ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບຜົນການຢ້ຽມຢາມຂອງທ່ານ ຟ້າມມິງຈີ້ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ. ລຸ່ມນີ້ແມ່ນເນື້ອໃນຂອງການສໍາພາດ:
ນັກຂ່າວ: ຂໍຮຽນທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ທ່ານສາມາດແບ່ງປັນໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການໄດ້ບໍ?
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານ ຟ້າມມິງຈີ້ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ.
ການຢ້ຽມຢາມແມ່ນເພື່ອແນໃສ່ປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ສະແດງໃຫ້ເຫັນບຸລິມະສິດຂອງຫວຽດນາມ ໃນການຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືສຳຄັນ, ໃນນັ້ນມີມາເລເຊຍ, ສືບຕໍ່ພັດທະນາຢ່າງເລິກເຊິ່ງກວ່າ, ຮອບດ້ານກວ່າ, ແທດຈິງກວ່າ ແລະບຸກທະລຸກວ່າ.
ໃນຂອບເຂດການຢ້ຽມຢາມ, ທ່ານ ຟ້າມມິງຈີ້ງ ໄດ້ມີການພົບປະແລກປ່ຽນຢ່າງແທດຈິງ ແລະມີປະສິດທິຜົນກັບການນຳຂັ້ນສູງຂອງມາເລເຊຍ, ໃນນັ້ນ ສອງຝ່າຍ ໄດ້ເຫັນດີສ້າງກົນໄກແລກປ່ຽນປະຈຳປີລະຫວ່າງນາຍົກລັດຖະມົນຕີສອງປະເທດ ເພື່ອກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ນຳການຮ່ວມມືສອງຝ່າຍໃຫ້ພັດທະນາສົມກັບຂອບເຂດໃໝ່. ສອງປະເທດ ໄດ້ປະກາດ ສຳເລັດການປະຕິບັດໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025-2030, ມຸ່ງໄປເຖິງການລົງນາມໃນປີນີ້. ນາຍົກລັດຖະມົນຕີສອງທ່ານ ກໍ່ໄດ້ແບ່ງປັນທັດສະນະກ່ຽວກັບຫຼາຍບັນຫາພາກພື້ນ ແລະສາກົນ, ໃນນັ້ນເຫັນດີຮັກສາຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງຝ່າຍໄດ້ເຫັນດີກ່ຽວກັບການກໍານົດທິດເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດກວ່າອີກ; ເຫັນດີສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດສົມດຸນ; ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດດີຈິີຕອນ, ເສດຖະກິດໝູນວຽນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານສະເໝີພາບ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ...
ບັນດາການນຳກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊຸກຍູ້ການລົງນາມໃນເອກະສານທີ່ກ່ຽວຂ້ອງ ເພື່ອຍູ້ແຮງການຮ່ວມມືຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດປະເພດຕ່າງໆ, ອາດຊະຍາກຳທາງໄຊເບີ ແລະບັນດາອົງການກໍ່ການຮ້າຍ, ປະຕິການ; ເຫັນດີພິຈາລະນາການສ້າງກົນໄກປຶກສາຫາລືກ່ຽວກັບບັນຫາຢູ່ທະເລ ແລະສ້າງໂທລະສັບສາຍດ່ວນຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກໍານົດ (IUU)...
ອາດເວົ້າໄດ້ວ່າ, ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງ ທ່ານ ຟ້າມມິງຈີ້ງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງກຳລັງໜູນຢ່າງແຂງແຮງເພື່ອນຳການພົວພັນ ຫວຽດນາມ - ມາເລເຊຍ ຂຶ້ນສູ່ໄລຍະພັດທະນາໃໝ່.
ນັກຂ່າວ: ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ທ່ານ ຈົ່ງໃຫ້ຮູ້ຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະການປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ ທີ່ບັນດາກອງປະຊຸມ?
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ອັດລົງດ້ວຍຫຼາຍຂີດໝາຍທີ່ເປັນໜ້າຈົດຈຳ.
ຂີດໝາຍທຳອິດແມ່ນເລື່ອງ ບັນດາການນໍາອາຊຽນ ໄດ້ເຊັນຖະແຫຼງການ ກົວລາລໍາເປີ ວ່າດ້ວຍ “ອາຊຽນ 2045: ອະນາຄົດລວມຂອງພວກເຮົາ” ແລະຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ພ້ອມ 4 ຍຸດທະສາດດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະການເຊື່ອມຕໍ່, ເຊິ່ງສະແດງໃຫ້ເຫັນບົດບາດເປັນເຈົ້າການນຳພາຂອງອາຊຽນ ໃນການສ້າງອະນາຄົດຂອງພາກພື້ນໃຫ້ເປັນຮູບເປັນຮ່າງ, ປຸກລຸກຄວາມຄາດຫວັງຢາກພັດທະນາ ແລະບືນຕົວຂຶ້ນຢ່າງແຂງແຮງຂອງອາຊຽນ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະວັດທະນາຖາວອນ.
ຂີດໝາຍປະຫວັດສາດທີ 2 ແມ່ນເລື່ອງບັນດາປະເທດອາຊຽນ ເຫັນດີຮັບເອົາ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກທີ 11 ຂອງອາຊຽນ ໃນເດືອນຕຸລາ ທີ່ຈະມາເຖິງນີ້. ການຕົກລົງນີ້ເປັນຂີດໝາຍແຫ່ງການເປີດກວ້າງໃໝ່ຂອງອາຊຽນ ພາຍຫຼັງສາມທົດສະວັດ, ສະແດງໃຫ້ເຫັນຈິດໃຈກວມລວມ, ສະໜິດຕິດພັນ ແລະເຊື່ອມຕໍ່ຂອງປະຊາຄົມອາຊຽນ; ບໍ່ພຽງແຕ່ແມ່ນບາດກ້າວເດີນປະຫວັດສາດຂອງຕີມໍ ແລັດສະເຕ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ອາຊຽນ ເປີດຊ່ອງທາງໃໝ່ໃຫ້ແກ່ການຮ່ວມມື ແລະພັດທະນາ.
ຈຸດເດັ່ນທີສາມຂອງບັນດາກອງປະຊຸມຄັ້ງນີ້ແມ່ນຈິນຕະນາການເປີດກວ້າງການຮ່ວມສໍາພັນຂອງອາຊຽນ ເພື່ອຮັບມືກັບການຜັນແປທາງດ້ານພູມສາດການເມືອງ ແລະພູມສາດເສດຖະກິດ. ບໍ່ພຽງແຕ່ປັບປຸງ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືລົງທຶນ ແລະການຄ້າພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມືທີ່ມີຢູ່ແລ້ວເທົ່ານັ້ນ, ແຕ່ອາຊຽນ ຍັງຕັ້ງໜ້າຊຸກຍູ້ການຮ່ວມສໍາພັນກັບນອກພາກພື້ນ ດ້ວຍການຈັດຕັ້ງກອງປະຊຸມສຸດຍອດອາຊຽນ - ສະພາການຮ່ວມມືເຂດອ່າວ (GCC) ແລະກອງປະຊຸມສຸດຍອດອາຊຽນ - GCC - ຈີນ, ເປີດກາລະໂອກາດໃໝ່ໃຫ້ແກ່ການຫັນບັນດາຄູ່ຮ່ວມມື, ຕະຫຼາດ ແລະຕ່ອງໂສ້ການສະໜອງເປັນຫຼາກຫຼາຍຮູບແບບ, ສ້າງທ່ວງທ່າໃຫ້ແກ່ການຮ່ວມມືລະຫວ່າງພາກພື້ນໃຫ້ມີການພັດທະນາຢ່າງແຂງແຮງກວ່າໃນອະນາຄົດ.
ໃນຜົນສຳເລັດລວມຂອງບັນດາກອງປະຊຸມ, ຄະນະຜູ້ແທນຫວຽດນາມ ທີ່ນໍາໂດຍທ່ານ ຟ້າມມິງຈີ້ງ ນັ້ນໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະມີການປະກອບສ່ວນຢ່າງແທດຈິງພ້ອມກັບຫຼາຍຂໍ້ສະເໜີບຸກທະລຸ.
ກ່ອນອື່ນໝົດແມ່ນບົດບາດຂອງຫວຽດນາມ ພ້ອມກັບອາຊຽນ ໄດ້ສ້າງຈິນຕະນາການພັດທະນາໃໝ່ ໂດຍອີງໃສ່ລັກສະນະກວມລວມ ແລະຍືນຍົງ. ໃນສານ “5 ກວ່າ” ຂອງ ທ່ານ ຟ້າມມິງຈີ້ງ: ສາມັກຄີກວ່າ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງກວ່າ, ເປັນເຈົ້າການກວ່າ, ກວມລວມກວ່າ ແລະຍືນຍົງກວ່າແມ່ນພື້ນຖານຮອບດ້ານ ເພື່ອໃຫ້ອາຊຽນ ເພີ່ມທະວີກຳລັງແຮງລວມໝູ່, ເປັນເຈົ້າການ ແລະຮັບປະກັນການພັດທະນາກວມລວມໃຫ້ແກ່ຮຸ່ນຄົນໃນປັດຈຸບັນ ແລະອະນາຄົດ.
ຕໍ່ໜ້າທ່າອ່ຽງເພີ່ມຂຶ້ນຂອງການແບ່ງແຍກ, ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ອາຊຽນ ແລະບັນດາຄູ່ຮ່ວມມືຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປັບປຸງລັດທິຫຼາຍຝ່າຍ, ສະໜັບສະໜູນຫຼັກການການຄ້າເສລີ, ຍຸຕິທຳ, ກວມລວມ ແລະອີງໃສ່ກົດໝາຍ...
ອາດເວົ້າໄດ້ວ່າ ສານຕ່າງໆ ແລະການປະກອບສ່ວນຂອງຫວຽດນາມ ຢູ່ທີ່ກອງປະຊຸມ ໄດ້ປະກອບສ່ວນແຜ່ຂະຫຍາຍຈິນຕະນາການປ່ຽນແປງໃໝ່ ໃນອາຊຽນ, ສືບຕໍ່ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການສ້າງອະນາຄົດພັດທະນາຢ່າງມີສະຖຽນລະພາບ ແລະຍືນຍົງໃຫ້ແກ່ພາກພື້ນ.
ນັກຂ່າວ: ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ທ່ານ ຈົ່ງໃຫ້ຮູ້ບັນດາໝາກຜົນຕົ້ນຕໍຂອງການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຫວຽດນາມ ກັບບັນດາປະເທດ ແລະຄູ່ຮ່ວມມື ໃນໂອກາດນີ້?
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະກອງປະຊຸມສຸດຍອດອາຊຽນ - GCC ແລະ ຈີນ ຢູ່ນະຄອນຫຼວງກົວລາລຳເປີ, ທ່ານ ຟ້າມມິງຈີ້ງ ໄດ້ມີການພົບປະກັບການນຳຂັ້ນສູງບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືສຳຄັນ. ການນຳບັນດາປະເທດ, ຄູ່ຮ່ວມມື ລ້ວນແຕ່ຍົກໃຫ້ເຫັນສານ ເຊິ່ງຖືເປັນສໍາຄັນບົດບາດ ແລະທີ່ຕັ້ງຂອງຫວຽດນາມ ຢູ່ເວທີສາກົນ, ຕີລາຄາສູງນະໂຍບາຍພັດທະນາຢ່າງກົມກຽວ, ຍືນຍົງ ແລະບັນດາບາດກ້າວບຸກທະລຸຍຸດທະສາດດ້ານລະບອບລະບຽບການ, ວິທະຍາສາດ-ເຕັກໂນໂລຊີ, ພື້ນຖານໂຄງລ່າງ ແລະຊັບພະຍາກອນມະນຸດ, ຖືນີ້ແມ່ນກາລະໂອກາດຮ່ວມມື ແລະປະສົບການທີ່ມີຄ່າໃນສະພາບການ ມີສິ່ງທ້າທາຍຫຼາຍຢ່າງໃນປັດຈຸບັນ.
ທີ່ການພົບປະສອງຝ່າຍກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ, ສອງຝ່າຍ ໄດ້ຕີລາຄາສູງຄວາມໝາຍປະຫວັດສາດຂອງການຢ້ຽມຢາມຫວຽດນາມ ເມື່ອບໍ່ດົນມານີ້ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ; ສຸມໃສ່ມານະພະຍາຍາມຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງສອງພັກ ແລະສອງລັດຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຍຸດທະສາດລະດັບສູງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືແທດຈິງເພື່ອໃຫ້ບັນລຸຄວາມຄືບໜ້າລະອຽດ, ໂດຍສະເພາະແມ່ນການຄ້າ, ການລົງທຶນທີ່ມີຄຸນນະພາບສູງ, ການເຊື່ອມຕໍ່ທາງລົດໄຟ, ຕັດສິນໃຈເລີ່ມລົງມືກໍ່ສ້າງ ເສັ້ນທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟອງ ໃນປີ 2025; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຊຸກຍູ້ເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງໂດຍໄວ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ເມື່ອແລກປ່ຽນກັບລາວ ແລະກຳປູເຈຍ, ນາຍົກລັດຖະມົນຕີສາມທ່ານ ໄດ້ເຫັນດີຕໍ່ການກໍານົດທິດສຳຄັນ ເພື່ອຜັນຂະຫຍາຍຜົນການພົບປະລະຫວ່າງຜູ້ນໍາໜ້າສາມພັກ (ເດືອນກຸມພາ 2025), ນຳການຮ່ວມມືລະຫວ່າງສາມປະເທດໃຫ້ມີການຫັນປ່ຽນທາງດ້ານຄຸນນະພາບຢ່າງແທດຈິງ, ສ້າງຂົງເຂດພັດທະນາໃໝ່, ໂດຍສະເພາະແມ່ນການເຊື່ອມຕໍ່ໃນ 5 ຂົງເຂດໃຫຍ່ ນັ້ນແມ່ນ: ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ການຄ້າ, ການຫັນເປັນດີຈີຕອນ, ຊັບພະຍາກອນມະນຸດ.
ທ່ານ ຟ້າມມິງຈີ້ງ ແລະການນຳບັນດາປະເທດອາຊຽນ ຍັງໄດ້ປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ-ການສຶກສາ, ການທ່ອງທ່ຽວ, ພ້ອມທັງເນັ້ນໜັກເຖິງບຸລິມະສິດເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ, ຄື: ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, semiconductor, ປັນຍາປະດິດ. ສໍາລັບ GCC, ສອງຝ່າຍໄດ້ແບ່ງປັນຄວາມຮຽກຮ້ອງຕ້ອງການເປີດກວ້າງເຄືອຂ່າຍໃນຂອບເຂດຄູ່ຮ່ວມມື ແລະເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ ຂອງຫວຽດນາມ ກັບພາກພື້ນໂດຍໄວ, ອໍານວຍຄວາມສະດວກກວ່າອີກໃຫ້ແກ່ຮ່ວມມືດ້ານພະລັງງານ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ຜະລິດຕະພັນ ແລະການບໍລິການ Halal.
ອາດເວົ້າໄດ້ວ່າ, ບັນດາໝາກຜົນສຳຄັນທີ່ບັນລຸໄດ້ຈາກການພົບປະສອງຝ່າຍທີ່ກ່າວມາຂ້າງເທິງນັ້ນໄດ້ແຜ່ຂະຫຍາຍສານກ່ຽວກັບປະເທດຫວຽດນາມ ທີ່ຂະຫຍັນຂັນເຄືື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະບືນຕົວຂຶ້ນຢ່າງແຂງແຮງ, ສ້າງປະຖົມປັດໄຈ ແລະກໍາລັງແຮງສະດວກເພື່ອນຳການພົວພັນລະຫວ່າງຫວຽດນາມ ກັບຄູ່ຮ່ວມມືໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນໄລຍະຈະມາເຖິງ.
ໂດຍ: ໄຊຊະນະ