ຕ້ອນຮັບທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນ, ທາງຝ່າຍລາວ ມີທ່ານ ເພັດ ພົມພິພັກ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ທ່ານ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ທາງຝ່າຍຫວຽດນາມມີ: ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ; ຕາງໜ້າບັນດາອົງການ, ພະນັກງານສະຖານທູດຫວຽດນາມ ປະຈໍາ ລາວ; ຕາງໜ້າປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ລາວ ອີກດ້ວຍ.
    |
 |
|
ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມລາວ ຢ່າງເປັນທາງການ. ພາບ: qdnd.vn |
ພາຍຫຼັງພິທີຕ້ອນຮັບຢູ່ສະໜາມບິນ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ. ຕໍ່ໄປ, ທ່ານ ເຈິ່ນເກີມຕູ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຍັງສໍານັກງານສູນກາງພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ໂດຍທ່ານ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ເປັນປະທານພິທີ.
    |
 |
|
ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ວາງພວງມາລາຢູ່ ອະນຸສາວະລີນິລະນາມ. ພາບ: qdnd.vn |
ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທໍາອິດຂອງທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ດໍາເນີນໃນຈຸດເວລາທີ່ມີຄວາມໝາຍການເມືອງຫຼາຍຢ່າງ ແລະວັດທະນະທໍາອັນເລິກເຊິ່ງ. ປະຊາຊົນລາວ ພວມກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ - ງານບຸນສະແດງລັກສະນະວັດທະນະທໍາທີ່ເປັນເອກະລັກສະເພາະຂອງລາວ.
ການຢ້ຽມຢາມແມ່ນສະແດງອອກໃຫ້ເຫັນຢ່າງຈະແຈ້ງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດສືບຕໍ່ໄດ້ຮັບການປັບປຸງ, ພ້ອມທັງຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ໃຫ້ບຸລິມະສິດແຖວໜ້າໃນການພັດທະນາແບບຍືນຍົງ, ມີເນື້ອແທ້ຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດຫວຽດນາມ-ລາວ.
ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ເສີມສ້າງພື້ນຖານການພົວພັນທີ່ເປັນມູນເຊື້ອອັນລໍ້າຄ່າເທົ່ານັ້ນ, ຫາກຍັງແມ່ນເປີດອອກກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນລະຫວ່າງຫວຽດນາມ ແລະລາວ ອີກດ້ວຍ.
ຕໍ່ໄປ, ທ່ານ ວິໄລ ຫຼ້າຄຳຟອງ ແລະທ່ານ ເຈິ່ນເກີມຕູ ທັກທາຍກັນຢ່າງສະໜິດສະໜົມ ແລະແນະນໍາຜູ້ແທນສອງປະເທດທີ່ມີໜ້າຢູ່ພິທີຕ້ອນຮັບ.
    |
 |
|
ທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ຕ້ອນຮັບທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ພາບ: qdnd.vn |
ພາຍຫຼັງພິທີຕ້ອນຮັບ, ທີ່ສໍານັກງານສູນກາງພັກປະຊາຊົນ ປະຕິວັດລາວ, ທ່ານ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ແລະທ່ານ ເຈິ່ນເກີມຕູ ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ດໍາເນີນການພົບປະສອງຝ່າຍ.
ໂດຍ: ໄຊນີດາ