ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ ແລະໝາກຜົນຂອງກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ຈີນ?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດ: ພາຍຫຼັງກອງປະຊຸມຂັ້ນສູງອາຊຽນ-ຈີນ ຄັ້ງທີ 24 ທີ່ດຳເນີນທ້າຍເດືອນຕຸລາ 2021 ດ້ວຍການເຂົ້າຮ່ວມ ແລະເປັນປະທານຮ່ວມຂອງທ່ານ ລີເຄີ້ສຽງ ນາຍົກລັດຖະມົນຕີຈີນ, ກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ຈີນ ໄດ້ດຳເນີນໃນຕອນເຊົ້າວັນທີ 22 ພະຈິກ, ດ້ວຍການເຂົ້າຮ່ວມ ແລະເປັນປະທານຮ່ວມຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມໝາຍສຳຄັນພິເສດຂອງກອງປະຊຸມຂັ້ນສູງພິເສດຄັ້ງນີ້ ກໍ່ຄືຄວາມສຳຄັນຂອງການພົວພັນຄູ່ເຈລະຈາລະຫວ່າງອາຊຽນ ແລະຈີນ ໃນຕະຫຼອດ 30 ປີຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່່າວຄຳເຫັນທີ່ກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ຈີນ. ພາບ: ສຳນັກຂ່າວສານຫວຽດນາມ.

ອາດເວົ້າໄດ້ວ່າ ໝາກຜົນໃຫຍ່ທີ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນເລື່ອງການນຳສອງຝ່າຍໄດ້ປະກາດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຈີນ ຢ່າງເປັນທາງການ, ພ້ອມທັງເຫັນດີເປັນເອກະພາບກ່ຽວກັບເນື້ອໃນ ແລະການກຳນົດທິດຊຸກຍູ້ການພົວພັນນີ້ໃຫ້ສົມກັບລະດັບຍຸດທະສາດ ແລະຮອບດ້ານໃນໄລຍະຈະມາເຖິງ. ນີ້ແມ່ນໝາກຜົນທີ່ມີລັກສະນະເປັນບາດລ້ຽວໃຫ້ແກ່ການພັດທະນາຂອງການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ ແລະຈີນ. ຕາມນັ້ນແລ້ວ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາກຳນົດທິດໃຫຍ່ເພື່ອຊຸກຍູ້ການຮ່ວມມືຮອບດ້ານ, ໃນທຸກຂົງເຂດຈາກການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທຳ-ສັງຄົມ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືພັດທະນາ, ພ້ອມທັງເພີ່ມທະວີການສົມທົບກັນໃນບັນຫາສາກົນ ແລະພາກພື້ນ, ຍູ້ແຮງຄວາມມານະພະຍາຍາມລວມເພື່ອພ້ອມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ ແລະພາກພື້ນ.

ທີ່ກອງປະຊຸມ, ທ່ານ ສີຈີ້ນຜິງ ຢັ້ງຢືນວ່າ ຈີນ ຈະສືບຕໍ່ໜູນຊ່ວຍອາຊຽນ, ດ້ວຍການສະເໜີຫຼາຍມາດຕະການທີ່ລະອຽດ, ເພື່ອຄວບຄຸມພະຍາດໂຄວິດ-19 ແລະຊຸກຍູ້ການຟ້ືນຟູມຸ່ງໄປເຖິງການພັດທະນາແບບຍືນຍົງ, ພ້ອມທັງສືບຕໍ່ໜູນຊ່ວຍອາຊຽນ ຫັນວິໄສທັດປະຊາຄົມ 2025 ໃຫ້ປະກົດຜົນເປັນຈິງ. ບັນດາປະເທດອາຊຽນ ຮັບຮູ້ການຊ່ວຍເຫຼືອຂອງຈີນ ໃນການຮັບມືກັບພະຍາດໂຄວິດ-19 ໃນໄລຍະຜ່ານມາ, ພ້ອມທັງປາດຖະໜາວ່າ ດ້ວຍຄວາມສາມາດ ແລະຄວາມສາມາດບົ່ມຊ້ອນຂອງຕົນ ຈີນ ຈະຊ່ວຍບັນດາປະເທດຜ່ານຜ່າພະຍາດໂຄວິດ-19 ໂດຍໄວ, ຟ້ືນຟູ ແລະພັດທະນາເສດຖະກິດ-ສັງຄົມແບບຍືນຍົງ.

ບັນດາການນຳກໍ່ສະຫງວນເວລາເພື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະສາກົນ, ເຫັນດີເປັນເອກະພາບຕ້ອງພ້ອມກັນກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ມີຄວາມໝັ້ນຄົງ ແລະຮ່ວມມື. ບົນພື້ນຖານດັ່ງກ່າວ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ, ໃນນ້ັນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ; ບັນດາຝ່າຍໃຫ້ຄຳໝັ້ນສັນຍາຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຊຸກຍູ້ການກໍ່ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982.

ສິ້ນສຸດກອງປະຊຸມ, ບັນດາການນຳອາຊຽນ ແລະຈີນ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມຂັ້ນສູງພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ຈີນ: “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ ແລະການພັດທະນາແບບຍືນຍົງ”.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ການເຂົ້າຮ່ວມ, ປະກອບສ່ວນຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ: ນັບແຕ່ທຳອິດ, ຫວຽດນາມ ໄດ້ສະໜັບສະໜູນຄຳສະເໜີຂອງຈີນ ຈັດຕັ້ງກອງປະຊຸມຂັ້ນສູງ ພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ-ຈີນ. ພ້ອມກັນນັ້ນ, ໃນຕະຫຼອດໄລຍະຜ່ານມາ, ພວກເຮົາໄດ້ຕັ້ງໜ້າເຂົ້າຮ່ວມວຽກງານກະກຽມ ກໍ່ຄືປຶກສາຫາລືເພື່ອບັນລຸໄດ້ຖະແຫຼງການຮ່ວມຂອງກອງປະຊຸມ.

ທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ປະກອບຄຳເຫັນເຂົ້າໃນການກວດກາຄືນ, ຫວນຄືນໝາກຜົນສຳຄັນເຊິ່ງການພົວພັນອາຊຽນ-ຈີນ ບັນລຸໄດ້ໃນຕະຫຼອດ 30 ປີຜ່ານມາ ກໍ່ຄືຍົກອອກບັນດາຄວາມຫວັງໃຫ້ແກ່ການພົວພັນນີ້ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ ແລະຈີນ ຫາກໍ່ເຫັນດີສ້າງຕັ້ງນັ້ນແມ່ນພະຍານຫຼັກຖານໃຫ້ຜົນການຮ່ວມມືໃນໄລຍະ 30 ປີຜ່ານມາ, ບົນຖື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືໄມຕີຈິດມິດຕະພາບ ແລະຮອບດ້ານ, ເຄົາລົບ ແລະເຂົ້າອົກເຂົ້າໃຈກັນ.

ມຸ່ງໄປເຖິງອະນາຄົດ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍຄວນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະຍູ້ແຮງການຮ່ວມມືຮອບດ້ານ, ທະວີຄູນຜົນງານຕ່າງໆ, ມຸ່ງໄປເຖິງເປົ້າໝາຍສູງກວ່າ, ບັນດາຜົນປະໂຫຍດກວ້າງກວ່າໃຫ້ການພົວພັນອາຊຽນ-ຈີນ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກຕື່ມປັດໄຈຫຼັກໃນການຮ່ວມມື.

ທ່ານນາຍົກລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ຈີນ ເສີມຂະຫຍາຍບົດບາດຂອງປະເທດໃຫຍ່ໃນພາກພື້ນ ແລະໂລກປະກອບສ່ວນເຂົ້າໃນການແກ້ໄຂບັນຫາພາກພື້ນ ແລະໂລກ, ໃນນັ້ນມີບັນຫາທະເລຕາເວັນອອກ, ເພື່ອນຳມາເຊິ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ-ປາຊີຟິກ ແລະໃນໂລກ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ບົນພື້ນຖານການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອອັນດີງາມກັບຈີນ, ຫວຽດນາມ ສືບຕໍ່ມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນອາຊຽນ-ຈີນ ພັດທະນາສົມກັບລະດັບຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນສຳຄັນ, ປັບປຸງ, ເພີ່ມທະວີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື, ພັດທະນາແບບຍືນຍົງຢູ່ພາກພື້ນ ແລະໂລກ, ນຳມາເຊິ່ງຜົນປະໂຫຍດແທດຈິງ, ມີປະສິດທິຜົນໃຫ້ແຕ່ລະປະເທດ ແລະຄວາມອີ່ມໜຳສຳລານ, ຄວາມຜາສຸກໃຫ້ປະຊາຊົນ, ບໍ່ປະໃຫ້ໃຜຕົກຄ້າງຢູ່ເບື້ອງຫຼັງ.

ໂດຍ: ແສງເດືອນ