ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານ  ດັ້ງຮວ່າງຢາງ ຕີລາຄາວ່າ ໃນໄລຍະຜ່ານມາວຽກງານການພົວພັນຕ່າງປະເທດຫຼາຍຝ່າຍ ບັນລຸໄດ້ຜົນງານຢ່າງຕັ້ງໜ້າໃນ 3 ເສົາຄໍ້າຄື: ການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ ແລະການທູດປະຊາຊົນ, ໃນນັ້ນພົ້ນເດັ່ນແມ່ນເລື່ອງຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ໄດ້ເປັນຢ່າງດີ..., ອອກສະໝັກເລືອກຕັ້ງເຂົ້າຫຼາຍອົງການສໍາຄັນຂອງ ສປຊ ໄດ້ສຳເລັດ, ພ້ອມກັນນັ້ນ ໃນປະຈຸບັນພວມຕັ້ງໜ້າອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ຄືໃນປະຈຸບັນ, ທ່ານ ດັ້ງຮວ່າງຢາງ ຖືວ່າ, ບັນດາບັນຫາຄືການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງແຫຼ່ງນໍ້າ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ... ກໍາລັງພົ້ນເດັ່ນຂຶ້ນໃນທົ່ວໂລກ, ສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງສະພາບການພັດທະນາ, ຄວາມສະຫງົບຂອງປະເທດ, ວາງອອກຄວາມຮຽກຮ້ອງຕ້ອງການພາວະວິໄສຕ້ອງຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດຫຼາຍຝ່າຍກວ່າອີກເພື່ອແນໃສ່ປະກອບສ່ວນປະຕິບັດວິໄສທັດ, ຄວາມຄາດຫວັງພັດທະນາປະເທດໃນໄລຍະໃໝ່, ສ້າງສາ ແລະປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ.

ກອງປະຊຸມໄດ້ເຫັນດີເປັນເອກະພາບບາງມາດຕະການໃຫຍ່ ເພື່ອຊຸກຍູ້ວຽກງານການພົວພັນຕ່າງປະເທດຫຼາຍຝ່າຍເວົ້າລວມ ແລະໃນການຮັບມືກັບບັນດາບັນຫາຄວາມໝັ້ນຄົງແບບໃໝ່ເວົ້າສະເພາະ, ລວມມີການຍູ້ແຮງວຽກງານຄົ້ນຄວ້າ, ການຄາດຄະເນຍຸດທະສາດ, ຕັ້ງໜ້າສະເໜີບັນດາຂໍ້ລິເລີ່ມ, ແນວຄິດທີ່ເວທີປາໄສຫຼາຍຝ່າຍ, ສວມບົດບາດເປັນ “ຫຼັກແຫຼ່ງ, ນໍາພາ”, “ສ້າງກົດກະຕິກາ” ເມື່ອເງື່ອນໄຂເອື້ອອຳນວຍ.

ໂດຍ: ເກື່ອງດັ້ງ