ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ມະຕິຕ້ອງແມ່ນການອອກແບບສັງລວມໃຫ້ແກ່ຮູບແບບການເຕີບໂຕຢູ່ລະດັບສອງຕົວເລກຂອງຫວຽດນາມ ຈົນຮອດປີ 2045, ຍ້ອນວ່ານີ້ແມ່ນຄວາມຕັດສິນໃຈຍຸດທະສາດ, ການຄັດເລືອກທີ່ມີລັກສະນະປະຫວັດສາດ ເພື່ອແນໃສ່ຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: vov.vn

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ: ການປະຕິຮູບລະບອບລະບຽບການຕ້ອງໄດ້ປະຕິບັດຢ່າງແທ້ຈິງ, ເຖິງຖອງ, ນຳລະບອບລະບຽບການກາຍເປັນທ່າໄດ້ປຽບໃນການແກ່ງແຍ້ງ. ບັນດາຂໍ້ກຳນົດຂອງກົດໝາຍຕ້ອງຈະແຈ້ງ ແລະມີລັກສະນະກົດໝາຍສູງ; ສ້າງຖັນແຖວພະນັກງານທີ່ມີວິໄສທັດ, ມີຄວາມເກັ່ງກ້າສາມາດ… ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່, ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີຄວາມເກັ່ງກ້າສາມາດໃນການຄຸ້ມຄອງແຫ່ງຊາດ ແລະຕິດພັນການເຕີບໂຕກັບຄວາມຍຸຕິທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ