ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ ພັດທະນາຢ່າງແຂງແຮງ
ກປ.ອອນໄລ - ວັນທີ 29 ພຶດສະພາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານ Sulyok Tamas ປະທານາທິບໍດີ ຮຸງກາຣີ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sulyok Tamas ປະທານາທິບໍດີ ຮຸງກາຣີ. ພາບ: ຈ້ອງຫາຍ. |
ທີ່ການພົບປະ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານ Sulyok Tamas ແມ່ນມີຄວາມໝາຍພິເສດ ໃນສະພາບການທີ່ສອງປະເທດ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025) ແລະ ຫວຽດນາມ ສະເຫຼີມສະຫຼອງວັນສະຖາປະນາປະເທດ ຄົບຮອບ 80 ປີ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງກຳລັງແຮງໃໝ່ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ຮຸງກາຣີ ພັດທະນາຢ່າງແຂງແຮງໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ສາມັກຄີ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.
ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ໃນການຜັນຂະຫຍາຍແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍຖືເປັນສຳຄັນການເພີ່ມທະວີການພົວພັນກັບບັນດາປະເທດ ເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນເອີລົບກາງ - ເອີລົບຕາເວັນອອກ, ໃນນັ້ນ ຮຸງກາລີ ແມ່ນບຸລິມະສິດແຖວໜ້າ.
    |
 |
ບັນຍາກາດທີ່ການພົບປະ. ພາບ: ຈ້ອງຫາຍ. |
ທ່ານ Sulyok Tamas ຕີລາຄາສູງບົດບາດ, ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນພາກພື້ນ ແລະສາກົນ; ຖືວ່າເສັ້ນທາງທີ່ຫວຽດນາມ ພວມເດີນໄປແມ່ນຖືກຕ້ອງ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຮຸງກາຣີ ຢູ່ອາຊຽນ. ທ່ານ Sulyok Tamas ໄດ້ເຫັນດີກັບຄໍາສະເໜີຂອງທ່ານ ຟ້າມມິງຈີ້ງ ກ່ຽວກັບ 6 ກຸ່ມມາດຕະການຮ່ວມມືທີ່ຕ້ອງເພີ່ມທະວີ ເພື່ອນໍາການພົວພັນລະຫວ່າງສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ.
ທ່ານ Sulyok Tamas ຢັ້ງຢືນຈະຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ສະໜັບສະໜູນ ແລະຊຸກຍູ້ຄະນະກຳມະການເອີລົບ (EC) ຍົກ “ບັດເຫຼືອງ” ກ່ຽວກັບການຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍໍານົດ (IUU) ຕໍ່ສິນທະເລສົ່ງອອກຂອງຫວຽດນາມ.
ທ່ານ ຟ້າມມິງຈີ້ງ ຂອບໃຈ ແລະສະເໜີອຳນາດການປົກຄອງທຸກຂັ້ນຂອງຮຸງກາຣີ ສືບຕໍ່ສ້າງຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈໍາຖິ່ນຢ່າງເລິກເຊິ່ງກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດ-ສັງຄົມທ້ອງຖິ່ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ສຳຄັນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ການນໍາສອງທ່ານ ຢັ້ງຢືນວ່າ ຖັນແຖວນັກສຶກສາຫວຽດນາມ ເຄີຍຮ່ຳຮຽນຢູ່ ຮຸງກາຣີ ແມ່ນແຫຼ່ງກຳລັງອັນລໍ້າຄ່າໃຫ້ແກ່ການພັດທະນາການພົວພັນສອງຝ່າຍ.
ໂດຍ: ກວຽດເຕິມ