ນັກຂ່າວ: ຂໍທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ບໍ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໃນລະຫວ່າງວັນທີ 22 - 25 ມີນາ ແມ່ນມີຄວາມໝາຍສໍາຄັນທີ່ສຸດ. ນີ້ແມ່ນການຢ້ຽມຢາມເພື່ອແນໃສ່ຕອບສະໜອງຕາມການເຊື້ອເຊີນຈາກການນຳຂັ້ນສູງຂອງລັດເຊຍ, ໃນນັ້ນມີທ່ານ Mikhail Mishustin ນາຍົກລັດຖະມົນຕີ, ຜູ້ທີ່ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນເດືອນມັງກອນ 2025.
ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວທີ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຂອງຫວຽດນາມ ຢ່າງແທດຈິງ, ເຊິ່ງໄດ້ຮັບຮອງເອົາໂດຍກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ສະແດງໃຫ້ເຫັນເຖິງບົດບາດນໍາໜ້າ, ປະຕິບັດໜ້າທີ່ຕົ້ນຕໍສຳຄັນ, ເປັນປະຈໍາຂອງວຽກງານພົວພັນຕ່າງປະເທດໃນການຍາດແຍ່ງເອົາແຫຼ່ງກຳລັງໃຫ້ໄດ້ຫຼາຍທີ່ສຸດ, ສ້າງກາລະໂອກາດ ແລະສ້າງເງື່ອນໄຂສະດວກພາຍນອກເພື່ອຮັບໃຊ້ການພັດທະນາປະເທດຊາດໃນສັງກາດໃໝ່.
    |
 |
|
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ |
ນີ້ຍັງເປັນໂອກາດເພື່ອໃຫ້ສອງຝ່າຍຢືນຢັນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍືນຍົງ, ການຮ່ວມມືທີ່ຈິງໃຈ, ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ພ້ອມກັບວິໄສທັດໃນໄລຍະຈະມາເຖິງ, ເພີ່ມທະວີ ແລະປັບປຸງການພົວພັນທັງລວງກວ້າງ ແລະລວງເລິກ, ມຸ່ງໄປເຖິງການຍົກລະດັບການຮ່ວມມືທີ່ຮອບດ້ານລະຫວ່າງສອງປະເທດ.
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຈະມີການແລກປ່ຽນຫຼາຍຄັ້ງກັບການນຳຂັ້ນສູງຂອງລັດເຊຍ, ຢ້ຽມຢາມຮາກຖານເສດຖະກິດ, ວິທະຍາສາດ, ການສຶກສາ, ກວດກາການຜັນຂະຫຍາຍຂໍ້ຕົກລົງການຮ່ວມມືທີ່ບັນລຸແລ້ວ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ມີຢູ່, ສ້າງກໍາລັງໜູນໃໝ່ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດທີ່ເປັນມູນເຊື້ອ. ສອງຝ່າຍກໍ່ຈະແລກປ່ຽນການນໍານົດທິດການຮ່ວມມືໃຫຍ່ໃນໄລຍະຕໍ່ໄປ, ໃນນັ້ນແມ່ນການເລີ່ມຕົ້ນ ແລະຈັດຕັ້ງປະຕິບັດໂຄງການຮ່ວມມືທີ່ລະອຽດເພື່ອຮັບໃຊ້ເປົ້າໝາຍການພັດທະນາໃນປະຈຸບັນຂອງຫວຽດນາມ, ຄື: ພະລັງງານໃໝ່, ພື້ນຖານໂຄງລ່າງ ແລະການເຊື່ອມຕໍ່ການຄົມມະນາຄົມ, ເຕັກໂນໂລຊີສູງ, ຊີວະການແພດ, ການດູແລສຸຂະພາບ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ນີ້ລ້ວນແຕ່ແມ່ນຂົງເຂດທີ່ລັດເຊຍ ມີທ່າແຮງ ແລະມີປະສົບການ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມລັດເຊຍ ຢ່າງເປັນທາງການຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ມີຄວາມໝາຍຮອບດ້ານ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ໃຫ້ສືບຕໍ່ພັດທະນາຢ່າງແຮງ, ຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະໃນໂລກ.
ນັກຂ່າວ: ກ່ຽວກັບການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບວິທີຕ້ອງເຮັດແນວໃດ ເພື່ອຍົກລະດັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ລັດເຊຍ ໃນໄລຍະຈະມາເຖິງກວ່າອີກ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ: ໃນຊຸມປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາບົນພື້ນຖານຄວາມໜັກແໜ້ນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການປັບປຸງຢ່າງໜັກແໜ້ນ. ສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງເປັນປະຈຳ. ກົນໄກການຮ່ວມມືລະຫວ່າງສອງປະເທດຍັງສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ຂົງເຂດການຮ່ວມມືທີ່ເປັນມູນເຊື້ອ, ເຊັ່ນ: ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ພະລັງງານ, ນ້ຳມັນອາຍແກັດ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ການບຳລຸງສ້າງນັບມື້ນັບໄດ້ຮັບການເພີ່ມທະວີ, ການພົບປະແລກປ່ຽນປະຊາຊົນໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ. ຄຽງຂ້າງນັ້ນ, ສອງຝ່າຍກໍ່ເປີດກວ້າງການຮ່ວມມືໃນຂົງເຂດໃໝ່ ເຊັ່ນ: ນະວັດຕະກໍາ, ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ... ເທື່ອລະກ້າວ.
ໃນໄລຍະຈະມາເຖິງ, ຂ້າພະເຈົ້າຖືວ່າ ຕ້ອງຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດໃນທັງສາມເສົາຄໍ້າ: ການທູດພັກ, ການທູດລັດ ແລະ ການທູດປະຊາຊົນຢ່າງຄົບຊຸດ, ຮອບດ້ານ, ມີປະສິດທິຜົນ. ນອກຈາກການເພີ່ມທະວີການຮ່ວມມືໃນຂົງເຂດທີ່ໄດ້ກ່າວມາຂ້າງເທິງແລ້ວ, ສອງປະເທດຍັງຕ້ອງຊຸກຍູ້ການເຄື່ອນໄຫວຮ່ວມມືດ້ານມະນຸດສະທໍາກວ່າອີກ, ລະອຽດແມ່ນການຮ່ວມມືດ້ານການສຶກສາ, ການບຳລຸງສ້າງ, ວັດທະນະທໍາ, ສິລະປະ, ກິລາ, ການທ່ອງທ່ຽວ ແລະເສີມຂະຫຍາຍບົດບາດຂອງປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ.
ໃນຍຸກແຫ່ງການພັດທະນາໃໝ່ນີ້, ເມື່ອຫວຽດນາມຕ້ອງການຮີບດ່ວນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສອງປະເທດຈຳເປັນຕ້ອງເພີ່ມທະວີການຮ່ວມມືໃນດ້ານການສຶກສາ, ບຳລຸງສ້າງຕື່ມອີກ, ໂດຍສະເພາະແມ່ນໃນຂົງເຂດທີ່ຣັດເຊຍມີທ່າແຮງເຊັ່ນ: ເຕັກໂນໂລຊີດີຈີຕອນ, ເຕັກໂນໂລຊີ quantum, ຊີວະການແພດ, ວິທະຍາສາດພື້ນຖານ ແລະສິລະປະການສຶກສາ.
ກ່ຽວກັບການຮ່ວມມືດ້ານມະນຸດສະທຳ, ສອງຝ່າຍຕ້ອງສຸມໃສ່ການແລກປ່ຽນຊາວໜຸ່ມ, ຈັດຕັ້ງການເຄື່ອນໄຫວການພົບປະແລກປ່ຽນສິລະປະ, ການແຂ່ງຂັນກິລາ, ວັນວັດທະນະທຳຢູ່ແຕ່ລະປະເທດ, ຢູ່ແຕ່ລະທ້ອງຖິ່ນຢ່າງເປັນປະຈຳ. ການຮ່ວມມືດ້ານການທ່ອງທ່ຽວກໍ່ຕ້ອງໄດ້ຮັບການເປີດກວ້າງຕື່ມອີກດ້ວຍການປັບປຸງພື້ນຖານດ້ານນິຕິກໍາໃຫ້ສົມບູນເພື່ອສ້າງຄວາມສະດວກໃຫ້ແກ່ການໄປມາຂອງພົນລະເມືອງສອງປະເທດ.
ປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ, ມີປະມານ 80.000 ຄົນ, ໄດ້ ແລະກໍາລັງເປັນຂົວເຊື່ອມຕໍ່ທີ່ສຳຄັນສຳລັບການພົວພັນລະຫວ່າງສອງປະເທດ. ເພື່ອເສີມຂະຫຍາຍບົດບາດຂອງປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈໍາຖິ່ນ, ດ້ານໜຶ່ງແມ່ນຕ້ອງສືບຕໍ່ເອົາໃຈໃສ່ ແລະປົກປ້ອງຜົນປະໂຫຍດຂອງພໍ່ແມ່ປະຊາຊົນ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມພາລະກິດລວມຂອງປະເທດຊາດ; ອີກດ້ານໜຶ່ງ, ແມ່ນຕ້ອງສະເໜີໃຫ້ລັດເຊຍສືບຕໍ່ສ້າງເງື່ອນໄຂສະດວກໃຫ້ພໍ່ແມ່ປະຊາຊົນໄດ້ດຳລົງຊີວິດ, ເຮັດວຽກ ແລະສຶກສາຮ່ຳຮຽນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສະຫະພັນລັດເຊຍ ແລະ ຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ຈາງຫງວຽນ