ທີ່ການພົບປະ, ທ່ານ ບຸ່ຍແທັງເຊີນ ຢືນຢັນບັນດາເປົ້າໝາຍ, ທິດທາງອັນສໍາຄັນກ່ຽວກັບການພັດທະນາໃນໄລຍະຈະມາເຖິງທີ່ໄດ້ກໍານົດທີ່ກອງປະຊຸມ, ໃນນັ້ນມີການເພີ່ມທະວີການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເປັນເອກະລາດ, ເພິ່ງຕົ້ນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ໃນນັ້ນມີອົງການຝຣັ່ງໂກໂຟນີສາກົນ.

ທ່ານ ບຸ່ຍແທັງເຊີນ ສະແດງຄວາມຊົມເຊີຍຕໍ່ເລື່ອງກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 20 ຈະຈັດຂຶ້ນຢູ່ກຳປູເຈຍ, ເປັນຄັ້ງທີ 2 ທີ່ໄດ້ຈັດຂຶ້ນຢູ່ພາກພື້ນອາຊີ-ປາຊີຟິກ; ທ່ານສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຈະໄດ້ຮັບການຈັດຕັ້ງຢ່າງສຳເລັດຜົນ, ວາງອອກການກຳນົດທິດທີ່ສຳຄັນໃຫ້ການພັດທະນາຂອງອົງການຝຣັ່ງໂກໂຟນີສາກົນໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະສົມທົບກັບອົງການຝຣັ່ງໂກໂຟນີສາກົນ ແລະກຳປູເຈຍ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ ແລະ ມີການປະກອບສ່ວນລະອຽດ, ແທດຈິງທີ່ກອງປະຊຸມ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຍັງຍົກອອກບາງຂໍ້ສະເໜີ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນປະຊາຄົມຝຣັ່ງໂກໂຟນີ, ກໍຄືຮ່ວມມືລະຫວ່າງຫວຽດນາມ ກັບ OIF ໃນໄລຍະຈະມາເຖິງ, ໃນນັ້ນມີການສະເໜີສືບຕໍ່ເອົາໃຈໃສ່ເຖິງຂົງເຂດຄື: ບໍາລຸງສ້າງ, ສິດສອນພາສາຝຣັ່ງ ແລະເປັນພາສາຝຣັ່ງ, ການຮ່ວມມືດ້ານເສດຖະກິດ, ຊຸກຍູ້ສ້າງວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ ແລະແມ່ຍິງ, ການຮ່ວມມືແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ..., ພ້ອມທັງເນັ້ນໜັກວ່າ, ການຮ່ວມມືໃນອົງການຝຣັ່ງໂກໂຟນີສາກົນ ຕ້ອງໄດ້ຮັບການແຜ່ຂະຫຍາຍໃຫ້ຫຼາຍກວ່າອີກເຖິງບັນດາທ້ອງຖິ່ນ ແລະ ພາກພື້ນ.

ສ່ວນທ່ານນາງເລຂາທິການໃຫຍ່ OIF ຢືນຢັນວ່າ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະແມ່ນຄວາມເອກອ້າງທະນົງໃຈຂອງອົງການຝຣັ່ງໂກໂຟນີສາກົນ ກໍ່ຄືເພື່ອນມິດສາກົນ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ;  ຢືນຢັນວ່າ ຫວຽດນາມ ສວມບົດບາດຫຼັກແຫຼ່ງຂອງອົງການຝຣັ່ງໂກໂຟນີສາກົນຢູ່ໃນພາກພື້ນ.

ໂດຍ: ທູຈາງ