ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັ້ກວ່າ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ ແມ່ນໜ້າທີ່ສຳຄັນພິເສດ, ເປັນປະຈຳ, ຍາວນານຂອງວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ. ຢຶດໝັ້ນ, ເດັດດ່ຽວຕໍ່ສູ້ສະກັດກັ້ນ, ຍູ້ຖອຍການສໍ້ລາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ແມ່ນແຜນນະໂຍບາຍ, ແນວທາງລຸລ່ວງ, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: nhandan.vn

ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ທັງຢຶດໝັ້ນ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້, ແກ້ໄຂຢ່າງເຂັ້ມງວດ, ມີວັດທະນະທຳມະນຸດ, ສົມເຫດສົມຜົນ, ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ; ຄວບຄຸມບັນດາຂົງເຂດຫຼັກແຫຼ່ງ, ຈຳເປັນ, ຂົງເຂດໃໝ່ທີ່ຊ້ອນແຝງຄວາມສ່ຽງສູງເກີດການສໍ້ລາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້; ທັງຮ່ວມເດີນທາງພ້ອມກັບໜ້າທີ່ພັດທະນາເສດຖະກິດ ສັງຄົມ, ຮັບໃຊ້ເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບສອງຕົວເລກຢ່າງຕໍ່ເນື່ອງໃນຊຸມປີຈະມາເຖິງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ