ເນື່ອງໃນໂອກາດນີ້, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດນັກຂ່າວກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະການກໍານົດທິດໃຫຍ່ເພື່ອຜັນຂະຫຍາຍໝາກຜົນທີ່ບັນລຸໃນການຢ້ຽມຢາມ...

ການຢ້ຽມຢາມດັ່ງກ່າວໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ເປົ້າໝາຍ

ນັກຂ່າວ: ຂໍທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ບັນດາຈຸດພົ້ນເດັ່ນທີ່ສໍາຄັນໃນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ບໍ?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ນີ້ແມ່ນການຢ້ຽມຢາມລັດເຊຍ ຄັ້ງທຳອິດ ຂອງການນໍາຫຼັກແຫຼ່ງຫວຽດນາມ ພາຍຫຼັງຜົນສໍາເລັດຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍໃນເວລາພຽງ 72 ຊົ່ວໂມງ, ທ່ານ ຟ້າມມິງຈິ໊ງ  ມີຕາຕະລາງເຮັດວຽກເຕັມໝົດ, ດ້ວຍການເຄື່ອນໄຫວເກືອບ 30 ຄັ້ງ, ລວມທັງການພົບປະເຈລະຈາ, ແລກປ່ຽນຄວາມຄິດເຫັນກັບການນໍາສູງສຸດຂອງສະຫະພັນລັດເຊຍທັງໝົດ: ທ່ານ Vladimir Putin ປະທານາທິບໍດີ, ທ່ານ Mikhail Mishustin ນາຍົກລັດຖະມົນຕີ, ທ່ານ Vyacheslav Volodin ປະທານດູມາແຫ່ງຊາດ, ທ່ານ Sergey Shoigu ເລຂາທິການສະພາຄວາມໝັ້ນຄົງ; ການຢ້ຽມຢາມ ແລະເຮັດວຽກຢູ່ຮາກຖານເສດຖະກິດ, ຄົ້ນຄວ້າວິທະຍາສາດ, ການສຶກສາແຖວໜ້າຂອງລັດເຊຍ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ລັດເຊຍ ແລະພົບປະກັບວິສາຫະກິດແຖວໜ້າຫຼາຍແຫ່ງຂອງລັດເຊຍ. ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຊ້ເວລາພົບປະ, ສະແດງຄວາມຂອບໃຈຕໍ່ເພື່ອນມິດທີ່ເປັນມູນເຊື້ອຫຼາຍຄົນ ຈາກພັກກອມມູນິດສະຫະພັນລັດເຊຍ, ສະມາຄົມນັກຮົບເກົ່າ, ສະມາຄົມມິດຕະພາບ ລັດເຊຍ-ຫວຽດນາມ ແລະທັນທີທີ່ມາຮອດມົດສະກູ, ທ່ານນາຍົກລັດຖະມົນຕີ ໄດ້ພົບກັບຍາດຕິພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະນັກສຶກສາຫວຽດນາມ ທີ່ກຳລັງສຶກສາຮ່ຳຮຽນຢູ່ລັດເຊຍ ເກືອບ 300 ຄົນ.

ຜ່ານການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສູງວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີຢູ່ແລ້ວ, ຕ້ອງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ທຸກຊ່ອງທາງ ກວ່າອີກ.

ທ່ານ ຟ້າມມິງຈິ໊ງ ແລະການນໍາລັດເຊຍ ໄດ້ເອົາໃຈໃສ່ສະໜັບສະໜູນການເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ຈັດຕັ້ງວັນບຸນວັດທະນະທຳ, ການສະແດງສິລະປະຢູ່ແຕ່ລະປະເທດຢ່າງເປັນປະຈຳ ເພື່ອໃຫ້ປະຊາຊົນສອງປະເທດ, ເປັນຕົ້ນແມ່ນຮຸ້ນໜຸ່ມເຂົ້າໃຈ ແລະສະໜິດຕິດພັນກັນກວ່າອີກ. ພ້ອມທັງເຫັນດີເປັນເອກະພາບສ້າງເງື່ອນໄຂດີທີ່ສຸດໃຫ້ປະຊາຊົນສອງປະເທດໄປທ່ອງທ່ຽວຢູ່ແຕ່ລະປະເທດ. ສອງຝ່າຍໄດ້ຮັບຮູ້ບົດບາດທີ່ເປັນຂົວເຊື່ອມຕໍ່ຂອງປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ, ກໍ່ຄືຖັນແຖວນັກທຸລະກິດ, ນັກປັນຍາຊົນທີ່ໄດ້ຮັບການບໍາລຸງສ້າງ ແລະເຕີບໃຫຍ່ຢູ່ ລັດເຊຍ ໃນການພົວພັນສອງຝ່າຍ. ຝ່າຍລັດເຊຍ ໄດ້ຢືນຢັນວ່າຈະສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນດໍາລົງຊີວິດ, ເຊື່ອມຕົວເປັນຢ່າງດີ; ວິສາຫະກິດຫວຽດນາມ ລົງທຶນຢ່າງສະດວກ, ປະກອບສ່ວນເຂົ້າໃນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ສະນັ້ນ, ການຢ້ຽມຢາມປະສົບຜົນສຳເລັດທີ່ສຸດ, ບັນລຸໄດ້ໝາກຜົນໃນຫຼາຍດ້ານ ແລະແທດຈິງ, ດ້ວຍວິໄສທັດຍຸດທະສາດຮ້ອຍປີ, ຕອບສະໜອງທຸກເປົ້າໝາຍ ແລະຄວາມຮຽກຮ້ອງຕ້ອງການທີ່ວາງອອກ, ສ່ອງແສງໃຫ້ເຫັນເຖິງຄວາມຮັບຮູ້ລວມຂອງສອງປະເທດໃນການປັບຕຳແໜ່ງຄືນໃໝ່ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ.

ການກໍານົດທິດອັນໃຫຍ່ຫຼວງຕ້ອງຜັນຂະຫຍາຍ

ນັກຂ່າວ: ຂໍສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ວ່າ ສອງຝ່າຍຈະເຮັດຫຍັງແດ່ໃນໄລຍະຈະມາເຖິງເພື່ອຊຸກຍູ້ການພົວພັນສອງຝ່າຍຄືການນໍາສອງປະເທດໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມ?

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ດ້ວຍເນື້ອໃນຈິດໃຈຂອງ "ການຫັນປ່ຽນເຈດຈໍານົງໄປສູ່ການກະທຳ, ການຫັນປ່ຽນນະໂຍບາຍຊີ້ຂາດໄປສູ່ໝາກຜົນທີ່ລະອຽດ" ຕາມການຊີ້ນໍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ຕັດສິນໃຈປະຕິບັດ "6 ຈະແຈ້ງ" ຂອງນາຍົກລັດຖະມົນຕີ, ຂ້າພະເຈົ້າ ຖືວ່າ ມີບັນດາການກໍານົດໃຫຍ່ ດັ່ງນີ້:

ທີໜຶ່ງ, ສອງຝ່າຍຕ້ອງເສີມຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງທັງສອງຝ່າຍຕ້ອງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຕັ້ງໜ້າ, ເປັນເຈົ້າການສ້າງໄລຍະທາງ, ແຜນການຜັນຂະຫຍາຍ, ກຳນົດໜ້າທີ່ຈຸດສຸມ, ໃຫ້ບຸລິມະສິດຢ່າງຈະແຈ້ງ; ຊອກຫາມາດຕະການບຸກທະລຸ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ບໍ່ປະໃຫ້ບັນຫາດ້ານເຕັກນິກສົ່ງຜົນສະທ້ອນຕໍ່ການຮ່ວມມືລວມ.

ທີສອງ, ສອງຝ່າຍຕ້ອງຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ຢ່າງຮີບດ່ວນໃນຂົງເຂດຄວາມໝັ້ນຄົງດ້ານພະລັງງານ, ການຄົມມະນາຄົມຂົນສົ່ງ, logistics, ວິທະຍາສາດເຕັກໂນໂລຊີ, ຕອບສະໜອງບັນດາເປົ້າໝາຍການພັດທະນາຂອງປະເທດ.

ທີສາມ, ຊຸກຍູ້ການຮ່ວມມືໃນຂົງເຂດມະນຸດສະທຳ. ສອງຝ່າຍຕ້ອງຍູ້ແຮງການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ເປັນຕົ້ນແມ່ນໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຄົ້ນຄວ້າພື້ນຖານ.

ທີສີ່, ການຮ່ວມມືລະຫວ່າງທ້ອງຖິ່ນຕ້ອງສືບຕໍ່ເປີດກວ້າງ. ປະຈຸບັນ, ສອງປະເທດມີ 20 ຄູ່ທ້ອງຖິ່ນທີ່ຮ່ວມມືນຳກັນ, ແລະໃນສອງປະເທດຍັງມີຫຼາຍທ້ອງຖິ່ນທີ່ສຸດຕ້ອງການເຊື່ອມຕໍ່, ຄົ້ນຫາຄວາມສາມາດບົ່ມຊ້ອນຮ່ວມມືໃໝ່.

ສຸດທ້າຍ, ວຽກງານຊາວຫວຽດນາມ ອາໄສຢູ່ລັດເຊຍ ຕ້ອງສືບຕໍ່ເອົາໃຈໃສ່. ນີ້ແມ່ນແຫຼ່ງກຳລັງອັນລໍ້າຄ່າ, ສຳຄັນໃນການເຊື່ອມຕໍ່ລະຫວ່າງສອງປະເທດ, ຕ້ອງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະລັດ, ການໜູນຊ່ວຍ,  ສ້າງເງື່ອນໄຂທີ່ສະດວກຂອງອຳນາດການປົກຄອງປະເທດປະຈຳຖິ່ນເພື່ອໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອຸ່ນອ່ຽນໃຈດຳລົງຊີວິດ, ເຮັດວຽກ ແລະຮໍ່າຮຽນ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງການນຳ, ການຜັນຂະຫຍາຍເດັດຂາດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ຈະພັດທະນາຢ່າງແຂງແຮງ, ປະກອບສ່ວນຢ່າງເໝາະສົມຕໍ່ຂະບວນການສ້າງສາ ແລະພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ