ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະສັງສັນກັບຜູ້ຕາງໜ້າການນໍາຍິງ ແລະມອບລາງວັນ Kovalevskaia ປີ 2025
ກປ.ອອນໄລ - ຕອນຄໍ່າວັນທີ 6 ມີນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 116 ປີແຫ່ງວັນແມ່ຍິງສາກົນ (ວັນທີ 8 ມີນາ) ແລະ ສະເຫຼີມສະຫຼອງ 1986 ປີແຫ່ງການລຸກຮື້ຂຶ້ນ ຮາຍບ່າຈືງ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະສັງສັນກັບການນໍາຍິງ, ນັກຄຸ້ມຄອງຍິງ ຂອງບັນດາອົງການສູນກາງ ແລະ ມອບລາງວັນ Kovalevskaia ປີ 2025.
ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ນີ້ແມ່ນກາລະໂອກາດເພື່ອຮັບຮູ້ ແລະເຊີດຊູແມ່ຍິງຫວຽດນາມລຸ້ນຕ່າງໆ, ເຊິ່ງແມ່ນຜູ້ທີ່ຜ່ານຜ່າສິ່ງທົດສອບ ແລະການບຸກທະລຸຂອງປະຫວັດສາດ, ອຸທິດສ່ວນດ້ວຍຄວາມກະຕືລືລົ້ນ, ສ້າງຂຶ້ນສີສັນສະເພາະ, ປະກອບສ່ວນຂະຫຍາຍຄວາມສວຍງາມຂອງຊາວຫວຽດນາມ...
    |
 |
|
ບັນດາຜູ້ແທນທີ່ການພົບປະສັງສັນ. ພາບ: qdnd.vn |
ຕາງໜ້າການນໍາພັກ, ລັດ, ທ່ານ ຟ້າມມິງຈິ໊ງ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະພອນໄຊອັນປະເສີດມາຍັງບັນດາແມ່ຫວຽດນາມ ວິລະຊົນ, ແມ່ຍິງໝົດທຸກຄົນ, ເດັກນ້ອຍຍິງຫວຽດນາມ; ບັນດາການນໍາຍິງ, ນັກຄຸ້ມຄອງຍິງ, ນັກວິທະຍາສາດຍິງ ແລະຜູ້ແທນຍິງ.
ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ແມ່ຍິງຫວຽດນາມ ສືບຕໍ່ເສີມຂະຫຍາຍພາລະກໍາອັນສຳຄັນໃນທຸກຂົງເຂດຂອງຊີວິດສັງຄົມ; ມານະພະຍາຍາມສ້າງສັນ, ສ້າງຂຶ້ນຄຸນຄ່າ, ສີສັນສະເພາະຂອງແມ່ຍິງຫວຽດນາມ ໃນຍຸກໃໝ່ຕາມທິດນໍາ: ເສີມສ້າງມູນເຊື້ອ - ຊັກຈູງຢ່າງມີຫົວຄິດປະດິດສ້າງ-ເປັນເຈົ້າຂອງພູມປັນຍາ, ຜ່ານຜ່າດ້ວຍຕົນເອງ - ເຊື່ອມໂຍງດ້ວຍຄວາມເຊື່ອໝັ້ນຕົນເອງ - ແຜ່ຂະຫຍາຍຈິດໃຈມະນຸດສະທໍາ - ສ້າງອະນາຄົດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາຍິງ, ນັກຄຸ້ມຄອງຍິງຂອງບັນດາອົງການສູນກາງ. ພາບ: qdnd.vn |
ທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບລາງວັນ Kovalevskaia 2025 ໃຫ້ແກ່ 1 ໝູ່ຄະນະ ແລະບຸກຄົນ 1 ຄົນ.
ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ຫງວຽນທິຢວານ, ອະດີດກຳມະການສູນກາງພັກ, ອະດີດຮອງປະທານປະເທດ, ປະທານຄະນະກຳມະການລາງວັນ Kovalevskaia ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ໄດ້ມອບລາງວັນໂດຍກົງ ໃຫ້ແກ່ບັນດານັກວິທະຍາສາດຍາດ ຍາດໄດ້ລາງວັນ ໃນຕະຫຼອດອາຍຸການຂອງທ່ານ. ນີ້ກໍ່ແມ່ນສິ່ງທີ່ເປັນພິເສດແຕ່ກ່ອນມາຮອດປັດຈຸບັນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງທ່ານນາຍົກລັດຖະມົນຕີ ຕໍ່ກັບພາລະກິດຄົ້ນຄວ້າວິທະຍາສາດຂອງປະເທດ, ຕໍ່ກັບການສຶກສາຂອງປະເທດຊາດ, ການຮ່ຳຮຽນຕະຫຼອດຊີວິດ ແລະສ້າງສັງຄົມແຫ່ງການຮຽນຮູ້. ນັ້ນແມ່ນການລະດົມກໍາລັງໃຈອັນໃຫຍ່ຫຼວງ, ສ້າງກໍາລັງໜູນກະຕຸກຊຸກຍູ້ນັກວິທະຍາສາດຍິງ ສືບຕໍ່ອຸທິດສ່ວນຕະຫຼອດຊີວິດ.
ໂດຍ: ທູຈາງ