ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ Mikhail Mishustin ນາຍົກລັດຖະມົນຕີ ສະຫະພັນລັດເຊຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 22 - 25 ມີນາ.

ເນື່ອງໃນໂອກາດນີ້, ທ່ານ Gennady Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈຳ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ:

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາແນວໃດກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມສະຫະພັນລັດເຊຍ ຂອງນາຍົກລັດຖະມົນຕີຫວຽດນາມ ໃນສະພາບທີ່ການພົວພັນສອງປະເທດພວມພັດທະນາຢ່າງຕັ້ງໜ້າ?

ທ່ານ Gennady Bezdetko ເອກອັກຄະລັດຖະທູດ: ລະຫວ່າງສອງປະເທດຫວຽດນາມ ແລະລັດເຊຍ ໄດ້ສ້າງຕັ້ງກົນໄກການເຈລະຈາທາງການເມືອງເປັນປະຈໍາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນທຸກລະດັບ, ລວມທັງລະດັບສູງສຸດ. ສິ່ງນີ້ແມ່ນປັດໄຈສຳຄັນເພື່ອຊຸກຍູ້ການພັດທະນາທີ່ໝັ້ນຄົງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ-ຫວຽດນາມ ໃນຫຼາຍຂົງເຂດ.

leftcenterrightdel
ທ່ານ Gennady Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈໍາ ຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ພວກຂ້າພະເຈົ້າຖືວ່າການຢ້ຽມຢາມສະຫະພັນລັດເຊຍ ຂອງນາຍົກລັດຖະມົນຕີຫວຽດນາມ  ເປັນການສືບທອດການພົບປະສອງຝ່າຍໃນໄລຍະຜ່ານມາຢ່າງມີໂລຊິກ.

ພວກຂ້າພະເຈົ້າຫວັງວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການປັບປຸງການຮ່ວມມືລະຫວ່າງ ລັດເຊຍ-ຫວຽດນາມ ໃນຂົງເຂດບຸລິມະສິດກວ່າອີກ. ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກຳລັງກະກຽມຢ່າງຕັ້ງໜ້າໃຫ້ແກ່ການລົງນາມເອກະສານຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນໄດ້ເນັ້ນໜັກເຖິງຂະແໜງພະລັງງານ.

ການຢ້ຽມຢາມຄັ້ງນີ້ໄດ້ດໍາເນີນໄປໃນ “ປີຮ່ວມມືລັດເຊຍ-ຫວຽດນາມ ກ່ຽວກັບວິທະຍາສາດ ແລະການສຶກສາ” ແລະຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງນີ້ກໍຈະສ່ອງແສງໃຫ້ເຫັນໃນລາຍການດໍາເນີນງານຂອງການພົບປະ ແລະການເຈລະຈາທີ່ຈະມາເຖິງ.

ນັກຂ່າວ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ແລະສະຫະພັນລັດເຊຍ ຕ້ອງເຮັດແນວໃດເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ?

ທ່ານ Gennady Bezdetko ເອກອັກຄະລັດຖະທູດ: ການພົວພັນ ລັດເຊຍ-ຫວຽດນາມ ໄດ້ຮັບການສ້າງຕັ້ງບົນພື້ນຖານຄວາມໜັກແໜ້ນຂອງນໍ້າໃຈມິດຕະພາບ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການປັບປຸງການພົວພັນຢ່າງບໍ່ຢຸດຢັ້ງນີ້ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ ແລະບໍ່ຖືກຄອບງໍາຈາກການຜັນແປຊົ່ວຄາວຂອງສະພາບການ.

ພວກຂ້າພະເຈົ້າຫວັງວ່າ ບັນດາຂໍ້ຕົກລົງທີ່ຈະມາເຖິງຈະສ້າງກໍາລັງໜູນຕື່ມອີກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ເປັນຕົ້ນແມ່ນເສດຖະກິດ. ເນື້ອໃນການຮ່ວມມືນີ້ ໄດ້ຜັນຂະຫຍາຍບົນພື້ນຖານແຜນການກະທໍາສັງລວມທີ່ໄດ້ລົງນາມແຕ່ປີ 2025 ຮອດປີ 2030.

ເອກະສານສະບັບນີ້ລວມມີໄລຍະທາງກ່ຽວກັບດ້ານການຄ້າ ແລະການລົງທຶນ, ພະລັງງານ, ຄົມມະນາຄົມ, ການເງິນ-ທະນາຄານ, ກະສິກຳ ແລະຂົງເຂດອື່ນໆ. ຄະນະກຳມະການລະຫວ່າງລັດຖະບານ ລັດເຊຍ-ຫວຽດນາມ ກ່ຽວກັບການຮ່ວມມືດ້ານການຄ້າ-ເສດຖະກິດ ແລະ ວິທະຍາສາດ-ເຕັກນິກ ຈະຜັນຂະຫຍາຍແຜນການນີ້.

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະປຶກສາຫາລືກ່ຽວກັບຄວາມສາມາດ ເພື່ອເຮັດໃຫ້ເນື້ອໃນການຮ່ວມມືໃນຂົງເຂດບຸລິມະສິດເລິກເຊິ່ງກວ່າ, ລວມມີການຜັນຂະຫຍາຍໂຄງການທີ່ມີຂະໜາດໃຫຍ່ໃໝ່, ສ້າງພື້ນຖານໃຫ້ແກ່ການຮ່ວມມືໄລຍະຍາວໃນອະນາຄົດ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດໃຫ້ຮູ້ ບັນດາຂົງເຂດຮ່ວມມືໃດແດ່ທີ່ສອງປະເທດກຳລັງສຸມໃສ່ພັດທະນາໃນປະຈຸບັນ?

ທ່ານ Gennady Bezdetko ເອກອັກຄະລັດຖະທູດ: ສອງປະເທດ ຫວຽດນາມ-ລັດເຊຍ ສະໜິດຕິດພັນກັນດ້ວຍການພົວພັນມິດຕະພາບທີ່ຍາວນານ ແລະຄວາມເຫັນອົກເຫັນໃຈກັນຢ່າງເລິກເຊິ່ງ. ພວກເຮົາໄດ້ຕໍ່ສູ້ຮ່ວມກັນເພື່ອເສລີພາບ ແລະເອກະລາດ, ຮຽນຮູ້ຮ່ວມກັນ ແລະສ້າງສາຮ່ວມກັນ.

ຕົວຢ່າງທີ່ພົ້ນເດັ່ນຂອງການພົວພັນທີ່ແໜ້ນແຟ້ນນີ້ແມ່ນການຮ່ວມທຸລະກິດ Vietsovpetro, ເຊິ່ງມີການເຄື່ອນໄຫວປະສົບຜົນສຳເລັດມາເປັນເວລາຫຼາຍກວ່າສີ່ທົດສະວັດໃນບໍລິເວນໄຫຼ່ທະວີບຂອງຫວຽດນາມ, ຂົວທັງລອງ ຂ້າມແມ່ນ້ຳແດງ ຢູ່ຮ່າໂນ້ຍ, ໂຮງງານໄຟຟ້ານ້ຳຕົກຮວ່າບິ່ງ ທີ່ມີຊື່ສຽງ. ນັກຊ່ຽວຊານໂຊວຽດ ຫຼາຍພັນຄົນໄດ້ເຮັດວຽກຢູ່ໂຄງການເຫຼົ່ານີ້, ໃຫ້ການຊ່ວຍເຫຼືອ ແລະຖ່າຍທອດປະສົບການໃຫ້ແກ່ເພື່ອນຮ່ວມງານຫວຽດນາມ.

ດ້ວຍການໜູນຊ່ວຍຂອງໂຊວຽດ ແລະຕໍ່ຈາກນີ້ແມ່ນ ສະຫະພັນລັດເຊຍ, ຫຼາຍຂະແໜງເສດຖະກິດແຫ່ງຊາດຢູ່ຫວຽດນາມ ໄດ້ຮັບການສ້າງຕັ້ງເກືອບເລີ່ມ “ຈາກເລກສູນ”.

ເຖິງຢ່າງໃດກໍຕາມ, ຊັບສິນທີ່ມີຄ່າທີ່ສຸດຂອງສອງປະເທດແມ່ນມະນຸດ. ພົນລະເມືອງຫວຽດນາມ ຫຼາຍສິບພັນຄົນໄດ້ຮັບການສຶກສາຢູ່ຕາມມະຫາວິທະຍາໄລໂຊວຽດ ແລະລັດເຊຍແຫ່ງຕ່າງໆ.

ຫຼາຍຄົນໃນຈຳນວນນັ້ນໄດ້ກາຍເປັນນັກວິທະຍາສາດ, ນັກວັນນະຄະດີ, ນັກສິລະປິນ, ນັກທຸລະກິດ, ການນໍາລັດ, ພະນັກງານຂັ້ນສູງ ແລະນາຍທະຫານ. ເຂົາເຈົ້າໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງປະເທດຕົນ ແລະຊຸກຍູ້ການພົວພັນລະຫວ່າງ ລັດເຊຍ-ຫວຽດນາມ ຢ່າງຕັ້ງໜ້າ.

ສະນັ້ນ, ພວກຂ້າພະເຈົ້າຖືເປັນສໍາຄັນພິເສດຕໍ່ການພັດທະນາການຮ່ວມມືໃນຂົງເຂດການສຶກສາ ແລະບຳລຸງສ້າງຊັບພະຍາກອນມະນຸດ, ຖືວ່າ ນີ້ເປັນໜຶ່ງໃນໜ້າທີ່ຫຼັກແຫຼ່ງ ເພື່ອແນໃສ່ປັບປຸງການພົວພັນຄູ່ຮ່ວມມຍຸດທະສາດຮອບດ້ານ.

ພວກຂ້າພະເຈົ້າກໍຖືເປັນສໍາຄັນຕໍ່ການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ (ລວມທັງພະລັງງານນິວເຄຼຍ, ນ້ຳມັນອາຍແກັດ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ ແລະການທ່ອງທ່ຽວ.

ໃນບັນດາຂົງເຂດເຫຼົ່ານີ້, ສອງປະເທດມີພື້ນຖານ ແລະປະສົບການໃນການຮ່ວມມືທີ່ຍາວນານ, ມີປະສິດທິຜົນ. ພວກຂ້າພະເຈົ້າຈະສືບຕໍ່ຊອກຫາຈຸດເຕີບໂຕໃໝ່ໃນການພົວພັນ ລັດເຊຍ-ຫວຽດນາມ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ກໍຄືເພື່ອສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງລວມ.

ນັກຂ່າວ: ຂໍຂອບໃຈທ່ານ Gennady Bezdetko ເອກອັກຄະລັດຖະທູດ!

ໂດຍ: ຈາງຫງວຽນ