leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມ, ສອງນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບເຮັດໃຫ້ເນື້ອໃນການພົວພັນຫວຽດນາມ-ລາວ ທີ່ເລິກເຊິ່ງ ດ້ວຍລະດັບສູງໃໝ່ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”, ດ້ວຍ “ການພົວພັນດ້ານການເມືອງແມ່ນຄວາມເປັນຕາຍ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເສດຖະກິດແມ່ນຫຼັກແຫຼ່ງ; ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການສຶກສາ-ບຳລຸງກໍ່ສ້າງ ແມ່ນບຸກທະລຸ; ການຮ່ວມມືລະຫວ່າງວິສາຫະກິດ ແລະປະຊາຊົນແມ່ນພື້ນຖານ; ການຮ່ວມມືທ້ອງຖິ່ນແມ່ນໄມ້ງັດ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຕໍ່ໜ້າ, ໃນປີ 2026, ສອງຝ່າຍສຸມໃສ່ຈັດຕັ້ງປະຕິບັດຖະແຫຼງການຮ່ວມ ຫວຽດນາມ-ລາວ; ຂໍ້ຕົກລົງທີ່ໄດ້ລົງນາມໃນກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ໃຫ້ເປັນຢ່າງດີ; ວາງອອກຫຼາຍມາດຕະການທີ່ເຂັ້ມແຂງ, ແທດຈິງເພື່ອສືບຕໍ່ນໍາການພົວພັນດ້ານການເມືອງ ແລະການທູດລະຫວ່າງສອງປະເທດເຂົ້າສູ່ລວງເລິກ; ເພີ່ມທະວີເສົາຄໍ້າຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສືບຕໍ່ໃຫ້ບູລິມະວິດເປັນພິເສດແກ່ການຮ່ວມມືດ້ານການສຶກສາ-ບຳລຸງກໍ່ສ້າງ; ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ. ໃນນັ້ນ, ສອງຝ່າຍສືບຕໍ່ເພີ່ມທະວີຊຸກຍູ້, ນໍາການພົວພັນດ້ານການເມືອງ ແລະການທູດເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນສູງກວ່າ, ກໍານົດທິດສັງລວມການພົວພັນຮ່ວມມື ຫວຽດນາມ-ລາວ; ຮັກສາ ແລະຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມື; ຈັດຕັ້ງການຢ້ຽມຢາມເຊິ່ງກັນ ແລະກັນລະຫວ່າງການນໍາຂັ້ນສູງໃຫ້ມີປະສິດທິຜົນ ດ້ວຍຫຼາຍຮູບການຢ່າງມີໄຫວພິບ; ປັບປຸງ ແລະຍົກສູງລັກສະນະແທດຈິງ, ມີປະສິດທິຜົນການຮ່ວມມືໃນທຸກລະດັບ, ທຸກຂະແໜງການ, ທຸກທ້ອງຖິ່ນ. ສອງຝ່າຍສືບຕໍ່ຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ; ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງຮອບດ້ານ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ນາຍົກລັດຖະມົນຕີສອງປະເທດ ໄດ້ເຫັນດີເພີ່ມທະວີການເຊື່ອມຈອດສອງພື້ນຖານເສດຖະກິດ, ຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າລະຫວ່າງສອງປະເທດ, ສືບຕໍ່ສູ້ຊົນຊຸກຍູ້ຍົກວົງເງິນການຄ້າລະຫວ່າງສອງປະເທດປີ 2026  ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີ 2025, ນຳວົງເງິນການຄ້າສອງສົ້ນຂຶ້ນເຖິງລະດັບ 5 ຕື້ໂດລາສະຫະລັດ ແລະມຸ່ງໄປເຖິງລະດັບ 10 ຕື້ໂດລາສະຫະລັດ/ປີ ໂດຍໄວ.

ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ອົງການ ແລະທ້ອງຖິ່ນສອງປະເທດ; ສະຫງວນບຸລິມະສິດ ແລະຊຸກຍູ້ການຍົກສູງຄຸນນະພາບໃນການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຄົ້ນຄວ້າຜັນຂະຫຍາຍບັນດາໂຄງການທີ່ມີຂະໜາດໃຫຍ່ຢູ່ລາວ ຄື: ການກໍ່ສ້າງມະຫາວິທະຍາໄລ ຫວຽດນາມ-ລາວ.

ທີ່ກອງປະຊຸມ, ສອງຝ່າຍໄດ້ລົງນາມເອກະສານຮ່ວມມືຈໍານວນໜຶ່ງ ຄື: ສັນຍາວ່າດ້ວຍການຮ່ວມມືລະຫວ່າງລັດຖະບານລາວ ແລະລັດຖະບານຫວຽດນາມ ໄລຍະ 2026-2030; ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງລັດຖະບານລາວ ແລະລັດຖະບານຫວຽດນາມ ປີ 2026; ບົດບັນທຶກກອງປະຊຸມ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ; ແຜນການຮ່ວມມືປີ 2026 ລະຫວ່າງກະຊວງສຶກສາ ແລະກໍ່ສ້າງສອງປະເທດ.

ໂດຍ: ທູຈາງ