ກອງປະຊຸມໄດ້ດຳເນີນພາຍຫຼັງການຈັດກອງປະຊຸມສຸດຍອດປະຈຳປີ ອາຊຽນ-ຈີນ ຄັ້ງທີ 24 ໃນວັນທີ 26 ຕຸລາ, ໃນນ້ັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ອາຊຽນ ແລະຈີນ ສ້າງຕັ້ງການພົວພັນໃນປີ 1991 ແລະຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນ ຕຸລາ 2003. ໃນຕະຫຼອດ 30 ປີຜ່ານມາ, ການພົວພັນອາຊຽນ-ຈີນ ພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງໃນທຸກຂົງເຂດ. ຈີນ ຍາມໃດກໍ່ຢັ້ງຢືນວ່າຖືເປັນສຳຄັນບົດບາດ, ຖານະທີ່ຕັ້ງຂອງອາຊຽນ ຢູ່ພາກພື້ນ ແລະໂລກ, ເສີມຂະຫຍາຍບົດບາດໃຫຍ່ກວ່າຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນບົດບາດໃຈກາງ ແລະສາມັກຄີຂອງອາຊຽນ ໃນວິວັດການຮ່ວມມືພາກພື້ນ.

leftcenterrightdel
ໃນຕະຫຼອດ 30 ປີຜ່ານມາ, ການພົວພັນອາຊຽນ-ຈີນ ພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງໃນທຸກຂົງເຂດ. ພາບ: ສຳນັກຂ່າວສານຫວຽດນາມ.

ຫວນຄືນໄລຍະທາງຜ່ານມາ, ອາດເຫັນໄດ້ວ່າ ການພົວພັນອາຊຽນ-ຈີນ ໄດ້ຜັນຂະຫຍາຍຜ່ານຫຼາຍກົນໄກ, ລວມມີກອງປະຊຸມສຸດຍອດປະຈຳປີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ (PMC+1), ບັນດາກອງປະຊຸມລັດຖະມົນຕີຮ່ວມມືຂະແໜງການສະເພາະ... ການຮ່ວມມືໄດ້ຜັນຂະຫຍາຍຜ່ານແຜນການກະທຳ 5 ປີ, ພ້ອມກັນນັ້ນ, ເພື່ອຊຸກຍູ້ການຮ່ວມມືທີ່ມີຈຸດສຸມ, ຈີນ ກໍ່ສະເໜີຫົວຂໍ້ຮ່ວມມືຕ່າງໆໃຫ້ແຕ່ລະປີກັບອາຊຽນ.

ໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ຈີນ ເຂົ້າຮ່ວມບັນດາກົນໄກພາກພື້ນໂດຍອາຊຽນ ລິເລີ່ມ ແລະຊັກນຳຄືອາຊຽນ-ຈີນ, ອາຊຽນ+3, ຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ເວທີປາໄສທະເລອາຊຽນ ເປີດກວ້າງ (EAMF), ກໍ່ຄືບັນດາກົນໄກລົງເລິກຂະແໜງການອ່ືນໃນຂົງເຂດນີ້. ອາຊຽນ ແລະຈີນ ເຊັນຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃນເດືອນ ພະຈິກ 2002, ຢູ່ພະນົມເປັນ, ກຳປູເຈຍ. ເດືອນພະຈິກ 2012, ກອງປະຊຸມຂັ້ນສູງອາຊຽນ-ຈີນ ຄັ້ງທີ 15 ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການສະເຫຼີມສະຫຼອງ 10 ປີແຫ່ງວັນເຊັນຖະແຫຼງການ DOC. ຕໍ່ຈາກນັ້ນ, ໃນວັນທີ 25 ກໍລະກົດ 2016, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ກ່ຽວກັບການຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ. ນອກຈາກນັ້ນ, ຈີນ ກໍ່ເຂົ້າຮ່ວມການຮ່ວມມືໃນກົນໄກ ADMM+ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງແຕ່ປີ 2010 ແລະການຮ່ວມມືໃນຂອບເຂດກົນໄກລັດຖະມົນຕີ ແລະເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບອາດຊະຍາກຳຂ້າມຊາດ.

ຢູ່ຂົງເຂດເສດຖະກິດ, ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນໃນຫຼາຍປີຕໍ່ເນື່ອງ, ໃນຂະນະນັ້ນ, ປີ 2020 ເປັນຄັ້ງທຳອິດທີ່ອາຊຽນໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງຈີນ, ປີ 2020, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ຍອດວົງເງິນການຄ້າສອງສົ້ນລະຫວ່າງອາຊຽນ ແລະຈີນ ຍັງບັນລຸໄດ້ 516,9 ຕື້ໂດລາສະຫະລັດ; ການລົງທຶນໂດຍກົງ (FDI) ຈາກ ຈີນ ເຂ້ົາອາຊຽນ ບັນລຸ 7,6 ຕື້ໂດລາສະຫະລັດ ແລະແມ່ນແຫຼ່ງເງິນລົງທຶນ FDI ໃຫຍ່ທີ 4 ທີ່ມີການລົງທຶນເຂົ້າອາຊຽນ. ພາຍຫຼັງເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນເດືອນພະຈິກ 2020, ຈີນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທຳອິດຂອງອາຊຽນ ໃຫ້ສັດຕະຍາບັນ RCEP ຢ່າງເປັນທາງການໂດຍໄວ.

ອາຊຽນ ແລະຈີນ ກໍ່ຮ່ວມມືກັນຢ່າງແໜ້ນແຟ້ນຜ່ານບັນດາກົນໄກ, ເວທີປາໄສໂດຍອາຊຽນ ເປັນປະທານໃນຂົງເຂດຕ່າງໆ, ຄື: ການເຊື່ອມຕໍ່, ການທ່ອງທ່ຽວ, ເຕັກໂນໂລຢີຂໍ້ມູນຂ່າວສານ... ຄຽງຂ້າງກັນນັ້ນ, ໃນຊຸມປີມໍ່ໆມານີ້, ອາຊຽນ ແລະຈີນ ໄດ້ຍູ້ແຮງບູລິມະສິດການຮ່ວມມືໃນບັນດາຂົງເຂດ, ຄື: ການແພດ, ການສຶກສາ, ວັດທະນະທຳ, ແຮງງານ, ຄວາມໝັ້ນຄົງສັງຄົມ, ສິ່ງແວດລ້ອມ, ສື່ມວນຊົນ, ຊາວໜຸ່ມ, ຫຼຸດຜ່ອນຄວາມທຸກຍາກ...

ແມ່ນສະມາຊິກຕັ້ງໜ້າຂອງປະຊາຄົມອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ແລະຈີນ ເພີ່ມທະວີການເຈລະຈາດ້ານການເມືອງ, ຍົກສູງຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບກັນ, ຍູ້ແຮງການຮ່ວມມືຮອບດ້ານ, ນຳການພົວພັນສອງຝ່າຍກາຍເປັນແບບຢ່າງຂອງການພົວພັນຄູ່ຮ່ວມມືທີ່ມີສະຖຽນລະພາບ ແລະຍືນຍົງລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ.

ຫວຽດນາມ ກໍ່ພ້ອມແລ້ວເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງປະຊາຄົມເສດຖະກິດອາຊຽນ ແລະຈີນ, ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຢ່າງແຮງ, ຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂຄວາມແຕກຕ່າງກັນເພື່ອຜົນປະໂຫຍດຂອງຝ່າຍຕ່າງໆ, ເພື່ອຮັບປະກັນການ ເຄື່ອນໄຫວຮ່ວມມືເສດຖະກິດ-ການຄ້າ ໄດ້ຮັບການຜັນຂະຫຍາຍ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ການຮ່ວມມື, ພັດທະນາ ແລະວັດທະນາຖາວອນລວມຂອງພາກພື້ນ. ຫວຽດນາມ ພວມພ້ອມກັບບັນດາປະເທດອາຊຽນ ມຸ່ງໄປເຖິງວິໄສທັດປະຊາຄົມ 2025, ເປີດກວ້າງການຮ່ວມມືກັບຈີນ ບົນພື້ນຖານກົດບັດ ສປຊ, ກົດໝາຍສາກົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໄດ້ດຳເນີນໃນຈຸດເວລາພິເສດ, ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ຈີນ ບໍ່ພຽງແຕ່ແມ່ນຂີດໝາຍ, ເປັນພະຍານຫຼັກຖານໃຫ້ໄລຍະທາງແຫ່ງການຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງຝ່າຍເທົ່ານັ້ນ ຫາກຍັງໄດ້ຮັບຄວາມຫວັງວ່າ ຈະວາງອອກການກຳນົດທິດຮ່ວມມືສຳຄັນໃຫ້ອາຊຽນ ແລະຈີນ ໃນໄລຍະໃໝ່ເພື່ອນຳການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ສົມກັບລະດັບຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອີກດ້ວຍ.

ໂດຍ: ແສງເດືອນ