ-ກໍາປູເຈຍ ເພື່ອສາມາດຮັບມືກັບສະພາບຕົວຈິງຢ່າງທັນການ ແລະກົນໄກສົມທົບກັນນັບມື້ນັບມີປະສິດທິຜົນກວ່າ.

ໂດຍ: ເຈິ່ນຮວ່ຽນ