ເສີມຂະຫຍາຍມູນເຊື້ອໜູນຊ່ວຍກັນລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ກົວລາລໍາເປີ, ປະເທດມາເລເຊຍ, ວັນທີ 26 ພຶດສະພາ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກກຳປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະເຮັດວຽກຮ່ວມກັນ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ແລະ ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການເຮັດວຽກ, ສາມນາຍົກລັດຖະມົນຕີ ໄດ້ເຫັນດີຕີລາຄາວ່າ ຫຼາຍກົນໄກຮ່ວມມືສອງຝ່າຍ ແລະລະຫວ່າງສາມຝ່າຍ ຫວຽດນາມ - ລາວ - ກໍາປູເຈຍ ໄດ້ ແລະພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນແທດຈິງເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງໃຫ້ແກ່ການຮ່ວມມືລະຫວ່າງສາມປະເທດ. ຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນຍຸດທະສາດ ແມ່ນພື້ນຖານໃຫ້ແກ່ການຮ່ວມມືແບບຍືນຍົງ, ຍາວນານໃນທຸກຂົງເຂດ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະ ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສາມຝ່າຍເຫັນດີຊຸກຍູ້ຜັນຂະຫຍາຍການຮ່ວມມືພັດທະນາເຂດຊາຍແດນ, ໃນນັ້ນສຸມໃສ່ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ການຄ້າ, ການຫັນເປັນດີຈີຕອນ, ຊັບພະຍາກອນມະນຸດ ແລະເສີມຂະຫຍາຍລະບົບດ່ານຊາຍແດນທາງບົກລະຫວ່າງສາມປະເທດຢ່າງມີປະສິດທິຜົນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຊາຍແດນ, ພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງຊາຍແດນ; ສົມທົບກັນຄົ້ນຄວ້າສ້າງຕັ້ງເຂດເສດຖະກິດຂ້າມຊາຍແດນ, ກວດກາຄືນ, ປັບປຸງ, ເພີ່ມເຕີມຂໍ້ຕົກລົງແນໃສ່ສ້າງຂອບນິຕິກໍາທີ່ປອດໂປ່ງ ເພື່ອມານະພະຍາຍາມຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ຂຶ້ນເປັນ 5 ຕື້ໂດລາສະຫະລັດ ແລະຫວຽດນາມ - ກໍາປູເຈຍ ຂຶ້ນເປັນ 20 ຕື້ໂດລາສະຫະລັດ; ຊຸກຍູ້ຂໍ້ລິເລີ່ມ “3 ປະເທດ, 1 ສະຖານທີ່” ແລະສົມທົບກັບໄທ ຜັນຂະຫຍາຍໂຄງການເຊື່ອມຕໍ່ຄົມມະນາຄົມລະຫວ່າງ 4 ປະເທດ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະ ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ຮັບປະທານອາຫານເຊົ້າ ແລະເຮັດວຽກຮ່ວມກັນ. ພາບ: ສໍານັກຂ່າວສານຫວຽດນາມ. |
ສາມນາຍົກລັດຖະມົນຕີ ແບ່ງປັນນໍາກັນວ່າ ຄວາມໝັ້ນຄົງຂອງປະເທດນີ້ ກໍ່ແມ່ນຜົນປະໂຫຍດຂອງປະເທດອື່ນ; ໃຫ້ຄໍາໝັ້ນສັນຍາຮ່ວມມື, ຮັບປະກັນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມປອດໄພໃນສັງຄົມຢູ່ແຕ່ລະປະເທດ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ຍູ້ແຮງການສະກັດກັ້ນ ແລະຕ້ານອາດຊະຍາກຳປະເພດຕ່າງໆ, ຕ້ານການເຂົ້າເມືອງຜິດກົດໝາຍ, ປົກປັກຮັກສາເສັ້ນຊາຍແດນມິດຕະພາບ, ສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ສາມນາຍົກລັດຖະມົນຕີ ເນັ້ນໜັກວ່າ ການຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງຫວຽດນາມ, ລາວ ແລະກໍາປູເຈຍ ຍິ່ງກາຍເປັນສິ່ງທີ່ຈໍາເປັນ, ສໍາຄັນກວ່າເວລາໃດໝົດ, ແມ່ນໜຶ່ງໃນບັນດາປັດໄຈສໍາຄັນ ເພື່ອຊຸກຍູ້ການຮ່ວມມືຢ່າງໜັກແໜ້ນລະຫວ່າງສາມປະເທດ.
ສາມນາຍົກລັດຖະມົນຕີ ກໍ່ເຫັນດີປຶກສາຫາລືເຊິ່ງກັນ ແລະກັນ ກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະສະພາບການຢູ່ມຽນມາ; ບັນຫາທີ່ກ່ຽວຂ້ອງເຖິງການພົວພັນສອງຝ່າຍ ແລະລະຫວ່າງສາມຝ່າຍ; ປະສານສົມທົບກັນເພື່ອກະກຽມເຫດການສຳຄັນຕ່າງໆຢູ່ແຕ່ລະປະເທດ ໃນໄລຍະຈະມາເຖິງ ໃຫ້ເປັນຢ່າງດີ.
ໂດຍ: ໄຊຊະນະ