ທ່ານ ເລຮວ່າຍຈູງ ຊົມເຊີຍຜົນສໍາເລັດຂອງກອງປະຊຸມສູນກາງ ຄັ້ງທີ VI ສະໄໝທີ XIX ຂອງພັກກອມມູນິດຈີນ; ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະເຊື່ອໝັ້ນວ່າພັກ ແລະປະຊາຊົນຈີນ ຈະສືບທອດມູນເຊື້ອປະຫວັດສາດທີ່ສະຫງ່າລາສີ, ສືບຕໍ່ບັນລຸບັນດາຜົນງານໃຫຍ່ຫຼວງໃໝ່ໃນກິດຈະການສ້າງລັດທິສັງຄົມນິຍົມທີ່ເປັນເອກະລັກສະເພາະຂອງຈີນ. ທ່ານ ເລຮວ່າຍຈູງ ແນະນໍາໂດຍສັງເຂບເນື້ອໃນຕົ້ນຕໍຂອງກອງປະຊຸມສູນກາງຄັ້ງທີ IV ສະໄໝທີ XIII ຂອງພັກກອມມູນິດຫວຽດນາມ ກ່ຽວກັບສະພາບເສດຖະກິດ-ສັງຄົມ, ຜົນງານໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ໃນປີ 2021 ແລະທິດທາງໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສອງຝ່າຍຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າຂອງການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່່ານມາ; ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີການສືບຕໍ່ສ້າງຊາຍແດນທາງບົກສັນຕິພາບ, ມິດຕະພາບ, ພັດທະນາ; ຊຸກຍູ້ການຮ່ວມມື, ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລເປັນຢ່າງດີ, ປະກອບສ່ວນນໍາການພົວພັນມິດຕະພາບການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ສືບຕໍ່ຍາດໄດ້ຜົນງານໃຫຍ່ກວ່າອີກໃນໄລຍະໃໝ່.

ໂດຍ: ກວຽດເຕີມ