ແມ່ນໍ້າຂອງ-ລ້ານຊ້າງ ປຽບເໝືອນເສັ້ນໄໝສີຂຽວທີ່ແລ່ນຜ່ານ 6 ປະເທດ, ບໍ່ພຽງແຕ່ນຳເອົາດິນສັນດອນ ແລະແຫຼ່ງດຳລົງຊີວິດມາໃຫ້ປະຊາຊົນນັບລ້ານໆຄົນເທົ່ານັ້ນ ຫາກຍັງເປັນສັນຍາລັກແຫ່ງມິດຕະພາບ ແລະຄວາມຄາດຫວັງຂອງການພັດທະນາລວມ. ຈາກກະແສດັ່ງກ່າວ, ປີ 2016, ການນຳຂອງ 6 ປະເທດ ໄດ້ພ້ອມກັນຕົກລົງສ້າງຕັ້ງກົນໄກຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ-ເປັນບາດກ້າວສຳຄັນໃນຂະບວນການຮ່ວມສຳພັນລະຫວ່າງອະນຸພາກພື້ນ ແລະພາກພື້ນ.

ປ່ຽນວິໄສທັດໄປສູ່ຜົນໄດ້ຮັບທີ່ແທ້ຈິງ

ເມື່ອຫວນຄືນຜົນງານຂອງການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ (MLC), ຍາກທີ່ຈະເຊື່ອຖືໄດ້ວ່າ ພຽງແຕ່ທົດສະວັດດຽວ, ຄວາມມານະພະຍາຍາມລວມຂອງ 6 ປະເທດໄດ້ສ້າງພື້ນຖານການຮ່ວມມືອັນໝັ້ນແກ່ນ, ມີບາດກ້າວກະໂດດຂັ້ນ ແລະຢືນຢັນທີ່ຕັ້ງກົນໄກຮ່ວມມືອະນຸພາກພື້ນທີ່ພົ້ນເດັ່ນ.

ຜົນງານຂອງການຮ່ວມມື MLC ສະແດງໃຫ້ເຫັນຢ່າງຈະແຈ້ງໃນ 5 ດ້ານຕົ້ນຕໍ.

ທີໜຶ່ງ, MLC ໄດ້ປະກອບສ່ວນເພີ່ມທະວີການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງບັນດາປະເທດສະມາຊິກ, ສ້າງເວທີປາໄສແລກປ່ຽນ, ການພົບປະລະຫວ່າງການນຳຂັ້ນສູງ ກໍ່ຄືທຸກຂັ້ນ, ທຸກຂະແໜງການ.

ທີສອງ, ການຮ່ວມມືໃນການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງບັນລຸໄດ້ບາດກ້າວຢ່າງແທ້ຈິງ, ເປັນໜ້າສົ່ງເສີມ. ບັນດາປະເທດໄດ້ສ້າງຕັ້ງສູນຮ່ວມມືແຫຼ່ງນໍ້າ MLC, ຈັດຕັ້ງເວທີປາໄສແຫຼ່ງນໍ້າ MLC ປະຈຳປີ, ຜັນຂະຫຍາຍຂໍ້ລິເລີ່ມເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນໍ້າ.

ທີສາມ, ການເຊື່ອມຕໍ່ພາກພື້ນໄດ້ຮັບການເພີ່ມທະວີ, ພິເສດແມ່ນການເຊື່ອມຕໍ່ກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, ການເຊື່ອມຕໍຜ່ານກົນໄກວີຊາ MLC, ພາສີອັດສະລິຍະ, ສ້າງຄວາມສະດວກພໍສົມຄວນໃຫ້ແກ່ການເຄື່ອນໄຫວແລກປ່ຽນການຄ້າ, ການຮ່ວມມືຂ້າມຊາຍແດນ ແລະການເຊື່ອມໂຍງເສດຖະກິດອະນຸພາກພື້ນ.

ທີສີ່, ເນື້ອໃນການຮ່ວມມືນັບມື້ນັບເປີດກວ້າງ, ຈາກ 5 ຂົງເຂດບຸລິມະສິດໃນເບື້ອງຕົ້ນ, MLC ໄດ້ເປີດກວ້າງໄປສູ່ຂົງເຂດໃໝ່, ຄື: ການຫັນເປັນດີຈີຕອນ, ພັດທະນາສີຂຽວ, ຕິດພັນກັບຜົນປະໂຫຍດດ້ານການພັດທະນາຂອງບັນດາປະເທດສະມາຊິກ.

ທີຫ້າ, ໃນຕະຫຼອດຂະບວນການຮ່ວມມື, ບົດບາດ ແລະຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດລ້ວນແຕ່ໄດ້ຮັບບຸລິມະສິດສູງສຸດ. ກອງທຶນພິເສດແມ່ນໍ້າຂອງ-ລ້ານຊ້າງໄດ້ອຸປະຖຳໂຄງການປະມານ 1.000 ໂຄງການໃນຂົງເຂດ, ຄື: ກະສິກຳອັດສະລິຍະ, ປັບປຸງພື້ນຖານໂຄງລ່າງຄົມມະນາຄົມ, ສ້າງໂຮງຮຽນ, ສຸກສາລາຊົນນະບົດ, ລະບົບນໍ້າສະອາດ... ຢູ່ຫວຽດນາມ, ບັນດາໂຄງການແມ່ນແຕ່ ເຂດພູດອຍທາງພາກເໜືອ, ຄື: ຕວຽນກວາງ, ດ້ຽນບຽນ ຈົນໄປເຖິງກ່າເມົາ, ປະກອບສ່ວນຮັບປະກັນຊີວິດສັງຄົມໃຫ້ປະຊາຊົນທ້ອງຖິ່ນ.

leftcenterrightdel
ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ - ສະມາຊິກເປັນເຈົ້າການ ແລະມີຄວາມຮັບຜິດຊອບ

ປະຕິບັດສະເໝີຕົ້ນສະເໝີປາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ການຮ່ວມມື ແລະພັດທະນາ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມື MLC ນັບແຕ່ມື້ທຳອິດຂອງການສ້າງຕັ້ງ. ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການກໍານົດທິດຍຸດທະສາດ ແລະຂໍ້ລິເລີ່ມການຮ່ວມມືລະອຽດ, ຊຸກຍູ້ການຮ່ວມມື MLC ພ້ອມກັບກົນໄກການຮ່ວມມືລະຫວ່າງແມ່ນໍ້າຂອງກັບບັນດາຄູ່ຮ່ວມມື, ຄື: ອິນເດຍ, ອາເມລິກາ, ຍີ່ປຸ່ນ ແລະສ.ເກົາຫຼີ, ຕອບສະໜອງຄວາມຕ້ອງການພັດທະນາຂອງອະນຸພາກພື້ນຢ່າງມີປະສິດທິຜົນ.

ບົນຈິດໃຈເສີມຂະຫຍາຍກຳລັງແຮງຂອງອະນຸພາກພື້ນ, ຫວຽດນາມ ໄດ້ຍົກອອກຫຼາຍຂໍ້ສະເໜີກ່ຽວກັບການເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, logistics, ລະບົບສະໜອງ, ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ກໍ່ຄືການເຊື່ອມໂຍງລະຫວ່າງກົນໄກ MLC ກັບຂອບເຂດພາກພື້ນ, ເປັນຕົ້ນແມ່ນ ອາຊຽນ, MRC ແລະ GMS. ການປະກອບສ່ວນດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນວ່າຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ ແລະມີຄວາມຮັບຜິດຊອບໃນການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ແຕ່ຍັງປະກອບສ່ວນເຂົ້າໃນການຮັບປະກັນຜົນປະໂຫຍດກົມກຽວ, ເປັນຕົ້ນແມ່ນໃນການຄຸ້ມຄອງແຫຼ່ງນໍ້າແມ່ນໍ້າຂອງ ແລະການພັດທະນາແບບຍືນຍົງຂອງເຂດທົ່ງພຽງແມ່ນໍ້າຂອງ. ຈາກຂໍ້ສະເໜີເບື້ອງຕົ້ນຂອງຫວຽດນາມ, ກົນໄກແບ່ງປັນຂໍ້ມູນຂ່າວສານ, ຂໍ້ມູນອຸທົກກະສາດລະຫວ່າງສູນຮ່ວມມືແຫຼ່ງນໍ້າ MLC ແລະກອງເລຂາ MRC ໄດ້ຮັບການສ້າງຕັ້ງ, ຕິດພັນການຮ່ວມມືແຫຼ່ງນໍ້າກັບການຮັບມືກັບການປ່ຽນແປງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ.

ສັງກາດແຫ່ງການພັດທະນາໃໝ່ຂອງການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ

ອະນຸພາກພື້ນແມ່ນໍ້າຂອງ ແລະຈີນ ພວມກ້າວເຂົ້າສູ່ທົດສະວັດແຫ່ງການພັດທະນາໃໝ່ດ້ວຍກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນ, ໃນນັ້ນຮຽກຮ້ອງໃຫ້ພັດທະນາແບບຍືນຍົງ, ການຮັບມືກັບຄວາມບໍ່ໝັ້ນຄົງ ແລະຍົກສູງກໍາລັງຄວາມສາມາດແກ່ງແຍ້ງນັບມື້ນັບຮີບດ່ວນ. ໃນສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່, ຫວຽດນາມ ເຫັນໄດ້ 3 ຈຸດສຸມຂອງການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ໃນໄລຍະຈະມາເຖິງ, ລວມມີ:

ທີໜຶ່ງ, ຢຶດໝັ້ນປັບປຸງການພົວພັນມິດຕະພາບ, ຮັກສາການເຈລະຈາ, ປຶກສາຫາລືຢ່າງຈິງໃຈ, ກົງໄປກົງມາບົນພື້ນຖານຫຼັກການເຫັນດີເຫັນພ້ອມ, ສະເໝີພາບ, ເຄົາລົບກົດໝາຍສາກົນ ແລະສິດຜົນປະໂຫຍດອັນຊອບທໍາຂອງບັນດາປະເທດ; ມານະພະຍາຍາມຊອກຫາມາດຕະການແກ້ໄຂສິ່ງທ້າທາຍລວມບົນພື້ນຖານຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາປະເທດສະມາຊິກ, ຜ່ານນັ້ນເພີ່ມທະວີຄວາມເຊື່ອໝັ້ນ ແລະພື້ນຖານການເມືອງ-ສັງຄົມໃຫ້ແກ່ການຮ່ວມມືຍາວນານ.

ທີສອງ, ສືບຕໍ່ປະຕິບັດການຮ່ວມມືທີ່ແທດຈິງກວ່າ, ສອດຄ່ອງກັບບຸລິມະສິດພັດທະນາຂອງບັນດາປະເທດ, ແກ້ໄຂສິ່ງທ້າທາຍລວມໃໝ່, ຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາປະເທດສະມາຊິກ, ເປັນຕົ້ນແມ່ນໃນຂົງເຂດຄຸ້ມຄອງແຫຼ່ງນ້ຳ, ນະວັດຕະກໍາ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ພະລັງງານ, ລະບົບສະໜອງ.

ທີສາມ, ຖືປະຊາຊົນເປັນໃຈກາງ, ຮັບປະກັນການເຄື່ອນໄຫວຮ່ວມມືລ້ວນແຕ່ມຸ່ງໄປເຖິງສະຫວັດດີການ, ການຫາເງິນລ້ຽງຊີບ ແລະກາລະໂອກາດພັດທະນາຂອງປະຊາຊົນ. ການຮ່ວມມື MLC ຜ່ານລາຍການລະອຽດກ່ຽວກັບການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການພັດທະນາຊົນນະບົດ, ການສຶກສາ, ສາທາລະນະສຸກ, ການຮັບປະກັນຊີວິດສັງຄົມ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ເພື່ອໃຫ້ປະຊາຊົນກາຍເປັນເຈົ້າກຳ ແລະຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກການຮ່ວມມື.

ການສະເຫຼີມສະຫຼອງ 1 ທົດສະວັດແຫ່ງການສ້າງຕັ້ງ ແລະການພັດທະນາ, ພວກເຮົາບໍ່ພຽງແຕ່ເບິ່ງຄືນໄລຍະທາງທີ່ໄດ້ຜ່ານດ້ວຍຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງອະນາຄົດດ້ວຍຄວາມເຊື່ອໝັ້ນວ່າການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ຈະສືບຕໍ່ເປັນສັນຍາລັກຂອງການປ່ຽນແປງໃໝ່ ແລະການພັດທະນາ.

ຫວຽດນາມ ໄດ້, ກໍາລັງ ແລະຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງເພື່ອບັນລຸໄດ້ບາດກ້າວຫັນປ່ຽນໃໝ່, ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມແບ່ງປັນອະນາຄົດເພື່ອສັນຕິພາບ, ວັດທະນາຖາວອນ ແລະການພັດທະນາແບບຍືນຍົງລະຫວ່າງບັນດາປະເທດແມ່ນໍ້າຂອງ-ລ້ານຊ້າງ.

ໂດຍ: ເຈິ່ນຮວ່ຽນ