leftcenterrightdel
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ກວດກາວຽກງານກະກຽມການເລືອກຕັ້ງ. ພາບ: vov.vn

ທີ່ລາຍການເຮັດວຽກ, ທ່ານ ເຈິ່ນຢຸຍຕຽນ, ປະທານຄະນະກຳມະການປະຊາຊົນຕາແສງ ຝູລວງ ໃຫ້ຮູ້ວ່າ ວຽກງານສ້າງຕັ້ງບັນດາໜ່ວຍຮັບຜິດຊອບການເລືອກຕັ້ງ, ສ້າງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸຢູ່ບັນດາເຂດປ່ອນບັດໄດ້ປະຕິບັດຢ່າງເຂັ້ມງວດ, ຕິດແທດກັບຂໍ້ກຳນົດຂອງກົດໝາຍ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ການເລືອກຕັ້ງຄັ້ງນີ້ແມ່ນເຫດການການເມືອງສຳຄັນ, ສະນັ້ນທ້ອງຖິ່ນຕ້ອງບໍ່ປະໝາດໃນບໍ່ວ່າຂອດໄດ. ທຸກວຽກງານຕ້ອງໄດ້ຮັບການກະກຽມຢ່າງລະອຽດລະອໍ, ເຂັ້ມງວດ, ຮັບປະກັນໃຫ້ຖືກຕາມຂໍ້ກຳນົດ, ຄວາມຄືບໜ້າ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.

ແຫຼ່ງຄັດຈາກ: vovworld.vn