ຫວ່າງແລ້ວນ້ີ, ທີ່ສໍານັກງານອົງການຝລັ່ງໂກໂຟນີ (OIF) ຢູ່ນະຄອນຫຼວງປາຣີ ຂອງຝລັ່ງ, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວີນແອງ, ຜູ້ປະຈໍາການຂອງປະທານປະເທດ ຄຽງຂ້າງສະພາຝລັ່ງໂກໂຟນີ, ໄດ້ພົບປະ ແລະເຮັດວຽກກັບທ່ານນາງ Caroline St-Hilaire ຜູ້ອໍານວຍການໃຫຍ່ OIF.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວີນແອງ ພົບປະກັບທ່ານນາງ Caroline St-Hilaire ຜູ້ອໍານວຍການໃຫຍ່ OIF. ພາບ: nhandan.vn

ທີ່ການເຮັດວຽກ, ສອງຝ່າຍເຫັນດີເປັນເອກະພາບປະສານສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດຜົນການຢ້ຽມຢາມ ຫວຽດນາມຂອງຜູ້ອໍານວຍການໃຫຍ່ OIF ປີ 2025 ແລະພິເສດແມ່ນການຢ້ຽມຢາມຫວ່າງແລ້ວນີ້ຂອງທ່ານ Mushikiwabo ເລຂາທິການໃຫຍ່ຝລັ່ງໂກໂຟນີ. ສອງຝ່າຍແລກປ່ຽນກ່ຽວກັບການຮ່ວມມືສິດສອນພາສາຝລັ່ງ ຢູ່ຫວຽດນາມ, ວິທີດຶງດູດໄວໜຸ່ມເລືອກຮຽນພາສາຝລັ່ງ, ກໍ່ຄືການພັດທະນາຊັບພະຍາກອນມະນຸດເວົ້າພາສາຝລັ່ງ, ບໍາລຸງສ້າງພາສາຝລັ່ງ ໃຫ້ລັດຖະກອນ ແລະນັກຮົບກອງທັບ, ຕໍາຫຼວດຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.

ສອງຝ່າຍກໍ່ປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມ ກັບບັນດາປະເທດຝລ່ັງໂກໂຟນີ, ຫັນປ່ຽນດີຈີຕອນ, ການທ່ອງທ່ຽວແບບຍືນຍົງ.

ໂດຍ: ໄຊນີດາ