ແລກປ່ຽນກັບສື່ມວນຊົນຫວຽດນາມ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ຂອງຫວຽດນາມ ທີ່ດຳເນີນໃນວັນທີ 15 ມີນາ, ທ່ານ Kohdayar Marri ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາ ຫວຽດນາມ ໄດ້ຕີລາຄາສູງຕໍ່ສະຖຽນລະພາບດ້ານການເມືອງ ແລະຄວາມເຊື່ອໝັ້ນຂອງປະຊາຊົນຫວຽດນາມ ໃນການເລືອກຕັ້ງຄັ້ງນີ້.
ນັກຂ່າວ: ຫວຽດນາມ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ທ່ານເອກອັກຄະລັດຖະທູດ ຮູ້ສຶກຄືແນວໃດກ່ຽວກັບບັນຍາກາດ ກໍ່ຄືຄວາມສົນໃຈຂອງປະຊາຊົນຕໍ່ການເລືອກຕັ້ງຄັ້ງນີ້?
ທ່ານ Kohdayar Marri: ສິ່ງທີ່ຂ້າພະເຈົ້າຮູ້ສຶກໄດ້ນັ້ນແມ່ນປະຊາຊົນມີຄວາມກະຕືລືລົ້ນເພື່ອລໍຖ້າຮອດວັນເລືອກຕັ້ງ. ຂ້າພະເຈົ້າ ໄດ້ເຫັນການເລືອກຕັ້ງຫຼາຍຄັ້ງຢູ່ຫຼາຍປະເທດ, ໂດຍປົກກະຕິແລ້ວກ່ອນການເລືອກຕັ້ງແຕ່ລະຄັ້ງລ້ວນແຕ່ມີຄວາມເຄັ່ງຕຶງຫຼາຍ, ເພາະວ່າປະຊາຊົນບໍ່ຮູ້ວ່າອະນາຄົດຈະເປັນແນວໃດ ຫຼື ປະເທດຈະປ່ຽນແປງໄປຕາມທິດໃດ.
ເຖິງຢ່າງໃດກໍ່ຕາມ, ຢູ່ຫວຽດນາມ, ຂ້າພະເຈົ້າເຫັນວ່າ ປະເທດພວມເດີນຕາມເສັ້ນໂຄຈອນພັດທະນາທີ່ມີຄວາມໝັ້ນຄົງ, ການດໍາລົງຊີວິດມີຄວາມສະຫງົບສຸກທີ່ສຸດ. ສິ່ງນີ້ແມ່ນຍ້ອນວ່າລັດຖະບານຫວຽດນາມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນແກ່ນໃນໝູ່ປະຊາຊົນ. ສະນັ້ນ, ປະຊາຊົນຈຶ່ງຈູບຈ້າວຫ້າວຫັນຕໍ່ການເລືອກຕັ້ງ ແລະເຊື່ອໝັ້ນວ່າບໍ່ວ່າຈະມີການປ່ຽນແປງຢ່າງໃດກໍ່ຕາມ, ຍາມໃດລັດຖະບານກໍ່ຈະມຸ່ງໄປເຖິງຜົນປະໂຫຍດດີທີ່ສຸດຂອງປະເທດ ແລະຂອງປະຊາຊົນ.
    |
 |
|
ທ່ານ Kohdayar Marri ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມສຳຄັນຂອງເຫດການການເມືອງອັນຍິ່ງໃຫຍ່ນີ້ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຈະມາເຖິງ?
ທ່ານ Kohdayar Marri: ຂ້າພະເຈົ້າຢູ່ຫວຽດນາມ ເປັນເວລາເກືອບ 2 ປີ ແລ້ວ ແລະຈາກບົດຮຽນປະສົບການ ແລະການຊອກຮູ້ກ່ຽວກັບຫວຽດນາມ, ກໍ່ຄືຈາກຄຳຖະແຫຼງຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຈາກລັດຖະນະໂຍບາຍ ເຊິ່ງພັກ ແລະລັດຫວຽດນາມ ໄດ້ວາງອອກ, ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງກ່ຽວກັບທິດພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ.
ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ກໍາລັງໄປຖືກທິດບົນເສັ້ນທາງໄປສູ່ຄວາມສໍາເລັດຢ່າງວ່ອງໄວ. ເໝືອນດັ່ງປີນີ້ແມ່ນປີມະເມຍ, ສິ່ງຕ່າງໆຈະເຄື່ອນໄຫວໄວກວ່າເກົ່າສຳລັບຫວຽດນາມ.
ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນໄລຍະຜ່ານມາໄດ້ສ້າງພື້ນຖານອັນສຳຄັນໃຫ້ບາດກ້າວພັດທະນາຕໍ່ໄປ. ຍ້ອນແນວນັ້ນ, ຂ້າພະເຈົ້າຫວັງວ່າບັນດາແນວຄິດ ແລະກໍານົດທິດທີ່ຈະວາງອອກ, ພ້ອມກັບການປັບປຸງກົງຈັກການຈັດຕັ້ງໃໝ່, ການນຳໃໝ່, ຈະໄດ້ຮັບການຜັນຂະຫຍາຍ ແລະພັດທະນາຄືແນວໃດໃນໄລຍະຈະມາເຖິງ.
ນັກຂ່າວ: ໃນໄລຍະປະຕິບັດງານຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ ມີຄວາມຮູ້ສຶກຄືແນວໃດຕໍ່ການປ່ຽນແປງຂອງຫວຽດນາມ ແລະທ່ານຕັ້ງຄວາມຫວັງຫຍັງແດ່ໃນອະນາຄົດຂອງການພົວພັນສອງຝ່າຍລະຫວ່າງສອງປະເທດພາຍຫຼັງການເລືອກຕັ້ງຄັ້ງນີ້, ຂໍຮຽນທ່ານ?
ທ່ານ Kohdayar Marri: ຂ້າພະເຈົ້າມາຫວຽດນາມ ໃນໄລຍະທີ່ປະເທດພວມຢູ່ໃນຂະບວນການຫັນປ່ຽນກົງຈັກການຈັດຕັ້ງ, ຈາກຮູບແບບຫຼາຍຂັ້ນມາເປັນຮູບແບບສອງຂັ້ນ. ຜ່ານການສັງເກດການ ແລະໄດ້ຮັບຟັງຈາກກະຊວງການຕ່າງປະເທດຫວຽດນາມ ກໍ່ຄືບັນດາກະຊວງ, ຂະແໜງການຕ່າງໆ, ຂ້າພະເຈົ້າເຫັນວ່າ ການປ່ຽນແປງນີ້ກໍາລັງຊ່ວຍຍູ້ໄວຂັ້ນຕອນການເຮັດວຽກ ແລະເພີ່ມທະວີການພົວພັນລະຫວ່າງວິສາຫະກິດ, ກໍ່ຄືລະຫວ່າງອົງການລັດຖະບານ ແລະນັກການທູດ. ສິ່ງເຫຼົ່ານີ້ກໍ່ຊ່ວຍໃຫ້ວຽກງານຂອງຂ້າພະເຈົ້າສະດວກ ແລະມີປະສິດທິຜົນກວ່າ, ຫຼຸດຜ່ອນລະບຽບການ, ເອກະສານ.
ຂ້າພະເຈົ້າກໍ່ຖືວ່າ ການເລືອກຕັ້ງທີ່ມີການເຂົ້າຮ່ວມຂອງບຸກຄົນໃໝ່ ຈະຊ່ວຍໃຫ້ຂະບວນການດັດປັບຮູບແບບການຄຸ້ມຄອງທ້ອງຖິ່ນສອງຂັ້ນດຳເນີນໄປຢ່າງໄວກວ່າ. ເພາະວ່າເມື່ອນຳໃຊ້ວິທີການເຮັດວຽກແບບໃໝ່, ຖ້າມີບຸກຄະລາກອນໃໝ່ເຂົ້າຮ່ວມຕັ້ງແຕ່ຕົ້ນ, ເຂົາເຈົ້າຈະປັບຕົວ ແລະຜັນຂະຫຍາຍວຽກງານຕາມວິທີນັ້ນໄດ້ແບບທໍາມະຊາດ ແລະມີປະສິດທິຜົນກວ່າ.
ກ່ຽວກັບການພົວພັນສອງຝ່າຍ, ນີ້ກໍ່ແມ່ນບັນຫາທີ່ຂ້າພະເຈົ້າມັກຖາມກ່ຽວກັບບັນດາອົງການຢູ່ປາກິດສະຖານ, ພິເສດແມ່ນໃນຂົງເຂດຮ່ວມມືລັດຖະສະພາ. ຂ້າພະເຈົ້າເຊື່ອໝັ້ນວ່າລັດຖະບານບັນດາປະເທດອື່ນໆກໍ່ຢາກເຫັນກົງຈັກໃໝ່ທີ່ໄດ້ສ້າງຂຶ້ນ ແລະສືບຕໍ່ນຳຫວຽດນາມ ພັດທະນາໃນອະນາຄົດ.
ກ່ຽວກັບຝ່າຍປາກິດສະຖານ, ຍາມໃດພວກຂ້າພະເຈົ້າກໍ່ມານະພະຍາຍາມຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງລັດຖະບານ ແລະລະຫວ່າງອົງການລັດຖະສະພາຂອງສອງປະເທດ, ແນໃສ່ເພີ່ມທະວີການແລກປ່ຽນ ແລະກະທົບຊຶ່ງກັນ ແລະກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມມານະພະຍາຍາມນັ້ນກໍາລັງປະກອບສ່ວນສ້າງພື້ນຖານໃຫ້ສອງຝ່າຍສາມາດເປີດກວ້າງການຮ່ວມມື ແລະຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນໄລຍະຈະມາເຖິງ. ພວກຂ້າພະເຈົ້າຫວັງວ່າ ພາຍຫຼັງການເລືອກຕັ້ງ, ອະນາຄົດການພົວພັນລະຫວ່າງ ປາກິດສະຖານ-ຫວຽດນາມ ຈະສືບຕໍ່ພັດທະນາ, ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນກວ່າອີກ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ