ໃນການຕອບສຳພາດຕໍ່ນັກຂ່າວຫວຽດນາມ ຢູ່ການາດາ, ທ່ານ Joe Pateman ຜູ້ຊ່ວຍວຽກສາດສະດາຈານຂອງມະຫາວິທະຍາໄລ York, ນັກຊ່ຽວຊານທີ່ຄົ້ນຄວ້າກ່ຽວກັບດ້ານການເມືອງ ແລະເສດຖະກິດການເມືອງສາກົນ, ຖືວ່າ ສະພາແຫ່ງຊາດຫວຽດນາມ ສວມບົດບາດສຳຄັນໃນການຫັນການກຳນົດທິດການພັດທະນາປະເທດເປັນລະບອບລະບຽບການ, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງພື້ນຖານທາງດ້ານການເມືອງ ແລະນິຕິກໍາໃຫ້ແກ່ການພັດທະນາໄລຍະຍາວຂອງປະເທດ.

ໃນການຕີລາຄາບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນວິວັດການປະຕິຮູບລະບອບລະບຽບການ ແລະຊຸກຍູ້ການພັດທະນາເສດຖະກິດໃນຊຸມປີມໍ່ໆມານີ້, ທ່ານ Pateman ໃຫ້ຂໍ້ສັງເກດວ່າ ອົງການນິຕິບັນຍັດນີ້ມີຕຳແໜ່ງຫຼັກແຫຼ່ງສຳຄັນໃນການຫັນປ່ຽນແຜນນະໂຍບາຍ ແລະການກໍານົດທິດພັດທະນາໄປເປັນກອບນິຕິກໍາທີ່ລະອຽດ.

ທ່ານຖືວ່າ ໃນຂອບເຂດການກໍານົດທິດຂອງພັກກອມມູນິດຫວຽດນາມ ແລະວິວັດທະນາການປະຕິຮູບເສດຖະກິດ, ສະພາແຫ່ງຊາດ ເຄື່ອນໄຫວຄືດັ່ງເປັນກົນໄກນິຕິບັນຍັດທີ່ສຳຄັນທີ່ຊ່ວຍນຳພາວິວັດການຫັນປ່ຽນໄປສູ່ພື້ນຖານເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ, ຫົວໜ້າຄະນະຊີ້ນຳການສະເຫຼີມສະຫຼອງ 80 ປີ ແຫ່ງວັນເລືອກຕັ້ງທົ່ວປະເທດ ຄັ້ງທຳອິດກ່າວຄຳປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມການວິເຄາະຂອງທ່ານ Pateman ແລ້ວ, ໃນຫຼາຍປີຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ປະກອບສ່ວນສ້າງ ແລະປັບປຸງລະບົບກົດໝາຍ ເພື່ອແນໃສ່ດັດປັບການເຄື່ອນໄຫວຂອງພື້ນຖານເສດຖະກິດຕະຫຼາດ, ສ້າງສະພາບແວດລ້ອມທາງດ້ານນິຕິກໍາທີ່ສະດວກເພື່ອດຶງດູດການລົງທຶນຢູ່ພາຍໃນ ແລະຕ່າງປະເທດ, ພ້ອມທັງຍົກສູງກໍາລັງຄວາມສາມາດການບໍລິຫານຂອງລັດ. ທ່ານຖືວ່າ ໂດຍຜ່ານການປະກາດໃຊ້ກົດໝາຍທີ່ກ່ຽວຂ້ອງເຖິງເສດຖະກິດ, ການລົງທຶນ, ວິສາຫະກິດ ແລະການຄຸ້ມຄອງລັດ, ສະພາແຫ່ງຊາດ ໄດ້ປະກອບສ່ວນສ້າງກອບລະບອບລະບຽບການທີ່ສະຖຽນລະພາບເພື່ອໜູນຊ່ວຍວິວັດການເຕີບໂຕທາງເສດຖະກິດ ແລະການເຊື່ອມໂຍງສາກົນຂອງຫວຽດນາມ.

ນອກຈາກພາລະບົດບາດນິຕິບັນຍັດແລ້ວ, ທ່ານ Pateman ຍັງໄດ້ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ຍັງສວມບົດບາດສຳຄັນໃນການປະສານນະໂຍບາຍ ແລະຕິດຕາມກວດກາການປະຕິບັດກົດໝາຍ. ຕາມທ່ານແລ້ວ, ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ກັບລັດຖະບານ ແລະບັນດາອົງການຂອງລັດໄດ້ຊ່ວຍຮັບປະກັນວ່າ ນະໂຍບາຍພັດທະນາເສດຖະກິດ-ສັງຄົມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະສອດຄ່ອງກັບເປົ້າໝາຍການພັດທະນາແຫ່ງຊາດ. ສິ່ງນີ້ໄດ້ປະກອບສ່ວນເຂົ້າໃນການຮັບປະກັນການເຕີບໂຕເສດຖະກິດຕິດພັນກັບບັນດາເປົ້າໝາຍໄລຍະຍາວກ່ຽວກັບການພັດທະນາປະເທດ ແລະສ້າງສັງຄົມນິຍົມ.

ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນຢູ່ຫວຽດນາມ ທີ່ຈະມາເຖິງນີ້, ທ່ານ Pateman ຖືວ່າ ນີ້ແມ່ນເຫດການທາງການເມືອງທີ່ສຳຄັນຕໍ່ກັບລະບົບການບໍລິຫານຂອງປະເທດ. ຕາມທ່ານແລ້ວ, ການປ່ອນບັດເລືອກຕັ້ງຄັ້ງນີ້ ສວມບົດບາດສ້າງລະບອບລະບຽບການໃໝ່ ແລະປັບປຸງລະບອບລະບຽບການສະບັບຕ່າງໆ, ຜ່ານສິ່ງດັ່ງກ່າວນັ້ນ, ລັດໄດ້ປຸກລະດົມປະຊາຊົນເຂົ້າຮ່ວມວິວັດການຄຸ້ມຄອງ ແລະພັດທະນາປະເທດຊາດ.

ທ່ານ ຖືວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນຊ່ວຍປັບປຸງຄວາມສໍາພັນລະຫວ່າງພັກ, ລັດ ແລະປະຊາຊົນ, ພ້ອມທັງສ້າງເງື່ອນໄຂໃຫ້ບັນດາອົງການຄຸ້ມຄອງສືບຕໍ່ປັບປຸງລະບົບກົດໝາຍໃຫ້ສົມບູນ ແລະຕິດຕາມກວດກາການປະຕິບັດນະໂຍບາຍ. ນີ້ກໍ່ເປັນກົນໄກທີ່ສຳຄັນໜຶ່ງຊ່ວຍໃຫ້ລະບົບການເມືອງຮັກສາລັກສະນະສະຖຽນລະພາບໃນຂະນະທີ່ສືບຕໍ່ຊຸກຍູ້ບັນດາໂຄງການພັດທະນາເສດຖະກິດ-ສັງຄົມ.

ຕາມຂໍ້ສັງເກດຂອງທ່ານ Pateman ແລ້ວ, ໃນສະພາບການທີ່ຫວຽດນາມ ພວມສືບຕໍ່ວິວັດການຫັນປ່ຽນ ແລະການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຢ່າງເລິກເຊິ່ງ, ການປ່ອນບັດເລືອກຕັ້ງທີ່ຈະມາເຖິງນີ້ ມີຄວາມໝາຍສຳຄັນໃນການປັບປຸງພື້ນຖານການເມືອງທີ່ຈຳເປັນຕໍ່ການພັດທະນາ. ທ່ານຖືວ່າ ສະຖຽນລະພາບທາງດ້ານການເມືອງແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ຊ່ວຍໃຫ້ຫວຽດນາມ ຮັກສາລະດັບຄວາມໄວໃນການເຕີບໂຕເສດຖະກິດ ແລະປະຕິບັດເປົ້າໝາຍພັດທະນາໃນໄລຍະຍາວ.

ເມື່ອເຕື້ອງເຖິງບົດບາດຂອງການທູດລັດຖະສະພາໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ, ທ່ານ ຖືວ່າ ນີ້ເປັນຊ່ອງທາງການຮ່ວມມືທີ່ສຳຄັນປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ ແລະການຮ່ວມມືລະຫວ່າງຫວຽດນາມ ກັບຄູ່ຮ່ວມມືສາກົນ. ຕາມທ່ານແລ້ວ, ຜ່ານການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ກັບອົງການນິຕິບັນຍັດຂອງຕ່າງປະເທດ, ການທູດລັດຖະສະພາປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການເມືອງ ແລະວັດທະນະທຳລະຫວ່າງບັນດາປະເທດ.

ຕີລາຄາກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາການາດາ ໃນໄລຍະຈະມາເຖິງ, ທ່ານ Pateman ຖືວ່າ ທັງສອງຝ່າຍມີໂອກາດຫຼາຍເພື່ອເປີດກວ້າງການຮ່ວມມື. ຕາມທ່ານແລ້ວ, ການເພີ່ມທະວີການຢ້ຽມຢາມ ແລະການແລກປ່ຽນລະຫວ່າງສະມາຊິກລັດຖະສະພາ, ຈັດຕັ້ງເວທີປາໄສສົນທະນານະໂຍບາຍ ແລະຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການຄ້າ, ເຕັກໂນໂລຊີ ແລະການພັດທະນາແບບຍືນຍົງ ຈະຊ່ວຍເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ທ່ານ Pateman ກໍ່ຖືວ່າ ການເຄື່ອນໄຫວຮ່ວມມືລັດຖະສະພາສາມາດປະກອບສ່ວນເຂົ້າໃນການຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການເປີດກວ້າງການພົວພັນດ້ານເສດຖະກິດ ແລະການຄ້າ. ຕາມທ່ານແລ້ວ, ໃນສະພາບການທີ່ຫວຽດນາມ ກຳລັງດຳເນີນຍຸດທະສາດຫັນການພົວພັນຄູ່ຮ່ວມມືສາກົນເປັນຫຼາຍຮູບຫຼາຍແບບ, ການເພີ່ມທະວີການຮ່ວມມືດ້ານນິຕິບັນຍັດກັບບັນດາປະເທດເຊັ່ນ: ການາດາ ຈະປະກອບສ່ວນເຂົ້າໃນການສ້າງການພົວພັນສອງຝ່າຍທີ່ສົມດຸນ, ໝັ້ນຄົງ ແລະມີລັກສະນະສ້າງສັນຫຼາຍຂຶ້ນໃນອະນາຄົດ.

ໂດຍ: ຈາງຫງວຽນ