ບັນດາການນໍາອາຊຽນ ຕີລາຄາສູງເລື່ອງທ່ານ ສີຈີ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງອາຊຽນ ແລະຈີນ ເປັນຄັ້ງທໍາອິດ, ສະແດງຄວາມເອົາໃຈໃສ່ ແລະຖືເປັນສໍາຄັນຂອງການນໍາສູງສຸດຂອງຈີນ ທີ່ມີຕໍ່ອາຊຽນ ແລະຕໍ່ກັບການເພີ່ມທະວີການພົວພັນສອງຝ່າຍ.

ຊົມເຊີຍບັນດາຜົນງານສໍາຄັນທີ່ບັນລຸໄດ້ນັບແຕ່ປີ 1991, ສອງຝ່າຍຕີລາຄາວ່າ ການພົວພັນອາຊຽນ-ຈີນ ແມ່ນໜຶ່ງໃນບັນດາການພົວພັນຄູ່ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຂະຫຍັນຂັນເຄື່ອນ ແລະແທດຈິງ. ອາຊຽນ ແລະຈີນ ປະກາດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຊິ່ງໄດ້ສະແດງໃຫ້ເຫັນບັນດາໝາກຜົນສໍາຄັນທີ່ບັນລຸໄດ້ໃນການຮ່ວມມືຮອບດ້ານລະຫວ່າງສອງຝ່າຍໃນ 30 ປີຜ່ານມາ. ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະສາກົນ, ບັນດາປະເທດເຫັນດີເປັນເອກະພາບຄວນພ້ອມກັນສ້າງທະເລຕາເວັນອອກ ໃຫ້ເປັນເຂດທະເລສັນຕິພາບ, ໝັ້ນຄົງ, ສະຖຽນລະພາບ ແລະຮ່ວມມື. ບົນພື້ນຖານດັ່ງກ່າວ, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖືກົດໝາຍສາກົນ, ແກ້ໄຂການແກ່ງແຍ້ງກັນໂດຍສັນຕິວິທີ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 30 ປີແຫ່ງການພົວພັນເຈລະຈາອາຊຽນ-ຈີນ (1991-2021) ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ອາຊຽນ ແລະຈີນ ຄວນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະຍູ້ແຮງການຮ່ວມມືຮອບດ້ານ, ສ້າງຜົນງານຫຼາຍຢ່າງ, ມຸ່ງໄປເຖິງບັນດາເປົ້າໝາຍສູງກວ່າ, ບັນດາຜົນປະໂຫຍດກວ້າງກວ່າອີກໃຫ້ແກ່ການພົວພັນອາຊຽນ-ຈີນ.

ນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອາຊຽນ-ຈີນ ໃຫ້ພັດທະນາເໝາະສົມກັບລະດັບຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ, ເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື, ພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ແຕ່ລະປະເທດ.

ສິ້ນສຸດກອງປະຊຸມ, ບັນດາການນໍາອາຊຽນ ແລະຈີນ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 30 ປີແຫ່ງການພົວພັນອາຊຽນ-ຈີນ.

ໂດຍ: ຈາງຫງວຽນ