ນັ້ນແມ່ນຄຳຢືນຢັນຂອງທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ,  ໃນການແລກປ່ຽນກັບນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມລາວ ຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ.

ປະກອບສ່ວນເຂົ້າໃນການປັບປຸງ ແລະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງພັກ, ສອງລັດເລິກເຊິ່ງກວ່າອີກ

ຕາມທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ແລ້ວ, ການຢ້ຽມຢາມລາວຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ດໍາເນີນໄປໃນຊ່ວງເວລາທີ່ສຳຄັນເປັນພິເສດ, ຫຼັງຈາກທີ່ສອງພັກ, ສອງລັດໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະຝ່າຍຢ່າງຕັ້ງໜ້າ; ພ້ອມດຽວກັນນັ້ນສອງປະເທດຫາກໍ່ສຳເລັດຂັ້ນຕອນການບູລະນະກົງຈັກນຳພາໃນອາຍຸການໃໝ່ຫຼັງຈາກການເລືອກຕັ້ງ ແລະກອງປະຊຸມສະພາແຫ່ງຊາດ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງນັ້ນ, ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ການຢ້ຽມຢາມຄັ້ງນີ້ແມ່ນໂອກາດທີ່ສຳຄັນ ເພື່ອໃຫ້ສອງຝ່າຍແລກປ່ຽນ, ເອກະພາບການກໍານົດທິດໃຫຍ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຢ່າງມີປະສິດທິຜົນ, ພິເສດແມ່ນການຫັນເນື້ອໃນ "ຫຸ້ນສ່ວນຍຸດທະສາດ" ເປັນລະອຽດໄລຍະການພັດທະນາໃໝ່. ຈຸດສຸມແມ່ນການຊຸກຍູ້ການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ການຜັນຂະຫຍາຍໂຄງການຮ່ວມມືຈຸດສຸມກ່ຽວກັບພື້ນຖານໂຄງລ່າງການຄົມມະນາຄົມ, ພະລັງງານ, ການຄ້າ-ການລົງທຶນ; ພ້ອມທັງເພີ່ມທະວີການສົມທົບກັນໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ. ພ້ອມທັງປະກອບສ່ວນເຂົ້າໃນການສ້າງກໍາຫຼັງໜູນໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍຕາມທິດທີ່ແທດຈິງ, ມີປະສິດທິຜົນ ແລະຍືນຍົງກວ່າເກົ່າ.

ທ່ານນາງເອກອັກຄະລັດຖະທູດ  ໃຫ້ຮູ້ວ່າ ປະຈຸບັນ ຫວຽດນາມ ສືບຕໍ່ເປັນໜຶ່ງໃນຈຳນວນນັກລົງທຶນໃຫຍ່ທີ່ສຸດຢູ່ລາວ ໂດຍມີໂຄງການຫຼາຍກວ່າ 240 ໂຄງການ ແລະທຶນຈົດທະບຽນທັງໝົດປະມານ 5,5 ຫາ 5,7 ຕື້ໂດລາສະຫະລັດ; ວົງເງິນການຄ້າສອງຝ່າຍຮັກສາຢູ່ທີ່ປະມານ 1,6 ຫາ 1,7 ຕື້ໂດລາສະຫະລັດຕໍ່ປີ ແລະ ຄາດວ່າຈະບັນລຸ 5 ຕື້ໂດລາສະຫະລັດຕໍ່ປີ. ນີ້ແມ່ນພື້ນຖານທີ່ສຳຄັນເພື່ອໃຫ້ທັງສອງຝ່າຍສືບຕໍ່ເປີດກວ້າງຮ່ວມມືໃນໄລຍະທີ່ຈະມາເຖິງ.

ສາມາດຢືນຢັນໄດ້ວ່າການຢ້ຽມຢາມລາວຂອງສະຫາຍ ເຈິ່ນເກີມຕູ໋ ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງເທົ່ານັ້ນ ແຕ່ຍັງມີຜົນກະທົບທີ່ແທດຈິງຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ຍຸດທະສາດ, ການປັບປຸງການກໍານົດທິດການຮ່ວມມື ແລະເປີດໂອກາດພັດທະນາໃໝ່ໃຫ້ແກ່ການພົວພັນລະຫວ່າງລາວ-ຫວຽດນາມ.

ນໍາສາຍພົວພັນລາວ-ຫວຽດນາມ ໃຫ້ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນ ແລະຍືນຍົງໃນໄລຍະໃໝ່

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ໃນຂອບເຂດການຢ້ຽມຢາມລາວຄັ້ງນີ້ຂອງສະຫາຍ  ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ການນຳຂອງສອງພັກ, ສອງລັດ ຈະສຸມໃສ່ແລກປ່ຽນ ແລະຊຸກຍູ້ບາງຂົງເຂດການຮ່ວມມືທີ່ໃຫ້ບຸລິມະສິດ, ມີລັກສະນະຍຸດທະສາດ ແລະຍາວນານ, ພິເສດແມ່ນການຮ່ວມມືດ້ານການເມືອງ - ການກໍ່ສ້າງພັກ, ສືບຕໍ່ສວມບົດບາດສຳຄັນໃນການກໍານົດທິດຫຼັກແຫຼ່ງ.

ຕາມນັ້ນແລ້ວ, ສອງຝ່າຍຈະເພີ່ມທະວີການແລກປ່ຽນປະສົບການກ່ຽວກັບການກໍ່ສ້າງພັກ, ສ້າງລະບົບການເມືອງ, ວຽກງານກວດກາ, ຕິດຕາມກວດກາ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະປະກົດການຫຍໍ້ທໍ້, ຜ່ານນັ້ນປັບປຸງພື້ນຖານການເມືອງທີ່ໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ພ້ອມດຽວກັນນັ້ນ,  ສອງຝ່າຍຈະແລກປ່ຽນກ່ຽວກັບການຮ່ວມມືດ້ານເສດຖະກິດ - ເຊິ່ງເປັນເສົາຄໍ້າທີ່ສໍາຄັນໃນໄລຍະໃໝ່, ດ້ວຍບຸລິມະສິດເຊັ່ນ: ການເຊື່ອມຕໍ່ສອງພື້ນຖານເສດຖະກິດຕາມທິດໜູນຊ່ວຍເຊິ່ງກັນແລະກັນ, ຊຸກຍູ້ໂຄງການຈຸດສຸມກ່ຽວກັບພື້ນຖານໂຄງລ່າງການຄົມມະນາຄົມ, ພະລັງງານ, ການຄ້າ -ການລົງທຶນ, ການຍົກສູງປະສິດທິຜົນຂອງໂຄງການລົງທຶນຂອງຫວຽດນາມ ຢູ່ລາວ.

ນອກຈາກນັ້ນ, ສອງຝ່າຍຈະແລກປ່ຽນກ່ຽວກັບຂົງເຂດການຮ່ວມມືຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ປົກປັກຮັກສາເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບຢ່າງໜັກແໜ້ນ ແລະສົມທົບກັນແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ; ການສຶກສາ-ບໍາລຸງສ້າງ ແລະການພັດທະນາແຫຼ່ງຊັບພະຍາກອນມະນຸດ; ກ່ຽວກັບວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ...

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຂົງເຂດບູລິມະສິດທີ່ສອງຝ່າຍໄດ້ແລກປ່ຽນໃນຂອບເຂດການຢ້ຽມຢາມລ້ວນແຕ່ມຸ່ງໄປເຖິງເປົ້າໝາຍລວມນັ້ນແມ່ນເຮັດໃຫ້ເນື້ອໃນ "ຫຸ້ນສ່ວນຍຸດທະສາດ" ເລິກເຊິ່ງຂຶ້ນຕື່ມ, ນຳສາຍພົວພັນລາວ-ຫວຽດນາມ ໃຫ້ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນ ແລະຍືນຍົງໃນໄລຍະໃໝ່.

ທ່ານນາງເອກອັກຄະລັດຖະທູດ ຫວັງວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຈະສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງສຸດລະຫວ່າງສອງພັກ, ສອງລັດ, ຜ່ານການເພີ່ມທະວີການແລກປ່ຽນຍຸດທະສາດ, ເປັນເອກະພາບຕໍ່ຄວາມຮັບຮູ້ ແລະການກະທຳໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະຝ່າຍ. ນີ້ແມ່ນພື້ນຖານທີ່ມີຄວາມໝາຍຕັດສິນ, ຮັບປະກັນໃຫ້ການພົວພັນສອງປະເທດພັດທະນາຖືກຕາມການກໍານົດທິດ, ມີສະຖຽນລະພາບ ແລະຍາວນານ.

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ສິ່ງທີ່ສຳຄັນກວ່ານັ້ນແມ່ນໝາກຜົນຂອງການຢ້ຽມຢາມບໍ່ພຽງແຕ່ຈຳກັດຢູ່ໃນຂໍ້ຕົກລົງ ຫຼື ຖະແຫຼງການຮ່ວມເທົ່ານັ້ນ, ແຕ່ຍັງຈະຫັນເປັນລະອຽດຜ່ານບັນດາໂຄງການ, ແຜນການກະທໍາ ແລະໂຄງການຮ່ວມມືທີ່ລະອຽດອີກດ້ວຍ ເພື່ອນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນທັງສອງປະເທດ.

ທ່ານນາງເອກອັກຄະລັດຖະທູດ  ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈທາງດ້ານການເມືອງສູງຂອງການນຳຂອງສອງພັກ, ສອງລັດ ພ້ອມກັບມູນເຊື້ອສະໜິດຕິດພັນອັນໝັ້ນແກ່ນ, ຈົ່ງຮັກພັກດີ,  ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ສົມເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ.

ໂດຍ: ຈາງຫງວຽນ