leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເດີນທາງໄປຍັງປະເທດລາວ. ພາບ: baochinhphu.vn

ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນລັດຖະບານສອງປະເທດ ຈະຕີລາຄາສະພາບການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງໃນແຜນການຮ່ວມມື ຫວຽດນາມ - ລາວ ໄລຍະ 2021-2025 ແລະ ປີ 2025; ພ້ອມທັງແລກປ່ຽນ, ເປັນເອກະພາບຕໍ່ທິດທາງ ແລະໜ້າທີ່ຮ່ວມມືໃນໄລຍະ 2026-2030 ແລະ ປີ 2026, ເພື່ອຫັນບົດສະຫຼຸບຂອງກອງປະຊຸມກົມການເມືອງສອງປະເທດໃຫ້ເປັນລະອຽດ. ໃນຂອບເຂດກອງປະຊຸມ, ສອງຝ່າຍກໍຈະລົງນາມໃນເອກະສານຮ່ວມມືສຳຄັນຈຳນວນໜຶ່ງ, ປະກອບສ່ວນຫັນທິດທາງການຮ່ວມມືລະຫວ່າງສອງລັດຖະບານ ໃຫ້ປະກົດຜົນເປັນຈິງໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn