ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ (ໃນລະຫວ່າງວັນທີ 27 ກຸມພາ - 1 ມີນາ) ຂອງທ່ານ Paulo Rangel, ລັດຖະມົນຕີການຕ່າງປະເທດ ປອກຕຸຍການ ໃນຊຸມວັນຕົ້ນລະດູບານໃໝ່ ປີມະເມຍ ເປີດຄວາມຫວັງກ່ຽວກັບການເລີ່ມຕົ້ນໃໝ່ທີ່ສະດວກ, ສືບຕໍ່ເພີ່ມຄວາມສະໜິດຕິດພັນລະຫວ່າງສອງຊາດ ແລະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ-ປອກຕຸຍການ ໃນສະພາບການໃໝ່.
    |
 |
|
ທ່ານ ເລຮວ່າຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Paulo Rangel, ລັດຖະມົນຕີການຕ່າງປະເທດ ປອກຕຸຍການ ໃນວັນທີ 27 ກຸມພາ. ພາບ: ຮ່າເຟືອງ |
ຕິດພັນກັບການເປີດນຳໃຊ້ສະຖານທູດ ປອກຕຸຍການ ປະຈຳ ຫວຽດນາມ, ການຢ້ຽມຢາມຂອງທ່ານ Paulo Rangel ບໍ່ພຽງແຕ່ເປີດໄລຍະທາງທີ່ມີຄວາມຫວັງ, ຄວາມໝັ້ນໝາຍຫຼາຍຢ່າງໃນການພົວພັນລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງສືບຕໍ່ເພີ່ມພູນຄູນສ້າງຄວາມຮັກແພງແຕ່ 500 ປີມານີ້, ພ້ອມກັນມຸ່ງໄປເຖິງໄລຍະທາງການຮ່ວມມືເປີດກວ້າງໃນຕໍ່ໜ້າອີກດ້ວຍ.
ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງລັດຖະມົນຕີ ທີ່ມາຈາກປະເທດສະມາຊິກສະຫະພັນເອີລົບ (ອີຢູ) ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະການຢ້ຽມຢາມຂອງ Antonio Costa ປະທານສະພາເອີລົບ. ໃນຂອບເຂດການຢ້ຽມຢາມ, ທ່ານ Paulo Rangel ໄດ້ພົບປະກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ພົບປະເຈລະຈາກັບທ່ານ ເລຮວ່າຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະເຂົ້າຮ່ວມພິທີເປີດນຳໃຊ້ສະຖານທູດ ປອກຕຸຍການ ປະຈຳ ຫວຽດນາມ.
ຍົກລະດັບການພົວພັນໃນສະພາບການໃໝ່
ໃນການແລກປ່ຽນຂັ້ນສູງລະຫວ່າງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດຫວຽດນາມ ກັບທ່ານ Paulo Rangel ລັດຖະມົນຕີການຕ່າງປະເທດປອກຕຸຍການ, ສອງຝ່າຍລ້ວນແຕ່ເຕື້ອງເຖິງການພົວພັນລະຫວ່າງສອງຊາດ ທີ່ໄດ້ກຳເນີດແຕ່ມາແຕ່ 500 ປີ ກ່ອນນີ້ເມື່ອພໍ່ຄ້າ ປອກຕຸຍການ ເຂົ້າທຽບທ່າໂຮ້ຍອານ, ເປີດກວ້າງການພົວພັນແລກປ່ຽນການຄ້າ ແລະພົບປະແລກປ່ຽນວັດທະນະທຳລະຫວ່າງສອງຊາດ.
ບົນພື້ນຖານມິດຕະພາບອັນໝັ້ນແກ່ນ ແລະໄລຍະທາງ 50 ປີ ທີ່ຮ່ວມເດີນທາງ (1975-2025), ພ້ອມດ້ວຍຂີດໝາຍຢູ່ແຕ່ລະປະເທດ ທີ່ເປີດສະຖານທູດຢູ່ນະຄອນຫຼວງຂອງກັນ ແລະກັນ, ການພົວພັນຮ່ວມມືລະຫວ່າງສອງປະເທດ ພວມມີກຳລັງໜູນຕື່ມອີກເພື່ອບຸກທະລຸຂຶ້ນສູ່ລະດັບໃໝ່ທີ່ແທດຈິງ, ມີປະສິດທິຜົນກວ່າ.
ກຳລັງໜູນດັ່ງກ່າວແມ່ນກຳເນີດມາຈາກສະພາບຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ສຳເລັດດ້ວຍການກຳນົດທິດໃຫຍ່ກ່ຽວກັບການພັດທະນາປະເທດ ແລະແນວທາງພົວພັນຕ່າງປະເທດ; ຫວຽດນາມ ຫາກໍ່ຍົກລະດັບການພົວພັນກັບ ອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຜ່ານນັ້ນເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກ ອີຢູ່ ໃນນັ້ນມີ ປອກຕຸຍການ.
ລາຍລະອຽດ, ສອງຝ່າຍໄດ້ເນັ້ນໜັກວ່າ ການຊຸກຍູ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ສ້າງຕັ້ງບັນດາຊ່ອງທາງ, ກົນໄກກຳນົດທິດ ແລະໜູນຊ່ວຍວິສາຫະກິດສອງປະເທດເຊື່ອມຕໍ່, ຜັນຂະຫຍາຍການຮ່ວມມື, ລົງທຶນໃນຂົງເຂດທີ່ສອດຄ່ອງກັບທ່າແຮງ ແລະຄວາມຕ້ອງການຂອງແຕ່ລະປະເທດໂດຍໄວ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ສະໜັບສະໜູນລັດທີຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ. ທ່ານ ຟ້າມມິງຈິ້ງ ໄດ້ເນັ້ນໜັກເຖິງທິດນຳທີ່ວ່າ ສາມັກຄີຈຶ່ງມີກຳລັງແຮງ, ຮ່ວມມືຈຶ່ງມີຜົນປະໂຫຍດ, ເຈລະຈາຈຶ່ງມີຄວາມໄວ້ເນື້ອເຊື່ອໃຈ.
ເສົາຄ້ຳຮ່ວມມືຫຼັກ
ໃນການແລກປ່ຽນຂັ້ນສູງໃນໂອກາດນີ້, ສອງຝ່າຍໄດ້ເນັ້ນໜັກເຖິງການເຮັດໃຫ້ເສດຖະກິດ, ການຄ້າ, ການລົງທຶນກາຍເປັນເສົາຄ້ຳຫຼັກໃນການຮ່ວມມືສອງຝ່າຍ. ທ່ານ Paulo Rangel ຢັ້ງຢືນວ່າ ບັນດາວິສາຫະກິດ ປອກຕຸຍການ ປາດຖະໜາຢາກເຂົ້າຮ່ວມຕະຫຼາດຂອງຫວຽດນາມ ຫຼາຍກວ່າອີກໃນບັນດາຂົງເຂດພະລັງງານທົດແທນ, ພ້ອມທັງສະແດງຄວາມສົນໃຈຢາກເຂົ້າຮ່ວມໂຄງການລະອຽດຢູ່ປະເທດຫວຽດນາມ.
ຫຼາຍການກຳນົດທິດລະອຽດສອງຝ່າຍໄດ້ຍົກອອກດ້ວຍໜ້າທີ່ວຽກງານ ແລະຕົວເລກລະອຽດ. ປອກຕຸຍການ ຢືນຢັນວ່າ ການເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ເພື່ອແນໃສ່ບັນລຸເປົ້າໝາຍແລກປ່ຽນການຄ້າຂຶ້ນເປັນ 1 ຕື້ໂດລາສະຫະລັດ ໂດຍໄວ, ຄືກັບການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ, ຈັດຕັ້ງປະຕິບັດບັນດາກົນໄກຮ່ວມມືລະຫວ່າງສອງປະເທດໂດຍໄວ. ໃນຂະນະນັ້ນ, ຫວຽດນາມ ສະເໜີຝ່າຍ ປອກຕຸຍການ ຕັ້ງໜ້າໜູນຊ່ວຍ, ຊຸກຍູ້ບັນດາປະເທດສະມາຊິກ ອີຢູ ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ອີຢູ-ຫວຽດນາມ (EVIPA), ໝູນໃຊ້ສັນຍາການຄ້າເສລີສະບັບຕ່າງໆລະຫວ່າງຫວຽດນາມ ແລະອີຢູ ໃຫ້ມີປະສິດທິຜົນ.
ໃນການແລກປ່ຽນ, ທ່ານ Paulo Rangel ເນັ້ນໜັກວ່າ “ບົດຮຽນປະສົບການ” ແລະ “ເຕັກໂນໂລຢີ” ແມ່ນບັນດາທ່າແຮງທີ່ພົ້ນເດັ່ນຂອງ ປອກຕຸຍການ, ພ້ອມທັງແມ່ນບັນດາປັດໄຈທີ່ຫວຽດນາມ ຕ້ອງການໃນໄລຍະພັດທະນາໃໝ່. ເຖິງວ່າຢູ່ເອີລົບມີເນື້ອທີ່ ແລະມີປະຊາກອນໜ້ອຍກໍ່ຕາມ, ແຕ່ປອກຕຸຍການ ກໍ່ນອນໃນກຸ່ມປະເທດນຳໜ້າໃນ ອີຢູ ກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນປ່ຽນດີຈີຕອນ ແລະພະລັງງານທົດແທນ, ບັນດາຂົງເຂດ ເຊິ່ງສອງປະເທດພ້ອມກັນມີຄວາມສົນໃຈ ແລະມີຄວາມຕ້ອງການຮ່ວມມື.
ພ້ອມກັນກ້າວຂຶ້ນ
ວັນທີ 27 ກຸມພາ, ທ່ານ Paulo Rangel ລັດຖະມົນຕີການຕ່າງປະເທດ ປອກຕຸຍການ ແລະທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ພ້ອມກັນຕັດແຖບຜ້າເປີດນຳໃຊ້ສະຖານທູດ ປອກຕຸຍການ ປະຈຳ ຮ່າໂນ້ຍ, ນະຄອນຫຼວງ ເຊິ່ງຕາມທ່ານລັດຖະມົນຕີ ເຄີຍຖືວ່າເປັນຈຸດໝາຍປາຍທາງທີ່ສຳຄັນໃນການບັນທຶກປະຫວັດສາດຂອງຊາວ ປອກຕຸຍການ.
ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ເຫດການນີ້ແມ່ນ “ຂີດໝາຍປະຫວັດສາດ” ໃນຂະນະນັ້ນທ່ານ Paulo Rangel ຖືວ່ານີ້ແມ່ນຄວາມພາກພູມໃຈ ແລະບາດກ້າວເດີນ ເພື່ອມຸ່ງໄປເຖິງອະນາຄົດລວມທີ່ໄດ້ກໍ່ສ້າງບົນພື້ນຖານປະຫວັດສາດອັນໝັ້ນແກ່ນ. ທ່ານ Paulo Rangel ເນັ້ນໜັກທີ່ພິທີເປີດນໍາໃຊ້ສະຖານທູດວ່າ “ເລື່ອງເປີດສະຖານທູດ ຫວຽດນາມ ປະຈຳ Lisbon ແລະປະຈຸບັນແມ່ນສະຖານທູດ ປອກຕຸຍການ ປະຈໍາ ຮ່າໂນ້ຍ ແມ່ນຂີດໝາຍລະອຽດ, ສະແດງອອກໃຫ້ເຫັນຄວາມຕັດສິນໃຈເພີ່ມທະວີ ແລະເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ.
ນີ້ແມ່ນບາດກ້າວເດີນລະອຽດທີ່ສຸດ, ເປັນພະຍານຫຼັກຖານທີ່ມີຊີວິດຊີວາສຳລັບຄວາມຕັດສິນໃຈທີ່ເຫັນໄດ້ຊັດຂອງສອງຝ່າຍ, ເພື່ອແນໃສ່ຊຸກຍູ້ ແລະຍົກລະດັບການຮ່ວມມືສອງຝ່າຍ, ເປີດໄລຍະທາງຮ່ວມມືທີ່ຟົດຟື້ນກວ່າ, ດ້ວຍການຢ້ຽມຢາມ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍກວ່າອີກ, ນຳການພົວພັນຫວຽດນາມ-ປອກຕຸຍກອນ ຂຶ້ນລະດັບສູງໃໝ່.
ຕ້ອນຮັບທ່ານ Paulo Rangel, ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນກາຍເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ; ສອງຝ່າຍຈະຄົ້ນຄວ້າໂດຍໄວ, ກ້າວໄປເຖິງການສ້າງຕັ້ງບັນດາກົນໄກຮ່ວມມືລະຫວ່າງສອງປະເທດ ເພື່ອສ້າງເງື່ອນໄຂຊຸກຍູ້ກົນໄກຮ່ວມມືຍາວນານ, ໝັ້ນຄົງ.
ໂດຍ: ແສງເດືອນ