ໃນລະຫວ່າງວັນທີ 22-24 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ດຳເນີນການພົບປະສອງຝ່າຍ ແລະເຮັດວຽກທີ່ສຳຄັນ. ໝາກຜົນໃນເບື້ອງຕົ້ນໄດ້ດຶງດູດຄວາມສົນໃຈ ແລະໄດ້ຮັບການຕີລາຄາສູງຈາກຫາງສຽງ ກໍ່ຄືວົງການເຈົ້າໜ້າທີ່ລັດເຊຍ.

ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສະຫະພັນລັດເຊຍ, ທ່ານ Ilyichev Vladimir Evgenievich ຮອງລັດຖະມົນຕີກະຊວງພັດທະນາເສດຖະກິດລັດເຊຍ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເປີດກາລະໂອກາດຮັບປະກັນພື້ນຖານໂຄງລ່າງໃນການພັດທະນາເສດຖະກິດຢ່າງໝັ້ນຄົງຂອງປະເທດອາຊີຕາເວັນອອກສ່ຽງໃຕ້. ພ້ອມທັງຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດເປັນປະຈຳ ແລະແລກປ່ຽນຄະນະຜູ້ແທນລັດຖະບານລະຫວ່າງສອງປະເທດແນ່ນອນວ່າບໍ່ພຽງແຕ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງເທົ່ານັ້ນ, ຫາກຍັງມີທັງຜົນປະໂຫຍດດ້ານເສດຖະກິດພໍສົມຄວນ ແລະຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດອີກດ້ວຍ.

ການຢ້ຽມຢາມລັດເຊຍຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນເດືອນພຶດສະພາ ປີ 2025 ແນ່ນອນວ່າໄດ້ສ້າງກຳລັງໜູນໃຫ້ແກ່ການພັດທະນາການຮ່ວມມືລະຫວ່າງສອງປະເທດ. ແລະຕົວຈິງແລ້ວ, ປີ 2025 ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດໃນຫຼາຍຂົງເຂດຂອງການຮ່ວມມືສອງຝ່າຍ.

ກ່ອນອື່ນໝົດ, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນ 6%. ການສົ່ງອອກຝຸ່ນ ແລະຊີ້ນໝູຂອງ ລັດເຊຍ ໄປຍັງຫວຽດນາມ ບັນລຸສະຖິຕິ. ຫວຽດນາມ ກໍ່ເລີ່ມນຳເຂົ້າອາຍແກັດທຳມະຊາດແຫຼວ (LNG). ສິນຄ້າຂອງລັດເຊຍ ນັບມື້ນັບເຂົ້າເຖິງຊາວຫວຽດນາມ ຫຼາຍຂຶ້ນໂດຍຜ່ານລະບົບຮ້ານສັບພະສິນຄ້າຂະໜາດໃຫຍ່, ຄື: WinMart. ຄຽງຂ້າງນັ້ນ, ລັດເຊຍ ຍັງຕ້ອງປັບຄວາມດຸ່ນດ່ຽງດ້ານການຄ້າຄືນໃໝ່, ເປີດກວ້າງບັນດາກຸ່ມຜະລິດຕະພັນແບບດັ້ງເດີມ ແລະແບບໃໝ່ໃຫ້ຫວຽດນາມ. ສອງຝ່າຍພວມປັບປຸງລະບົບຊຳລະບັນຊີ, ໃນນັ້ນບັນດາທະນາຄານລັດເຊຍ ໄດ້ຜັນຂະຫຍາຍການຊຳລະດ້ວຍລະຫັດ QR ຢູ່ຫວຽດນາມ.

ພິເສດແມ່ນໃນໄລຍະມໍ່ໆມານີ້, ຊາວລັດເຊຍ ມີຄວາມສົນໃຈວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ. ຈຳນວນນັກທ່ອງທ່ຽວຫວຽດນາມ ໄປຍັງ ລັດເຊຍ ເພີ່ມຂຶ້ນ 36%. ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມຢ່າງເປັນລະບົບແນໃສ່ໂຄສະນາລັດເຊຍ ເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ, ເຮັດໃຫ້ການຂໍວີຊາງ່າຍຂຶ້ນ, ເປີດກວ້າງເສັ້ນທາງບິນ ແລະຄວາມສົນໃຈລັດເຊຍຂອງຊາວຫວຽດນາມ ນັບມື້ນັບເພີ່ມຂຶ້ນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມງານວາງສະແດງນິວເຄຼຍຢູ່ ມົດສະກູ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງລັດຖະມົນຕີ Ilyichev Vladimir Evgenievich ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາຂອງການພົວພັນດ້ານການຄ້າ ແລະເສດຖະກິດລະຫວ່າງລັດເຊຍ ແລະຫວຽດນາມ.

ຕີລາຄາຂົງເຂດຮ່ວມມືຈຸດສຸມລະຫວ່າງລັດເຊຍ ແລະຫວຽດນາມ, ທ່ານຮອງລັດຖະມົນຕີ Ilyichev Vladimir Evgenievich ຊີ້ອອກໃຫ້ເຫັນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະພະລັງງານ. ຝ່າຍລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີການສົ່ງອອກ ສະບຽງອາຫານ, ຝຸ່ນ ໄປຍັງ ຫວຽດນາມ, ແລະເປີດກວ້າງແຫຼ່ງພະລັງງານ (ຖ່ານຫີນ, ນໍ້າມັນ, LNG), ໜູນຊ່ວຍ ແລະເຕັກໂນໂລຢີໃນການພັດທະນາພື້ນຖານໂຄງລ່າງພະລັງງານ ແບບຍືນຍົງໃນສະພາບເກີດວິກິດການພະລັງງານທົ່ວໂລກ.

ສອງໝາກຜົນສຳຄັນແມ່ນການລົງນາມໃນສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍນີງທ້ວນ-1 ຢູ່ຫວຽດນາມ ແລະ PAO NOVATEK ໄດ້ລົງນາມໃນສັນຍາສະໜອງອາຍແກັດທຳມະຊາດແຫຼວໃຫ້ຫວຽດນາມ, ສວມບົດບາດສຳຄັນໃນສະພາບທີ່ໄດ້ຮັບຜົນກະທົບຂອງສະພາບການຂອງພາກພື້ນຕາເວັນອອກກາງ. ທ່ານ Ilyichev ເຊື່ອໝັ້ນວ່າ ສິ່ງດັ່ງກ່າວຈະຊ່ວຍໃຫ້ຫວຽດນາມ ມີພື້ນຖານໂຄງລ່າງດ້ານພະລັງງານທີ່ເຂັ້ມແຂງ ແລະການເປັນເຈົ້າຕົນເອງໃນການພັດທະນາເສດຖະກິດຢ່າງໝັ້ນຄົງ.

ກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືທີ່ຈະມາເຖິງ, ທ່ານຮອງລັດຖະມົນຕີ Ilyichev ຊີ້ອອກວ່າ, ໃນຂົງເຂດຂົນສົ່ງ, ບໍລິສັດ logistics ຂອງລັດເຊຍ ໄດ້ສ້າງຕັ້ງສູນກາງຂອງພາກພື້ນຢູ່ຫວຽດນາມ ເພື່ອເກັບກຳສິນຄ້າຈາກບັນດາປະເທດອາຊຽນ ເກືອບທັງໝົດ. ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງບໍລິສັດລັດເຊຍ ແລະຫວຽດນາມ ໄດ້ຮັບການລົງນາມຢູ່ເວທີປາໄສວິສາຫະກິດ ຫວຽດນາມ-ລັດເຊຍ ໃນວັນທີ 24 ມີນາ (ລະຫວ່າງກຸ່ມບໍລິສັດຂົນສົ່ງ FESCO, ກຸ່ມບໍລິສັດ Delo ແລະບໍລິສັດໃຫຍ່ການເດີນທະເລຫວຽດນາມ).

ໃນສະພາບແວດລ້ອມທີ່ຜັນແປໃນປະຈຸບັນ, ການພັດທະນາການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງໄຊເບີ, ປັນຍາປະດິດ, ການຫັນປ່ຽນການບໍລິການຂອງລັດເປັນດີຈີຕອນ ແລະຂົງເຂດ "ນະຄອນອັດສະລິຍະ ແລະປອດໄພ" ພວມນັບມື້ນັບມີຄວາມສຳຄັນທາງຍຸດທະສາດ, ຫວຽດນາມ ຖືເປັນສໍາຄັນຕໍ່ຄຳນິຍາມກ່ຽວກັບອະທິປະໄຕດ້ານເຕັກໂນໂລຢີ ແລະພວມຕັ້ງໜ້າປະຕິບັດການພົວພັນຄູ່ຮ່ວມມືສາກົນໃນຂົງເຂດນີ້.

ໂຄງການສູນພັດທະນາ ແລະຄົ້ນຄວ້າປັນຍາປະດິດ ແລະເຕັກໂນໂລຢີດີຈີຕອນພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ເຄື່ອນໄຫວຢູ່ຫວຽດນາມ ດ້ວຍການໜູນຊ່ວຍຂອງມະຫາວິທະຍາໄລຕາເວັນອອກໄກ. ໃນເດືອນພະຈິກ 2025, ສະຖາບັນຄົ້ນຄວ້າປັນຍາປະດິດຂຶ້ນກັບມະຫາວິທະຍາໄລແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມເປັນພັນທະມິດປັນຍາປະດິດສາກົນທີ່ກອງປະຊຸມໄລຍະທາງປັນຍາປະດິດທີ່ຈັດຂຶ້ນຢູ່ ມົດສະກູ...

ພື້ນຖານເສດຖະກິດປະດິດສ້າງສາມາດກາຍເປັນຂົງເຂດຮ່ວມມືໃໝ່ທີ່ເຕັມໄປດ້ວຍແງ່ຫວັງລະຫວ່າງລັດເຊຍ ແລະຫວຽດນາມ, ລວມມີການສ້າງບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງ ແລະລວມມີບັນດາຂະແໜງອຸດສາຫະກຳພວມພັດທະນາຢ່າງວ່ອງໄວຈາກເຕັກໂນໂລຢີຂໍ້ມູນຂ່າວສານ ແລະຮູບເງົາຕະຫຼອດຮອດເຄື່ອງແຟຊັນ ແລະການອອກແບບ.

ໃນປີທີ່ຜ່ານມາ, ການຮ່ວມມືດ້ານການສຶກສາ, ກໍ່ສ້າງມີຄວາມຈະເລີນເຕີບໂຕທີ່ສຸດ. ໂຄງການຮ່ວມສໍາພັນ, ການແລກປ່ຽນວິຊາການສຶກສາ ແລະຮູບການມີໄຫວພິບ ແລະມີການກະທົບຕອບຊຶ່ງກັນ ແລະກັນຫຼາຍກວ່າ. ປີ 2026 ໄດ້ຮັບການປະກາດວ່າແມ່ນປີວິທະຍາສາດ ແລະການສຶກສາ ລັດເຊຍ-ຫວຽດນາມ. ທ່ານຮອງລັດຖະມົນຕີ Ilyichev ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງລັດເຊຍ ແລະຫວຽດນາມ ໃນບັນດາຂົງເຂດ ແລະຂະແໜງອຸດສາຫະກຳລົງເລິກພູມປັນຍາຈະເປີດກວ້າງ ແລະເຮັດໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ແລະຈະສືບຕໍ່ເປີດກວ້າງການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ, ພິເສດແມ່ນໃນສະພາບການຜັນຂະຫຍາຍແຜນການໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່. ທ່ານ Ilyichev ເນັ້ນໜັກວ່າ, ນີ້ແມ່ນການກໍານົດທິດທີ່ຕັ້ງໜ້າພວມເປີດໂອກາດໃຫ້ສອງປະເທດ, ເປັນຕົ້ນແມ່ນພາຍຫຼັງການຢ້ຽມຢາມຂັ້ນສູງ, ແທດຈິງ ແລະໄວ້ເນື້ອເຊື່ອໃຈ.

ໂດຍ: ເຈິ່ນຮວ່ຽນ