ການນຳບັນດາປະເທດເຊື່ອໝັ້ນວ່າ ອາຊຽນ, GCC ແລະ ຈີນ ສາມາດເສີມຂະຫຍາຍບັນດາທ່າແຮງຂອງ 3 ພື້ນຖານເສດຖະກິດດ້ວຍຍອດ GDP ແມ່ນ 24.870 ຕື້ໂດລາສະຫະລັດ, ພົນລະເມືອງປະມານ 2,15 ຕື້ຄົນ, ມີຫຼາຍລັກສະນະໜູນຊ່ວຍ ແລະບັນດາຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ, ປະກອບສ່ວນໃຫ້ວັດທະນະຖາວອນ ແລະພັດທະນາຂອງແຕ່ລະພາກພື້ນ ແລະຂອງທັງອາຊີ ແລະໂລກ. ຕາມນັ້ນແລ້ວ, ບັນດາປະເທດຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການຄ້າ, ການລົງທຶນ, ການເງິນ, ເຊື່ອມຕໍ່ຕ່ອງໂສ້ການສະໜອງ, ເປີດກວ້າງການເຂົ້າເຖິງຕະຫຼາດໃຫ້ບັນດາປະເທດອາຊຽນ, GCC ແລະຈີນ, ຍູ້ແຮງການຮ່ວມມືໃນຂົງເຂດໃໝ່, ຄື: ເຕັກໂນໂລຢີດີຈີຕອນ, ປັນຍາປະດິດ (AI), ພະລັງງານທົດແທນ; ເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ການຮ່ວມມືດ້ານການສຶກສາ ແລະພັດທະນາການທ່ອງທ່ຽວເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນບັນດາພາກພື້ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊົມເຊີຍເລື່ອງ 3 ກຳລັງໜູນເສດຖະກິດແຖວໜ້າຂອງໂລກແມ່ນອາຊຽນ, GCC, ຈີນ ພ້ອມກັນແລກປ່ຽນ, ເພີ່ມທະວີການປະສານສົມທົບ, ເປີດອອກກາລະໂອກາດຮ່ວມມືຍຸດທະສາດໃໝ່ລະຫວ່າງພາກພື້ນ, ເພື່ອອະນາຄົດວັດທະນາຖາວອນ, ກວມລວມ ແລະຍືນຍົງສຳລັບບັນດາປະເທດ. ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຕ້ອງຖືຈຸດສຸມເຂົ້າໃນການຮ່ວມມືດ້ານການຄ້າ, ການລົງທຶນ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໝູນໃຊ້ຢ່າງມີປະສິດທິຜົນບັນດາຂອບເຂດທີ່ມີຢູ່ແລ້ວ, ຄື: ສັນຍາການຄ້າເສລີ ອາຊຽນ-ຈີນ, ຊຸກຍູ້ການລົງນາມສັນຍາການຄ້າເສລີອາຊຽນ-GCC, ພ້ອມທັງຄົ້ນຄວ້າຊຸກຍູ້ການເຊື່ອມຕໍ່ລະຫວ່າງພາກພື້ນກາຍເປັນກົນໄກຮ່ວມມືເສດຖະກິດ 3 ຝ່າຍຮອບດ້ານ, ນັບທັງຄວາມສາມາດກໍ່ສ້າງສັນຍາການຄ້າເສລີອາຊຽນ - GCC ແລະຈີນ.
    |
 |
ກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືອ່າວອາຣັບ (GCC) ແລະຈີນ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ສະເໜີຍູ້ແຮງການເຊື່ອມຕໍ່ເຄືອຂ່າຍໄຟຟ້າອາຊຽນ, ພັດທະນາ ແລະແບ່ງປັນເຕັກໂນໂລຢີສີຂຽວ, ພະລັງງານທົດແທນ, hydro ສີຂຽວ, ພັດທະນາລະບົບກະສິກຳ ແລະສະບຽງອາຫານແບບຍືນຍົງ, ລວມທັງກະສິກຳອັດສະລິຍະ, ນັບທັງຂະແໜງອຸດສາຫະກຳສະບຽງອາຫານ Halal.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນການເງິນຂອງອາຊຽນ, GCC ແລະຈີນ; ຕາມນັ້ນແລ້ວ, ສະເໜີມີເຄືອຂ່າຍເຊື່ອມຕໍ່ການເງິນແຂງແຮງຂອງພາກພື້ນ, ຄື: ນະຄອນໂຮ່ຈີມິນ, ກົວລາລໍາເປີ, ສິງກະໂປ, ບັງກອກ, ຊຽງໄຮ້, Dubai, Riyadh... ເພື່ອແນໃສ່ນຳການຮ່ວມມືອາຊຽນ, GCC ແລະ ຈີນ ບຸກທະລຸໃນອະນາຄົດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເສີມຂະຫຍາຍບົດບາດຂົວຕໍ່ໄວ້ເນື້ອເຊື່ອໃຈ, ຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວຮ່ວມເດີນທາງ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນລວມໃຫ້ປະຊາຊົນໝົດທຸກຄົນ, ບັນດາປະເທດຂອງອາຊຽນ, GCC ແລະຈີນ.
ຄົ້ນຄວ້າຄວາມເປັນໄປໄດ້ຂອງສັນຍາການຄ້າເສລີ ອາຊຽນ - GCC
ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ກົວລາລຳເປີ, ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-GCC ຄັ້ງທີ 2.
ການນຳບັນດາປະເທດຊົມເຊີຍການຜັນຂະຫຍາຍການຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບສັນຍາການຄ້າເສລີອາຊຽນ-GCC, ບາດກ້າວຍຸດທະສາດທີ່ສ້າງພື້ນຖານໝັ້ນແກ່ນສຳລັບການເຊື່ອມຕໍ່ເສດຖະກິດໃນໄລຍະຍາວ. ກອງປະຊຸມກໍ່ເຫັນດີຕົກລົງກ່ຽວກັບບັນດາການກຳນົດທິດຊຸກຍູ້ການເຊື່ອມຕໍ່ຕະຫຼາດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ, ພື້ນຖານໂຄງລ່າງ logistics, ການທ່ອງທ່ຽວ, ແຮງງານ, ພັດທະນາອຸດສາຫະກຳ Halal, ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະນ້ອຍ, ພ້ອມທັງຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືບັນດາຂົງເຂດເສດຖະກິດດີຈີຕອນ, ຫັນປ່ຽນດີຈີຕອນ, ພະລັງງານທົດແທນ, AI ແລະບັນດາເຕັກໂນໂລຢີຫາກໍ່ປະກົດຂຶ້ນ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍການນຳບັນດາປະເທດອາຊຽນ ແລະ GCC ທີ່ກອງປະຊຸມສຸດຍອດ ອາຊຽນ-GCC ຄັ້ງທີ 2. ພາບ: ສຳນັກຂ່າວສານຫວຽດນາມ |
ບັນດາການນຳກໍ່ຢັ້ງຢືນຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນ ຄວາມໝັ້ນຄົງໃນການເດີນທະເລ, ຊຸກຍູ້ມາດຕະການສັນຕິພາບສຳລັບບັນດາຂໍ້ຂັດແຍ້ງ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລ ປີ 1982, ຊຸກຍູ້ການຮ່ວມມືຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນ ການທະຫານ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພດ້ານໄຊເບີ, ອາດຊະຍາກຳຂ້າມຊາດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ຕີລາຄາສູງຄວາມສາມາດຮ່ວມມືອາ ຊຽນ-GCC; ໃຫ້ຂໍ້ສັງເກດວ່າ ສອງພາກພື້ນລ້ວນແຕ່ມີທ່າແຮງສະເພາະ, ມີລັກສະນະໜູນຊ່ວຍກັນ ແລະແບ່ງປັນຫຼາຍຈຸດຄ້າຍຄືກັນກ່ຽວກັບວິໄສທັດພັດທະນາ. ອາຊຽນ ແລະ GCC ຕ້ອງພ້ອມກັນກໍານົດ, ສ້າງຕັ້ງຮູບແບບຮ່ວມມືລະຫວ່າງພາກພື້ນຮຸ້ນໃໝ່ບົນພື້ນຖານຈິງໃຈ, ແທດຈິງ, ຮອບດ້ານ, ສະໜິດຕິດພັນ ແລະມິປະສິດທິຜົນກວ່າ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວພ້ອມກັບບັນດາປະເທດຊຸກຍູ້ການຮ່ວມມືທີ່ມີເນື້ອແທ້ກ່ຽວກັບການພັດທະນາພື້ນຖານໂຄງລ່າງດີຈີຕອນ 5G, AI, ສາຍກາບທະເລ; ຜະລິດ hydro ສີຂຽວ, ພະລັງງານແສງຕາເວັນ; ກໍ່ສ້າງຕ່ອງໂສ້ການສະໜອງ Halal ຄຸນນະພາບສູງ; ແລະອໍານວຍຄວາມສະດວກໃຫ້ການເຄື່ອນຍ້າຍ ແລະເງື່ອນໄຂການອອກແຮງງານ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຍົກສູງຄວາມສາມາດປັບຕົວໃຫ້ແທດເໝາະຂອງພື້ນຖານ ເສດຖະກິດ.
ຫວຽດນາມ-ຈີນ ເພີ່ມທະວີການແລກປ່ຽນຍຸດທະສາດຂັ້ນສູງ
ວັນທີ 27 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີສຽງ ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະບັນດາກອງປະ ຊຸມກ່ຽວຂ້ອງຢູ່ກົວລາລຳເປີ, ມາເລເຊຍ.
ທີ່ການພົບປະເຈລະຈາ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ການຢ້ຽມຢາມຫວຽດນາມ ໃນໄລຍະຜ່ານມາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ແມ່ນຂີດໝາຍທີ່ມີຄວາມໝາຍປະຫວັດສາດ, ກຳນົດທິດຍຸດທະສາດອັນຍາວນານຕໍ່ກັບການພັດທະນາຂອງການພົວພັນສອງພັກ, ສອງປະເທດ; ຢັ້ງຢືນວ່າ ລັດຖະບານຫວຽດນາມ ແລະທ່ານນາຍົກລັດຖະມົນຕີ ຈະກຽມພ້ອມປະສານສົມທົບກັນຢ່າງແໜ້ນແຟ້ນ, ຮັກສາການແລກປ່ຽນກັບລັດຖະບານ ຈີນ ແລະທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ຢ່າງເປັນປະຈຳ, ຈັດຕັ້ງປະຕິບັດຄວາມຮັບຮູ້ລວມຂັ້ນສູງລະຫວ່າງສອງສະຫາຍເລຂາທິການໃຫຍ່ຂອງສອງພັກຢ່າງມີປະສິດທິຜົນ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີສຽງ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີສອງຝ່າຍຮັກສາການແລກປ່ຽນຂັ້ນສູງຢ່າງເປັນປະຈຳ; ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນຢ່າງແຮງ, ໃນນັ້ນຖືເປັນສຳຄັນການຊຸກຍູ້ການຄ້າທີ່ມີຄວາມດຸ່ນດ່ຽງ; ພ້ອມທັງເປີດກວ້າງການຮ່ວມມືກ່ຽວ ກັບວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ ເພື່ອບັນດາຂົງເຂດນີ້ກາຍເປັນຈຸດພົ້ນເດັ່ນ ແລະກຳລັງໜູນໃໝ່ຂອງການພົວພັນສອງປະເທດ.
ທ່ານນາຍົກລັດຖະມົນຕີ ສະເໜີສະຫງວນບຸລິມະສິດແຖວໜ້າຊຸກຍູ້ການຮ່ວມມືໃນການກໍ່ສ້າງເສັ້ນທາງລົດໄຟ, ຕັດສິນໃຈລົງມືກໍ່ສ້າງເສັ້ນທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ໃນປີ 2025; ສະເໜີິຝ່າຍ ຈີນ ເອົາໃຈໃສ່ໜູນຊ່ວຍສິນເຊື່ອບຸລິມະສິດ, ຖ່າຍ ທອດເຕັກໂນໂລຢີ ແລະບຳລຸງສ້າງຊັບພະຍາກອນມະນຸດ.
ສອງນາຍົກລັດຖະມົນຕີ ແລກປ່ຽນ ແລະບັນລຸຄວາມຮັບຮູ້ລວມກ່ຽວກັບການສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ, ຊຸກຍູ້ການບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (ຊີໂອຊີ) ໂດຍໄວຢ່າງມີຜົນສັກສິດ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
ເຮັດໃຫ້ການພົວພັນສອງຝ່າຍຫວຽດນາມ-ບຣູໄນ ໃຫ້ເລິກເຊິ່ງກວ່າ
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະທ່ານ ພະມະຫາກະສັດ ບຣູໄນ Darussalam Sultan Haji Hassanal Bolkiah. ຕີລາຄາສູງຄວາມສາມາດບົ່ມຊ້ອນຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ທ່ານພະມະຫາກະສັດ ບຣູໄນ ຖືວ່າສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄວາມສາມາດຄວນຂຸດຄົ້ນ ແລະເສີມຂະຫຍາຍດີກວ່າອີກ, ຄື: ນ້ຳມັນອາຍແກັສ, ທາດເຄມີ, ກະສິກຳ, ສິນໃນນ້ຳ, ການທ່ອງທ່ຽວ, ປຸງແຕ່ງສະບຽງອາຫານ Halal. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີ ບຣູໄນ ສືບຕໍ່ອຳນວຍຄວາມສະດວກໃຫ້ວິສາຫະກິດຫວຽດນາມ ຮ່ວມມືດຳເນີນທຸລະກິດໃນຂົງເຂດນ້ຳມັນອາຍແກັສ, ທາດເຄມີ, ສະບຽງອາຫານ.
ເນື່ອງໃນໂອກາດນີ້, ການນຳສອງທ່ານເຫັນດີສືບຕໍ່ປະຕິບັດໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ບຣູໄນ ໄລຍະ 2023-2027 ຢ່າງມີປະສິດທິຜົນ, ເພີ່ມທະວີການພົບປະ, ແລກປ່ຽນທຸກຂັ້ນ ແລະຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
ໂດຍ: ແສງເດືອນ